ເຫດລະເບີດບັ້ນນຶ່ງຢູ່ທີ່ຄັງອາວຸດໃນພາກຕາເວັນຕົກຂອງປະເທດເທີກີ ໄດ້ສັງຫານທະຫານ 25 ຄົນ ແລະອີກ 4 ຄົນ ໄດ້ຮັບບາດເຈັບ.
ທ່ານ Veysel Eroglu ລັດຖະມົນຕີກະຊວງປ່າໄມ້ ແລະນໍ້າ ກ່າວວ່າ ເຫດການລະເບີດ ໄດ້ເກີດຂຶ້ນເມື່ອຕອນບ່າຍວັນພຸດວານນີ້ ຢູ່ສາງເກັບ ມ້ຽນລະເບີດມື ຂອງຄັງອາວຸດ Afyonkarahisar. ສ່ວນຊາກສົບຂອງທະຫານທີ່ເສຍຊີວິດໄດ້ຄົ້ນພົບໃນຕອນເຊົ້າຂອງວັນພະຫັດມື້ນີ້ ຫຼັງຈາກໄດ້ມີການດັບໄຟທີ່ເກີດຈາກເຫດລະເບີດນັ້ນ.
ລັດຖະມົນຕີ Eroglu ໄດ້ປະຕິເສດເຖິງຄວາມເປັນໄປໄດ້ທີ່ວ່າ ເຫດລະເບີດໃນຄັ້ງນີ້ບໍ່ແມ່ນເປັນນໍ້າມືຂອງພວກກໍ່ການຮ້າຍ ແຕ່ເກີດຈາກອຸບັດຕິເຫດ.
ສະຖານີໂທລະພາບເອກກະຊົນ NTV ເວົ້າວ່າ ພວກທີ່ເສຍຊີວິດຍັງບໍ່ສາ ມາດລະບຸຊື່ໄດ້ເທື່ອໃນເວລານີ້ ແລະຊາກສົບຂອງພວກເຂົາເຈົ້າຈະຖືກສົ່ງ ໄປຍັງໂຮງໝໍທະຫານທີ່ນະຄອນຫຼວງອັງກາຣາ ເພື່ອກວດ DNA.