ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້​ຊາຍ​​ ​ເຊື້ອສາຍ​ເທີ​ກີ​ 2 ຄົນ ຮ້ອງຮຽນຕໍ່ສານ ວ່າ ເຂົາເຈົ້າບໍ່ມີຄວາມຜິດ


ພວກນັກຂ່າວ ຖ່າຍຮູບໂປສເຕີ ຜູ້ທີ່ທາງການ ຕ້ອງການໂຕ ທີ່ປະເຊີນກັບຂໍ້ຫາ ກ່ອນໜ້າກອງປະຊຸມຖະແຫຼງຂ່າວ ທີ່ ນະຄອນຫລວງວໍຊິງຕັນ.
ພວກນັກຂ່າວ ຖ່າຍຮູບໂປສເຕີ ຜູ້ທີ່ທາງການ ຕ້ອງການໂຕ ທີ່ປະເຊີນກັບຂໍ້ຫາ ກ່ອນໜ້າກອງປະຊຸມຖະແຫຼງຂ່າວ ທີ່ ນະຄອນຫລວງວໍຊິງຕັນ.

ຜູ້​ຊາຍອາ​ເມຣິກັນ​ເຊື້ອສາຍ​ເທີ​ກີ​ສອງ​ຄົນ ທີ່​ໄດ້​ພົວພັນ​ກັບ​ການ​ຕີ​ກັນ​ຢູ່ສະຖານ ທູດ​ເທີ
​ກີ ​ໃນ​ຕົ້ນ​ປີ​ນີ້​ ​ໄດ້​ຮ້ອງ​ຮຽນ​ຕໍ່​ສານ​ວ່າ ​ເຂົາ​ເຈົ້າບໍ່​ມີ​ຄວາມ​ຜິດ​ຕໍ່​ຂໍ້​ຫາ​ທຳ ຮ້າຍຮ່າງກາຍຢູ່
​ທີ່ສານ​ໃນ​ນະຄອນຫລວງ​ວໍຊິງຕັນ ​ໃນ​ວັນ​ພະຫັດ​ວານ​ນີ້.

ທ້າວ Sinan Narin ​ຈາກ​ລັດ Virginia ແລະ ທ້າວ Eyup Yildirim ຈາກ​ລັດ New
Jersey ​ໄດ້​ປະເຊີນ​ກັບ​ຂໍ້​ຫາອາຍາຖານທຳຮ້າຍຮ່າງກາຍ ພ້ອມ​ທັງ​ຂົ່ມຂູ່​ທີ່​ຈະທຳຮ້າຍ.

​ເອກ​ກະສາ​ນຂອງ​ສານ ໃນ​ວັນ​ພະຫັດ​ວາ​ນນີ້ ​ສະ​ແດງ​ໃຫ້​ເຫັນວ່າ ​ຜູ້​ຊາຍສອງ​ຄົນຕ່າງ
ກໍ​ຮ້ອງ​ຮຽນ​ຕໍ່​ສານ​ວ່າ​ຕົນ​ບໍ່​ມີຄວາມ​ຜິດ​ແລະ​ໄດ້​ຮ້ອງຂໍ​ໃຫ້​ມີ​ການ​ດຳ​ເນີນ​ຄະດີ​ໂດຍ
ຄະນະຕຸລາການ.

ສິບ​ແປດ​ຄົນ ຊຶ່ງຫລາຍ​ຄົນ​ແມ່ນ​ສະມາຊິກ​ຮັກສາ​ຄວາມ​ປອດ​ໄພຂອງ​ເອກ​ອັກ ຄະ​ລັດ
ຖະທູດ​ເທີ​ກີ​ໄດ້​ຖືກ​ຟ້ອງ​ໃນ​ການ​ກ່າວ​ຫາ​ທີ່​ວ່າ​ໂຈ​ມຕີ​ພວກ​ປະ​ທ້ວງ​ຢູ່​ນອກ​ບ້ານ​ພັກ​ເອກ
​ອັກຄະ​ລັດຖະທູດເມື່ອ​ວັນ​ທີ 16 ​ພຶດສະພາຜ່ານ​ມາ​. ທັງ​ໝົດ 18 ຄົນ ​ໄດ້​ຖືກ​ກ່າວ​ຫາວ່າ
ສົມຮູ້​ຮ່ວມ​ຄິດ ​ເພື່ອ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ຮຸນ​ແຮງ ຊຶ່ງ​ເປັນ​ຄວາມ​ຜິດທີ່​ມີ​ໂທດໜັກ​ເຖິງ​ຕິດ​
ຄຸກ ​15 ປີ​. ອີກ​ຫລາຍ​ຄົນ​ໄດ້​ປະ​ເຊີນ​ກັບ​ຂໍ້​ຫາ​ທຳຮ້າຍ​ດ້ວຍ​ອາວຸດ​ທີ່​ຮ້າ​ຍ​ແຮງ.

ຕຳຫລວດ​ວໍ​ຊິງ​ຕັນ​ ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ສີ່​ຄົນ​ທີ່ຢູ່​ໃນ​ສະຫະລັດ ຮວມທັງ​ທ້າວ Narin
​ແລະ ທ້າວ Yildirim ​ແຕ່​ຍັງ​ມີການ​ອອກ​ໝາຍ ​ຕໍ່​ພວກເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ
​ເທີ​ກີ​ອີກ 14 ຄົນ​.

ຜູ້​ຕ້ອງ​ສົງ​ໄສ​ອື່ນ​ໆຄື ທ້າວ Ayten Necmi ຈາກ New York ມີ​ກຳນົດ​ຂຶ້ນ​ສານ​ໃນ​ວັນ
​ທີ 22 ​ເດືອນ​ກັນຍາ​ນີ້ ​ໃນ​ຂະນະ​ທີ່​ຄະດີ​ຂອງ​ຜູ້​ຖືກ​ຈັບ​ຄົນ​ທີ​ສີ່ ທ້າວ Jalal Kheirabaoi
ຈາກ​ລັດ Virginia ​ໄດ້​ຖືກ​ຍົກ​ເລີກ.

Police in Washington Seek Arrest of 16 More in Attack on Anti-Erdogan Protesters
please wait

No media source currently available

0:00 0:02:25 0:00

ການ​ຕີ​ກັນ​ໄດ້​ເກີດ​ຂຶ້ນ ​ຢູ່​ນອກ​ບ້ານ​ພັກ​ ຂອງ​ເອກ​ອັກຄະ​ລັດຖະທູດ​ເທີ​ກີ​ໃນ​ນະຄອນ
ຫລວງ​ວໍ​ຊິງ​ຕັນ ບໍ່​ດົນ​ຫລັງ​ຈາກ​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ພົບ
​ປະ​ກັບ ປະ​ທາ​ນາ​ທິບໍດີ​ເທີ​ກີ ທ່ານ Recep Tayyib Erdogan ຢູ່ທີ່​ທຳນຽບຂາວ.

ວີ​ດີ​ໂອ​ການ​ປະ​ທ້ວງ​ ທີ່​ຖ່າຍໂດຍພະ​ແນ​ກພາສາ​ເທີ​ກີ ​ຂອງວີ​ໂອ​ເອ ສະ​ແດງໃຫ້​ເຫັນ
​ໃນ​ອັນ​ທີ່​ປາກົດ​ວ່າ ພວກຍາມ ​ແລະ​ພວກ​ສະໜັບສະໜູນ​ທ່ານ Erdogan ​ໄດ້ໂຈມ​ຕີ
​ພວກ​ປະ​ທ້ວງ​ນ້ອຍໆ​ກຸ່ມ​ນຶ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG