ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຕຳຫຼວດ ເທີກີ ໃຊ້ລະເບີດນ້ຳຕາ ຂັບໄລ່ ພວກປະທ້ວງ (ວີດີໂອ)


ຕຳຫຼວດເທີກີ ໃຊ້ທໍ່ສີດນ້ຳ ແລະລະເບີດນ້ຳຕາ ຂັບໄລ່ພວກປະທ້ວງ ທີ່ນະຄອນຫຼວງອັງກາຣາ (31 ພຶດສະພາ 2014)
ຕຳຫຼວດເທີກີ ໃຊ້ທໍ່ສີດນ້ຳ ແລະລະເບີດນ້ຳຕາ ຂັບໄລ່ພວກປະທ້ວງ ທີ່ນະຄອນຫຼວງອັງກາຣາ (31 ພຶດສະພາ 2014)
ກຳລັງຮັກສາຄວາມສະຫງົບຂອງເທີກີ ໄດ້ສະກັດກັ້ນການເດີນ
ຂະບວນທີ່ຈະຕຸລັດ Taksin ໃນນະຄອນອິສຕັນບູລ ເນື່ອງໃນ
ໂອກາດຄົບຮອບນຶ່ງປີ ຂອງການເດີນຂະບວນປະທ້ວງ ຕໍ່ຕ້ານ ລັດຖະບານໃນປີກາຍນີ້.

ໃນວັນເສົາວານນີ້ ຕຳຫຼວດໄດ້ໃຊ້ລະເບີດນ້ຳຕາແລະລົດສີດ
ນ້ຳ ສະກັດກັ້ນພວກເດີນຂະບວນ ທີ່ຈະຕຸລັດ Taksin.

ການປະທ້ວງດັ່ງກ່າວແມ່ນໄດ້ສະທ້ອນໃຫ້ເຫັນການໂຮມຊຸມນຸມ
ກັນຢູ່ຕາມຫົວເມືອງໃຫຍ່ໆຂອງເທີກີໃນປີກາຍ ເວລາການເດີນ ຂະບວນຕໍ່ຕ້ານແຜນການພັດທະນາ ໄດ້ກາຍເປັນການປະທ້ວງ ຕໍ່ຕ້ານລັດຖະບານຜະເດັດການ. ມີຫລາຍພັນຄົນໄດ້ຮັບບາດເຈັບ ແລະຢ່າງໜ້ອຍ 12 ຄົນ ເສຍຊີວິດໃນການປະທະກັນລະຫວ່າງພວກເດີນຂະບວນແລະຕຳຫຼວດ ໃນປີ 2013 ທີ່ຜ່ານ ມາ.

ໃນມື້ວັນສຸກແລ້ວນີ້ນາຍົກລັດຖະມົນຕີ Recep Tayyip Erdogan ໄດ້ເຕືອນພວກຊາວໜຸ່ມ ເທີກີວ່າ ບໍ່ໃຫ້ມີສ່ວນພົວພັນໃນການເດີນຂະບວນປະທ້ວງ. ໄດ້ມີ ການນຳໃຊ້ລົດສີດນ້ຳ 50 ຄັນແລະເຮືອບິນເຮຣີຄອບເຕີ້ ການໜ້າການປະທ້ວງໃນວັນເສົາວານນີ້. ຫົນທາງສາຍຕ່າງໆ ທີ່ເນັ່ງໄປຫາຈະຕຸລັດ Taksin ໄດ້ຖືກຕັນແລະການຂົນສົ່ງສາທາລະນະກໍຢຸດຊະງັກລົງເພື່ອ ປ້ອງກັນບໍ່ໃຫ້ພວກປະທ້ວງ ໄປຫາບ່ອນໂຮມຊຸມນຸມໄດ້.

ຫລັງຈາກການປະທ້ວງໃນປີກາຍນີ້ແລ້ວ ສະພາແຫ່ງຊາດເທີກີໄດ້ອອກກົດໝາຍເພີ້ມອຳ
ນາດ ໃຫ້ແກ່ອົງການສືບລັບຂອງປະເທດເພື່ອຄວບຄຸມອິນເຕີແນັດ. ກຳລັງຮັກສາຄວາມສະ ຫງົບໄດ້ທຳການປາບປາມແບບໜັກມືຕໍ່ການປະທ້ວງຕ່າງໆ.
TURKEY PROTESTS SOTVO
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG