ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Erdogan ​ຊະນະ ​ການ​ເລືອກ​ຕັ້ງ ປະທານາທິບໍດີ ໃນເທີກີ (ສະໄລດ໌/ວີດີໂອ)


ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep Tayyip Erdogan
​ທີ່ໄດ້​​ຮັບໄຊຊະນະ ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ສະແດງຄວາມຍິນດີ ພ້ອມກັບພັນລະຍາ Ermine ຢູ່ທີ່ສຳນັກງານພັກ ໃນນະຄອນຫລວງ Ankara ເມື່ອວັນທີ 10 ສິງຫາ 2014.
ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep Tayyip Erdogan ​ທີ່ໄດ້​​ຮັບໄຊຊະນະ ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ສະແດງຄວາມຍິນດີ ພ້ອມກັບພັນລະຍາ Ermine ຢູ່ທີ່ສຳນັກງານພັກ ໃນນະຄອນຫລວງ Ankara ເມື່ອວັນທີ 10 ສິງຫາ 2014.

ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep Tayyip Erdogan
​ໄດ້ໄຊຊະນະ ​ການ​ເລືອກ​ຕັ້ງ ປະທານາທິບໍດີ​ ໂດຍ​ກົງຄັ້ງ
ທຳ​ອິດ ໃນປະ​ເທດ​ຂອງທ່ານ ຊຶ່ງຮັບປະກັນ ໃຫ້ທ່ານ​ຈະ​ຍັງ
​ດຳລົງ​ຕຳ​ແໜ່​ງເປັນ​ຜູ້ນຳ ​ຂອງ​ເທີ​ກີ ​ຫ້າ​ປີ​ຕື່ມ​ອີກ.

ຄະນະ​ກຳມະການ​ເລືອກ​ຕັ້ງຂອງ​ເທີ​ກີ ກ່າວ​ໃນ​ວັນ​ອາທິດ​
ວານ​ນີ້ ວ່າ ຫຼັງ​ຈາກການນັບ​ບັດຄະ​ແນນສຽງ ເກືອບທັງ​ໝົດ
​ແລ້ວ ຜົນ​ອອກ​ມາ​ໃນ​ເບື້ອງ​ຕົ້ນ ສະ​ແດງ​ວ່າ ທ່ານ Erdogan
​ໄດ້​ຮັບ​ໄຊຊະນະ ດ້ວຍ​ສຽງສ່ວນ​ຫຼາຍຢ່າງ​ເດັດຂາດ.

ຜົນ​ຂອງ​ການ​ນັບ​ບັດ​ທັງ​ໝົດ ສະ​ແດງວ່າ​ທ່ານໄດ້​ຊະນະ
​ພວກ​ຄູ່​ແຂ່ງ​ທັງ​ສອງ​ຄົນ ​ຢ່າງ​ງ່າຍ​ດາຍ ທ່ານ Ekmeleddin Ihsanoglu ອະດີດ
​ຫົວໜ້າຂອງ​ອົງການ​ອິສລາມ​ເພື່ອ​ການ​ຮ່ວມ​ມື ຜູ້​ທີ່​ໄດ້​ຮັບສຽງສະໜັບສະໜຸນ
ປະມານ 39 ເປີ​ເຊັນ ​ແລະຜູ້​ສະມັກ​ຊາວ Kurds ທ່ານ Selahattin Demirtas
ໄດ້​ຮັບສຽງ​ສະໜັບ ສະໜຸນ 9 ​ເປີ​ເຊັນ.

ລາຍ​ງານ​ຂ່າວໂທລະພາບ ​ຂອງ​ເທີ​ກີ ກ່າວ​ວ່າ ທ່ານ Erdogan ​ໄວ 60 ປີ ​ທີ່​ມີ​ຄວາມ
ເຫລື້ອມ​ໃສ​ໃນສາ​ສະໜາ​ມຸສລິ​ມ ​ໄດ້​ໄປ​ໂບດ​ມຸສລິ​ມ​ ເພື່ອ​ທຳ​ການ​ໄຫ​ວ້ພະ ກ່ອນທີ່​
ຄາດກັນວ່າ ຈະ​ຂຶ້ນຖ້ຽວ​ບິນ​ໄປ​ຍັງ​ນະຄອນຫລວງ Ankara ເພື່ອ​ກ່າວ​ຄຳປາ​ໄສຮັບ
ເອົາໄຊຊະນະຄັ້ງນີ້.

ທ່ານ Erdogan ​ແມ່ນເປັນ​ນາຍົກລັດຖະມົນຕີ ຢູ່​ໃນສະ​ໄໝ ທີສາມ ​ແລະ ການ​ໄດ້​ຮັບ​ເລືອກຕັ້ງອີກ ຈະ​ຕໍ່ການຄອບ​ຄອງດ້ານ​ການ​ເມືອງ​ຂອງ​ເທີ​ກີ ​ເປັນ​ເວລາ​ນຶ່ງ​ທົດສະວັດ
ຂອງ​ທ່ານໄປ​ຕື່ມ​ອີກ.

TURKEY ELECTION CNPK
please wait
Embed

No media source currently available

0:00 0:02:45 0:00

XS
SM
MD
LG