ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເທີກີ ຈະຖອນທະຫານ ຂອງຕົນ ອອກຈາກອີຣັກ ຫຼັງຈາກ ທ່ານໂອບາມາ ໄດ້ຮຽກຮອ້ງ ຕໍ່ທ່ານ Erdogan


ພວກປະທ້ວງຮອ້ງໂຮ ຄຳຂວັນ ຕໍ່ຕ້ານລັດຖະບານເທີກີ ໃນລະຫວ່າງການເດີນຂະບວນ ໃນເມືອງ Basra,ທີ່ຮຽກຮ້ອງໃຫ້ ເທີກີ້ຖອນພວກທະຫານຂອງຕົນ ອອກຈາກພາກເໜືອ ຂອງອີຣັກ, ປະເທດອີຣັກ, ວັນທີ 18 ທັນວາ 2015.
ພວກປະທ້ວງຮອ້ງໂຮ ຄຳຂວັນ ຕໍ່ຕ້ານລັດຖະບານເທີກີ ໃນລະຫວ່າງການເດີນຂະບວນ ໃນເມືອງ Basra,ທີ່ຮຽກຮ້ອງໃຫ້ ເທີກີ້ຖອນພວກທະຫານຂອງຕົນ ອອກຈາກພາກເໜືອ ຂອງອີຣັກ, ປະເທດອີຣັກ, ວັນທີ 18 ທັນວາ 2015.

ເທີກີ ພວມຖອນກຳລັງຂອງຕົນອອກໄປຈາກ ອີຣັກ ໃນຄວາມ
ພະຍາຍາມ ທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງລົງກັບລັດຖະບານ
ອີຣັກ, ໜຶ່ງມື້ຫຼັງຈາກປະທານາທິບໍດີ ບາຣັກ ໂອບາມາ ໄດ້ຮຽກ
ຮ້ອງໃຫ້ນະຄອນຫຼວງ Ankara ຖອນກຳລັງອອກ.

ໃນວັນເສົາວານນີ້ ກະຊວງການຕ່າງປະເທດ ເທີກີ ໄດ້ຍອມຮັບ
ວ່າ ເປັນ “ການເຂົ້າໃຈຜິດ” ກັບ ອີຣັກ ກ່ຽວກັບການສົ່ງກຳລັງ
ໄປຖານທັບທະຫານ Bashiqa ເມື່ອບໍ່ດົນມານີ້, ເຊິ່ງຕັ້ງຢູ່ໃກ້ກັບ
ເມືອງ Mosul ທີ່ຄວບຄຸມໂດຍພວກ ລັດອິສລາມນັ້ນ.

ທາງກະຊວງບໍ່ໄດ້ກ່າວວ່າ ມີກຳລັງຫຼາຍເທົ່າໃດທີ່ຈະຖືກຍ້າຍ
ອອກ ຫຼື ວ່າພວກເຂົາເຈົ້າຈະຍ້າຍໄປຢູ່ບ່ອນໃດ.

ການສົ່ງກຳລັງຂອງ ເທີກີ ໄປຖານທັບ Bashiqa ໄດ້ເຮັດໃຫ້ລັດຖະບານ ອີຣັກ ບໍ່ພໍໃຈ,
ເຊິ່ງໄດ້ກ່າວວ່າ ທະຫານດັ່ງກ່າວບໍ່ໄດ້ຖືກເຊື້ອເຊີນ ແລະ ໄດ້ກາຍເປັນ “ການລ່ວງລ້ຳ”
ທີ່ຜິດກົດໝາຍ.

ແຕ່ ເທີກີ ໄດ້ຢືນຢັນວ່າ ກອງກຳລັງແມ່ນສ່ວນໜຶ່ງຂອງພາລະກິດສາກົນ ເພື່ອຝຶກຊ້ອມ
ແລະ ການກະກຽມຂອງກອງກຳລັງ ອີຣັກ ທີ່ຢາກຈະຍຶດຄືນເມືອງ Mosul ຈາກພວກ
ຫົວຮຸນແຮງ ລັດອິສລາມ.

ໃນການລົມທາງໂທລະສັບ ເມື່ອວັນສຸກທີ່ຜ່ານມາ, ທ່ານ ໂອບາມາ ໄດ້ຮຽກຮ້ອງ ປະທາ
ນາທິບໍດີ Recep Tayyip Erdogan ໃຫ້ດຳເນີນການ “ເພື່ອຫຼຸດຄວາມເຄັ່ງຕຶງ ກັບອີຣັກ
ລົງ, ລວມທັງການສືບຕໍ່ ຖອນກຳລັງທະຫານ ເທີກີ ອອກ.”

ນອກນັ້ນ ທ່ານ ໂອບາມາ ຍັງໄດ້ຮຽກຮ້ອງໃຫ້ ເທີກີ “ນັບຖືອຳນາດອະທິປະໄຕ ແລະ
ຜືນແຜ່ນດິນອັນຄົບຖ້ວນຂອງ ອີຣັກ”
ນຳ.

XS
SM
MD
LG