ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ລົງຄະແນນສຽງ ຊາວ ເທີກີ ໄປປ່ອນບັດ ເລືອກຕັ້ງ ປະທານາທິບໍດີ ແລະ ສະພາ


ຜູ້ຊາຍຄົນນຶ່ງແກວ່ງທຸກຊາດ ເທີກີ ໃນຂະນະທີ່ຜູ້ສະໜັບສະໜູນທ່ານ ມູຮາເຣັມ ອິນເຊ ຫຼາຍພັນຄົນ ເຂົ້າຮ່ວມໃນການຊຸມນຸມທີ່ເມືອງ ອິສເມຍ, ປະເທດ ເທີກີ. 21 ມິຖຸນາ, 2018.
ຜູ້ຊາຍຄົນນຶ່ງແກວ່ງທຸກຊາດ ເທີກີ ໃນຂະນະທີ່ຜູ້ສະໜັບສະໜູນທ່ານ ມູຮາເຣັມ ອິນເຊ ຫຼາຍພັນຄົນ ເຂົ້າຮ່ວມໃນການຊຸມນຸມທີ່ເມືອງ ອິສເມຍ, ປະເທດ ເທີກີ. 21 ມິຖຸນາ, 2018.

ບັນດາຜູ້ລົງຄະແນນສຽງໃນປະເທດ ເທີກີ ແມ່ນກຳລັງປ່ອນບັດຂອງເຂົາເຈົ້າ ໃນວັນ
ອາທິດມື້ນີ້ ໃນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ ທີ່ມີເດີມພັນສູງ.

ປະທານາທິບໍດີ ຣີເຊັບ ໄຕຢິບ ເອີດູອານ ແລະ ຜູ້ທ້າຊິງຫຼັກຂອງທ່ານຄື, ທ່ານ ມູຮາ
ເຣັມ ອິນເຊ, ໄດ້ທຳຄວາມພະຍາຍາມຄັ້ງສຸດທ້າຍຂອງພວກເພິ່ນ ເພື່ອຮຽກຮ້ອງເອົາ
ການສະໜັບສະໜູນໃນການຊຸມນຸມແຂ່ງກັບຄູ່ແຂ່ງ ໃນນະຄອນ ອິສຕັນບູລ.

ການເລືອກຕັ້ງກ່ອນກຳນົດ, ເຊິ່ງໄດ້ຮຽກໃຫ້ຈັດຂຶ້ນໂດຍທ່ານ ເອີດູອານ ນັ້ນ, ໄດ້ກາຍ
ເປັນການໂຄສະນາຫາສຽງທີ່ສູສີ ແລະ ຕໍ່ສູ້ກັນຢ່າງຂົມຂື່ນຫຼາຍຂຶ້ນ. ຜູ້ຊະນະຂອງ
ການແຂ່ງຂັນເອົາຕຳແໜ່ງປະທາ ນາທິບໍດີໃນວັນອາທິດມື້ນີ້ ຈະໄດ້ຮັບອຳນາດບໍລິ
ຫານໃໝ່ຢ່າງສົມບູນ ພາຍໃຕ້ລັດຖະທຳມະນູນທີ່ຖືກປັບປຸງໃໝ່ ທີ່ໄດ້ຮັບການສະໜັບ
ສະໜູນໂດຍທ່ານ ເອີດູອານ ແລະ ຖືກຮັບຮອງເອົາໃນການລົງປະຊາມະຕິເມື່ອປີກາຍ
ນີ້.

ທ່ານ ອິນເຊ ຈາກພັກ CHP ທີ່ນິຍົມແນວທາງເປັນກາງອຽງຊ້າຍ ໄດ້ຈັດການຊຸມຂະ
ໜາດໃຫຍ່ ໃນນະຄອນ ອິສຕັນບູລ ໂດຍທີ່ຜູ້ຈັດການໂຮມຊຸມນຸມອ້າງວ່າ ມີປະຊາຊົນ
5 ລ້ານຄົນເຂົ້າຮ່ວມ.

ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ຢູ່ບ່ອນຊຸມນຸມການໂຄສະນາຫາສຽງການເລືອກຕັ້ງທີ່ນະຄອນ ອິສຕັນບູລ, ເທີກີ. 23 ມິຖຸນາ, 2018.
ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ຢູ່ບ່ອນຊຸມນຸມການໂຄສະນາຫາສຽງການເລືອກຕັ້ງທີ່ນະຄອນ ອິສຕັນບູລ, ເທີກີ. 23 ມິຖຸນາ, 2018.

ຜູ້ທ້າຊິງເອົາຕຳແໜ່ງປະທານາທິບໍດີ ໄດ້ຍຶດໝັ້ນກັບຫົວຂໍ້ການໂຄສະ ນາຫາສຽງຂອງ
ທ່ານ ກ່ຽວກັບ ຄວາມສາມັກຄີ ແລະ ຄວາມຍຸຕິທຳ. ທ່ານ ອິນເຊ ໄດ້ກ່າວຕໍຝູງຊົນທີ່
ຮ້ອງໂຮຈຳນວນຫຼາຍວ່າ “ພວກເຮົາສັນຍາຈະເຮັດໃຫ້ມື້ອື່ນມີຄວາມແຕກຕ່າງ.”

ທ່ານ ອິນເຊ ໄດ້ຈັດການຊຸມນຸມທົ່ວປະເທດຫຼາຍກວ່າ 100 ຄັ້ງ, ເຊິ່ງຫຼາຍຄັ້ງແມ່ນຈັດ
ຢູ່ເຂດທີ່ໝັ້ນດັ້ງເດີມ ຂອງປະທານາທິບໍດີ ເອີດູອານ ນັ້ນ, ໄດ້ດຶງດູດເອົາຝູງຊົນ ຈຳ
ນວນຫຼາຍ ຖ້າບໍ່ເທົ່າກັບ ກໍຫຼາຍກວ່າຂອງທ່ານປະທານາທິບໍດີ.

ໃນການໂຄສະນາຫາສຽງມື້ສຸດທ້າຍນັ້ນ ທ່ານ ເອີດູອານ ໄດ້ເລືອກທີ່ຈະຈັດການປະ
ຊຸມທີ່ນ້ອຍກວ່າຫຼາຍຄັ້ງ ໃນເຂດທີ່ໝັ້ນການເລືອກຕັ້ງຫຼາຍແຫ່ງໃນທົ່ວນະຄອນ
ອິສຕັນບູລ. ການຊຸມນຸມທັງຫຼາຍໄດ້ດຶງດູດປະຊາຊົນຫຼາຍພັນຄົນ ແລະ ຖືກພົບວ່າ
ເປັນຄວາມພະຍາຍາມຂອງທ່ານປະທານາທິບໍດີ ທີ່ຈະຮວບຮວມຄະແນນສຽງຂອງ
ທ່ານ. ໃນສອງສາມວັນທີ່ຜ່ານມາ, ຜູ້ຂຽນໜັງສືພິມ ທີ່ສະໜັບສະໜູນທ່ານ ເອີດູອານ
ຫຼາຍຄົນໄດ້ກ່າວເຖິງຄວາມຢ້ານກົວວ່າ ຜູ້ສະໜັບສະໜູນຂອງທ່ານອາດຈະພາກັນຢູ່
ໃນບ້ານ ແລະ ບໍ່ໄປລົງຄະແນນສຽງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG