ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ເທີກີ ອອກສຽງ ປະຕິເສດ ແຜນການ ຄອງອຳນາດ ຂອງປະທານາທິບໍດີ Erdogan


ປະຊາຊົນພາກັນອອກມາ ຕາມທ້ອງຖະໜົນຂອງເມືອງ Diyabakir ເພື່ອສະເຫຼີມສະຫຼອງ ຜົນຂອງການເລືອກຕັ້ງຂັ້ນຕົ້ນ ຂອງເທີກີ, ວັນທີ 7 ມີຖຸນາ 2015. (Khajijan Farqeen/VOA)
ປະຊາຊົນພາກັນອອກມາ ຕາມທ້ອງຖະໜົນຂອງເມືອງ Diyabakir ເພື່ອສະເຫຼີມສະຫຼອງ ຜົນຂອງການເລືອກຕັ້ງຂັ້ນຕົ້ນ ຂອງເທີກີ, ວັນທີ 7 ມີຖຸນາ 2015. (Khajijan Farqeen/VOA)

ພັກ​ລັດຖະບານເທີ​ກີ ​ໄດ້​ສູນເສຍ​ອຳນາດເດັດຂາດ​ ສຽງສ່ວນ​ຫຼາຍ
ຢູ່​ໃນ​ສະພາ ​ເມື່ອ​ວັນ​ອາທິດ​ວານ​ນີ້ ​ຊຶ່ງ​ເປັນການ​ພ່າຍ​ແພ້​ ທີ່​ບໍ່​ໜ້າ
​ເຊື່ອ ໃນການ​ເລືອກ​ຕັ້ງ ສຳ​ຫລັບ​ຄວາມ​ພະຍາຍາມ ຂອງ​
ປະທານາທິບໍດີ ​ເທີ​ກີ ທ່ານ Recep Tayyip Erdogan ທີ່​ຈະ
​ຂຽນລັດຖະທຳ​ມະນູນ ຂອງ​ປະ​ເທດຄືນ​ໃໝ່ ​ເພື່ອ​ອຳນວຍ​ໃຫ້
ການ​ເລືອກຕັ້ງປະທານາທິບໍດີ ເປັນ​ແບບ​ປະຊາທິປະ​ໄຕ ທີ່ຈະ
​ຂະຫຍາຍ​ອຳນາດ​ ຂອງ​ທ່ານ​ອອກ​ໄປ​ຕື່ມ​ອີກ.

ທ່ານ Erdogan ​ຕ້ອງການ 2 ສ່ວນ​ 3 ຄະແນນ​ສຽງສ່ວນ​ຫຼາຍ
ຈາກ 550 ທີ່​ນັ່ງ​ຂອງສະມາຊິກ​ສະພາ ​ເພື່ອ​ສ້າງ​ຕັ້ງໃຫ້​ເປັນ​ປະທາ​
ນາທິບໍດີຂອງ ສາທາລະນະ​ລັດ. ​ແຕ່ຫຼັງຈາກ​ທີ່​ໄດ້​ນັບ​ຄະ​ແນນ​ສຽງ​ທັງ​ໝົດ​ແລ້ວ ຜົນ​ອອກ​ມາ​ຢ່າງ​ບໍ່​ເປັນ​ທາງ​ການ ສະ​ແດງ​ໃຫ້​ເຫັນ​ວ່າ ພັກຍຸດຕິ​ທຳ ​ແລະ​ການ​ພັດທະນາ ຫຼື AKP ທີ່ມີ​ຮາກ​ຖານມາຈາກອິສລາມ ​ໄດ້​ຮັບ​ສຽງ 41 ​ເປີ​ເ​ຊັນ ຊຶ່ງ​ໄດ້​ຫລຸດ​ລົງ​ຈາກ​ເກືອບ 50 ​ເປີ​ເຊັນທີ່​ຕົນ​ເຄີຍ​ໄດ້​ຮັບ​ເມື່ອ 4 ປີ​ກ່ອນ.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ປ່ອນບັດອອກສຽງ ຢູ່ທີ່ໜ່ວຍປ່ອນບັດ ໃນລະຫວ່າງ ການເລືອກຕັ້ງ ສະມາຊິກສະພາ ຢູ່ທີ່ນະຄອນ Istanbul, ວັນທີ 7 ມີຖຸນາ 2015.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ປ່ອນບັດອອກສຽງ ຢູ່ທີ່ໜ່ວຍປ່ອນບັດ ໃນລະຫວ່າງ ການເລືອກຕັ້ງ ສະມາຊິກສະພາ ຢູ່ທີ່ນະຄອນ Istanbul, ວັນທີ 7 ມີຖຸນາ 2015.

​ເມື່ອ​ຕອນ​ຄ່ຳ​ວັນ​ອາທິດ​ວານ​ນີ້ ນາຍົກລັດຖະມົນຕີ ​ເທີ​ກີ
ທ່ານ Ahmet Davutoglu ທີ່​ມີ​ທ່າອ່ອນ​ແອ​ທາງ​ດ້ານ​ການ​ເມືອງ
​ໄດ້ເຕືອນຈິດ​ໃຈບັນດາ​ຜູ້​ສະໜັບສະໜຸນ​ວ່າ ພັກ AKP ຂອງ​ທ່ານ
​ແມ່ນ​ຍັງເປັນ​ຜູ້​ຊະນະຢ່າງ​ຈະ​ແຈ້ງຢູ່. ທ່ານ​ໄດ້​ກ່າວ​ຕໍ່ບັນດາ​ຜູ້​
ສະໜັບສະໜຸນ ຢູ່​ທີ່​ນະຄອນຫຼວງ Ankara ​ໂດຍ​ປາດ​ສະ​ຈາກ
ການ​ຮັບ​ຮູ້​ວ່າ ພັກ​ຂອງ​ທ່ານ​ ​ໄດ້​ສູນ​ເສຍ​ສຽງ​ສ່ວນຫຼາຍ​ ໃນ​ສະພາ
​ແລະ ຕົນ​ຈະ​ຕ້ອງ​ໄດ້​ຈັດຕັ້ງ​ລັດຖະບານ​ປະສົມຂຶ້ນ​ ເປັນຄັ້ງທຳ​ອິດ
​ນັບຕັ້ງ​ແຕ່ ພັກຂອງຕົນ​ໄດ້ຄອງ​ອຳນາດ​ມາ​ຕັ້ງ​ແຕ່ 13 ປີ​ກ່ອນ.

ທ່ານ Davutoglu ​ເວົ້າວ່າ “ໝົດ​ທຸກຄົນ​ຄວນ​ເຫັນ​ວ່າ ພັກ
AKP ​ເປັນ​ພັກ​ທີ່​ໄດ້​ຮັບ​ໄຊຊະນະ​ ​ແລະ ມີໄຊ​ໃນ​ການ​ເລືອກ
​ຕັ້ງ​ເຫຼົ່ານີ້.”
ທ່ານ ຍັງໄດ້​ ເຕືອນວ່າ ບໍ່​ມີ​ຜູ້​ໃດ​ຄວນພະຍາຍາມ​ທີ່ຈະ​ສ້າງຕົນ​ ໃຫ້​ເປັນ​ຜູ້​ໄດ້​
ຮັບ​ໄຊຊະນະ​ ຈາກການ​ເລືອກ​ຕັ້ງ ທີ່​ພວກ​ເຂົາ​ໄດ້ຮັບ​ການ​ພ່າຍ​ແພ້​ໄປ​ແລ້ວ.

Turkey Election
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG