ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີ ເລືອກຕັ້ງເອົາ ປະທານາທິບໍດີຄົນໃໝ່ ໂດຍກົງ ເປັນຄັ້ງທຳອິດ ( ວີດີໂອ)


ເຈົ້າໜ້າທີ່ ໃນໜ່ວຍປ່ອນບັດ ກວດເອກະສານຂອງ ຜູ້ປ່ອນບັດ ອາຍຸສູງຄົນນຶ່ງ ໃນຂະນະທີ່ຜູ້ກ່ຽວລໍຖ້າ ປ່ອນບັດຂອງລາວທີ່
ນະຄອນຫຼວງອັງກາຣາ, ວັນທີ 10 ສິງຫາ 2014.
ເຈົ້າໜ້າທີ່ ໃນໜ່ວຍປ່ອນບັດ ກວດເອກະສານຂອງ ຜູ້ປ່ອນບັດ ອາຍຸສູງຄົນນຶ່ງ ໃນຂະນະທີ່ຜູ້ກ່ຽວລໍຖ້າ ປ່ອນບັດຂອງລາວທີ່ ນະຄອນຫຼວງອັງກາຣາ, ວັນທີ 10 ສິງຫາ 2014.

ປະຊາຊົນ​ເທີ​ກີ ຫຼາຍ​ລ້ານ​ຄົນ​ພາກັນ​ອອກ​ໄປ​ປ່ອນ​ບັດ ໃນ​ວັນ
​ອາທິດ​ມື້​ນີ້ ເພື່ອເລືອກ​ຕັ້ງ​ເອົາ​ປະທາ​ນາ​ທິບໍດີ​ໂດຍ​ກົງ ​ເປັນ​ຄັ້ງ​
ທຳ​ອິດ​ຂອງ​ປະ​ເທດ.

ຄາດ​ວ່າ​ ປະຊາຊົນ​ຈະ​ອອກ​ໄປ​ປ່ອນ​ບັດ​ໃນ​ຈຳນວນ​ຫຼວງ​ຫຼາຍ
​ໃນການ ​ເລືອກ​ຕັ້ງ​ທີ່​ມີນາຍົກລັດຖະມົນຕີ Recep Tayyip
Erdogan ປະ​ເຊີນໜ້າ​ກັບ​ທ່ານ Ekmeleddin Ihsanoglu
ອະດີດ​ຫົວໜ້າ​ອົງການ​ຮ່ວມມື​ອິສລາມ ​ແລະທ່ານ Selahattin
Demirtas ສັງ​ກັດພັກປະຊາຊົນ​ປະຊາທິປັດ ທີ່ນິຍົມ​ຊາວ​ເຄີ​ດ.

ທ່ານ Erdogan ​ທີ່​ມີ​ຄະແນນສຽງ​ນຳ​ໜ້າ ກ່າວ​ວ່າ ຖ້າ​ທ່ານ​ຖືກ​ເລືອກ​ຕັ້ງ ທ່ານ​ມີ​ຄວາມ
​ຕັ້ງ​ໃຈ​ທີ່​ຈະ​ປ່ຽນ​ລັດຖະທຳ​ມະນູນ ​ແລະ​ສ້າງ​ຕັ້ງຕຳ​ແໜ່​ງປະທານາທິບໍດີ ທີ່​ມີ​ອຳນາດ
ບໍລິຫານ​ປະ​ເທດ. ໃນ​ອະດີດ​ຜ່ານ​ມາ​ນີ້ ພວກ​ປະທານາ​ທິບໍດີ​ຂອງ​ເທີ​ກີ ​ໄດ້​ເປັນ​ປະມຸກ
​ປະ​ເທດ​ແຕ່ພຽງ​ໃນ​ນາມ ​ຫຼືພິທີການ​ຊື່ໆ.

ນາຍົກລັດຖະມົນຕີ Erdogan ​ກ່າວ​ອີກວ່າ ທ່ານ​ຈະ​ໃຊ້​ອຳນາດ​ໂດຍ​ເຕັມຂອງ​ຕຳ​ແໜ່​ງ
ປະທານາທິບໍດີ​ ພາຍ​ໃຕ້​ກົດໝາຍ​ທີ່​ເທີ​ກີ​ມີ​ຢູ່​ໃນ​ປັດ ຈຸບັນ ຮວມທັງ​ສິດ​ອຳນາດໃນ​ການ
ຮຽກປະຊຸມ​ສະພາ ຕະຫຼອດ​ທັງ​ຮຽກ​ກອງ​ປະຊຸມ​ຄະນະ​ລັດຖະບານ ​ແລະ​ສະ​ເໜີ​ແຕ່ງ​ຕັ້ງ
​ນາຍົກລັດຖະມົນຕີສະພາ​ລັດຖະມົນຕີ ​ແລະ​ຜູ້​ພິພາກສາ​ສານ​ສູງ​ ບາງ​ທ່ານ​ນຳ.

ພວກ​ທີ່​ຕຳ​ໜິຕິຕຽນ​ນາຍົກລັດຖະມົນຕີ ບໍ່​ມີ​ຄວາມ​ພໍ​ໃຈ​ປານ​ໃດ​ກັບ​ຮາກ​ເຫງົ້າ​ທາງ​ດ້ານ
​ການ​ເມືອງ​ອິສລາມ​ຂອງ​ທ່ານ ​ແລະທ່າ​ອ່ຽງຫຼາຍຂຶ້ນ​ເລື້ອຍໆ​ຂອງ​ທ່າ ​ໃນ​ການ​ໃຊ້​ອຳນາດ
ແບບ​ຜະ​ເດັດ​ການ​ນັ້ນ. ​ໃນ​ປີຜ່ານມາ​ນີ້ ທ່ານ Erdogan ​ໄດ້​ກວາດ​ລ້າງ​ພວກ​ຕຳຫຼວດ​ແລະ​ພວກ​ໄອ​ຍະ​ການ​ຫຼາຍ​ພັນ​ຄົນ ​ເພີ້​ມອຳນາດ​ໃຫ້​ແກ່​ອົງການ​ສືບ​ຂ່າວ​ລັບ ແລະ​ເກືອດ​ຫ້າມ
​ການ​ເຂົ້າ​ເບິ່ງ YouTube ​ແລະ Twitter ​ໃນ​ຂະນະ​ດຽວ​ກັນ ​ກໍຂັດຂວາງ​ການ​ສືບສວນ
ສອບ​ສວນເລື້ອງການ​ສໍ້​ລາດ​ບັງ​ຫຼວງ ທີ່​ກ່າວ ຫາ​ລັດຖະບານ ​ແລະພວກສະມາຊິກ​ຄອບ
ຄົວ​ນັ້ນ.

ຖ້າ​ບໍ່​ມີ​ຜູ້​ສະໝັກ​ຄົນ​ໃດ ​ໄດ້​ຮັບ​ຄະ​ແນນ​ສຽງ​ຂ້າງ​ຫຼາຍ​ເດັດຂາດການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ​
ຈະ​ມີ​ຂຶ້ນ ໃນ​ວັນ​ທີ 24 ​ເດືອນສິງຫາ​ນີ້.

turkeyelection10august14
please wait

No media source currently available

0:00 0:01:03 0:00

XS
SM
MD
LG