ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ເທີກີ ເຫັນດີຮັບຮອງເອົາການລົງປະຊາມະຕິ ຂະຫຍາຍອຳນາດ ຂອງປະທານາທິບໍດີ


ພວກສະໜັບສະໜູຄະແນນສຽງ "ເຫັນດີ" ຍົກທຸງຂຶ້ນ ໃນລະຫວ່າງ
ການສະເຫຼີມສະຫຼອງໃນນະຄອນ ອິສຕັນບູລ. 16 ເມສາ, 2017.
ພວກສະໜັບສະໜູຄະແນນສຽງ "ເຫັນດີ" ຍົກທຸງຂຶ້ນ ໃນລະຫວ່າງ ການສະເຫຼີມສະຫຼອງໃນນະຄອນ ອິສຕັນບູລ. 16 ເມສາ, 2017.

ພັກການເມືອງທີ່ກຳລັງປົກຄອງປະເທດຢູ່ຂອງ ເທີກີ ໄດ້ອ້າງເອົາໄຊຊະນະໃນການລົງ
ປະຊາມະຕິທີ່ມອບອຳນາດໃໝ່ຢ່າງກວ້າງຂວາງໃຫ້ແກ່ປະທານາທິບໍດີ ທ່ານ Recep
Tayyip Erdogan, ອີງຕາມການປະກາດຂອງບັນດາເຈົ້າໜ້າທີ່ໃນຕອນແລງວັນອາ
ທິດວານນີ້.

ດ້ວຍບັດຄະແນນສຽງທີ່ຖືກນັບ 99 ເປີເຊັນນັ້ນ, ສື່ມວນຊົນທາງການຂອງ ເທີກີ ຖືເອົາຄະ
ແນນສຽງ “ເຫັນດີ” ຫຼາຍກວ່າ 51 ເປີເຊັນ, ແລະ ຄະແນນສຽງ “ບໍ່ເຫັນດີ” ຕໍ່າກວ່າ 49 ເປີເຊັນພຽງໜ້ອຍດຽວ. ຕໍ່ມາຫົວໜ້າຄະນະກຳມະການເລືອກຕັ້ງຂອງ ເທີກີ ໄດ້ອອກມາ ຢືນຢັນຜົນຄະແນນດັ່ງກ່າວ ແລະ ໄດ້ເວົ້າວ່າ ຜົນການການລົງຄະແນນສຽງຢ່າງເປັນທາງ
ການຈະຖືກເປີດເຜີຍພາຍໃນ 12 ມື້.

ທ່ານ Erdogan ໄດ້ກ່າວຕໍ່ພວກຜູ້ສະໜັບສະໜູນທີ່ຮ້ອງເຊຍທ່ານຢູ່ນອກບ້ານພັກທາງ
ການຂອງທ່ານໃນນະຄອນ ອິສຕັນບູລ ວ່າ ກຸ່ມທີ່ລົງຄະແນນສຽງວ່າ “ເຫັນດີ” ໄດ້ຮັບ ຄະແນນສຽງ 25 ລ້ານຄະແນນ.. ເປັນຈຳນວນທີ່ຫຼາຍກວ່າຜູ້ຄັດຄ້ານການປ່ຽນແປງນີ້ 1
ລ້ານ 3 ແສນຄະແນນ. ນອກນັ້ນທ່ານຍັງກ່າວວ່າ ການລົງປະຊາມະຕິນີ້ໄດ້ສິ້ນສຸດປະ
ຫວັດສາດຂອງການແຊກແຊງເຂົ້າໃນລັດຖະບານ ໂດຍທະຫານທີ່ມີມາຫຼາຍທົດສະວັດ.

ທ່ານໄດ້ກ່າວໃນຄຳປາໄສສັ້ນໆວ່າ “ເປັນຄັ້ງທຳອິດໃນປະຫວັດສາດຂອງ ສະທາລະ
ນະລັດທີ່ພວກເຮົາ ຈະປ່ຽນແປງລະບົບການປົກຄອງປະເທດຂອງພວກເຮົາຜ່ານ
ການເມືອງພົນລະເຮືອນ.”

ຄະແນນສຽງ “ເຫັນດີ” ໝາຍຄວາມວ່າສະພາແຫ່ງຊາດ ເທີກີ ຈະຖືກກີດກັ້ນໂດຍສ່ວນ
ໃຫຍ່. ນາຍົກລັດຖະມົນຕີ ແລະ ຄະນະລັດຖະມົນຕີຈະຖືກລົບລ້າງ, ແລະ ບັນດາລັດຖະ
ມົນຕີທັງຫຼາຍຈະຖືກແຕ່ງຕັ້ງໂດຍກົງຈາກປະທານາທິບໍດີ ແລະ ຮັບຜິດຊອບໂດຍທ່ານ. ນອກນີ້ປະທານາທິບໍດີ ຍັງຈະເປັນຜູ້ກຳນົດງົບປະມານດ້ວຍ.

ການປັບປຸງລັດຖະທຳມະນູນກໍຍັງສິ້ນສຸດຄວາມເປັນກາງຢ່າງເປັນທາງການຂອງປະທາ
ນາທິບໍດີ, ໂດຍອະນຸຍາດໃຫ້ທ່ານນຳໜ້າພັກການ ເມືອງ. ປະທານາທິບໍດີຈະມີອຳນາດ
ໃນການຍຸບສະພາ ແລະປະກາດ

ພາວະສຸກເສີນ, ພ້ອມກັນນັ້ນຍັງຈະສາມາດໃຊ້ອຳນາດໃນການແຕ່ງຕັ້ງຜູ້ພິພາກສາໃນ
ສານສູງສຸດ ແລະ ສານລັດຖະທຳມະນູນນຳ.

ການລົງປະຊາມະຕິນີ້ ໄດ້ສ້າງຄວາມແບ່ງແຍກພາຍໃນປະເທດ, ດ້ວຍວ່າພວກຜູ້ສະ
ໜັບສະໜູນ ກັບ ພວກຄັດຄ້ານໄດ້ໂຕ້ຖຽງວ່າ ອະນາຄົດຂອງປະເທດແມ່ນກຳລັງຕົກ
ຢູ່ໃນອັນຕະລາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Erdogan Claims Victory in Turkey Referendum
please wait

No media source currently available

0:00 0:02:22 0:00

XS
SM
MD
LG