ສະຫະລັດຮຽກຮ້ອງໃຫ້ເທີກີຫລຸດຜ່ອນຄວາມເຄັ່ງຕຶງລົງກ່ຽວກັບການປະຕິບັດການ
ທາງທະຫານຢູ່ໃນຊີເຣຍ ແລະໃຫ້ສຸມໃສ່ຕໍ່ສູ້ກັບພວກນັກລົບຂອງກຸ່ມລັດອິສລາມ
ໃຫ້ປລາໄຊທ່າມກາງຄວາມບໍ່ເຊື່ອໃຈກັນ ລະຫວ່າງສອງປະເທດພັນທະມິດ ໃນອົງ
ການເນໂຕ້ (NATO) ກໍາລັງເພີ້ມທະວີຂຶ້ນ.
ໃນຂະນະດຽວກັນ ເທີກີໄດ້ກົດດັນຕໍ່ສະຫະລັດ ໃຫ້ຍຸຕິການສະໜັບສະໜຸນຕໍ່ພວກນັກ
ລົບຊາວເຄີດ ຖ້າບໍ່ດັ່ງນັ້ນກໍອາດຈະຕ້ອງໄດ້ປະທະກັນ ກັບກໍາລັງທະຫານຂອງເທີກີຢູ່
ໃນດິນແດນຊີເຣຍ.
ສາຍສໍາພັນລະຫວ່າງສະຫະລັດ ແລະເທີກີປະສົບກັບບັນຫາໜັກ ເກີດຂຶ້ນອີກເທື່ອນຶ່ງ
ໂດຍທີ່ລັດຖະບານອັງກາຣາ (Ankara) ແລະວໍຊິງຕັນໄດ້ໂຕ້ຖຽງກັນຢູ່ໃນການໂທລະ
ສັບລົມກັນລະຫວ່າງປະທານາທິບໍດີສະຫະລັດ ແລະປະທານາທິບໍດີ ເທີກີ ໃນວັນພຸດ
ຜ່ານມາ ທີ່ແນໃສ່ເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນຂະນະທີ່ເທີກີສົ່ງກໍາລັງທະຫານເຂົ້າ
ໄປໃນຊີເຣຍ.
ອັງກາຣາ ໄດ້ປະຕິເສດຕໍ່ຄໍາເວົ້າຂອງວໍຊິງຕັນ ທີ່ບອກວ່າ ທ່ານດໍໂນລ ທຣໍາ ປະທານາ
ທິບໍດີສະຫະລັດ ໄດ້ລົມກັບທ່ານ ຣີເຊັບ ຕາຢິບ ເອີດວານ (Recep Tayyip Erdogan),
ຄູ່ຕໍາແໜ່ງຝ່າຍເທີກີ ໂດຍໄດ້ປະຕິເສດວ່າ ບໍ່ມີໂທລະສັບຈາກທ່ານທຣໍາອັນໃດເລີຍ
ທີ່ບອກໃຫ້ຫລຸດການປະຕິການທາງທະຫານຕໍ່ກຸ່ມວາຍພີຈີ (YPG) ທີ່ເປັນພວກທະຫານ
ບ້ານຊາວເຄີດ ໃນຊີເຣຍ ທີ່ຢູ່ໃນເຂດອາຟຣິນ ຂອງຊີເຣຍນັ້ນ.
ແຕ່ວ່າວໍຊິງຕັນເວົ້າວ່າ ຕົນໄດ້ເອົາທ່າທີ ອັນ “ແຂງແກ່ນ” ແລະ “ໜັກແໜ້ນ” ຂອງທ່ານ
ທຣໍາ ທີ່ເວົ້າຢູ່ໃນລະຫວ່າງທີ່ມີການໂອ້ລົມທາງໂທລະສັບກັບທ່ານເອີດວານນັ້ນ.
ທ່ານນາງ ເຮເທີ ນາວເອີດ (Heather Nauert) ໂຄສົກປະຈໍາກະຊວງການຕ່າງປະ
ເທດກ່າວໃນວັນພະຫັດວານນີ້ວ່າ "ພວກເຮົາຍຶດໝັ້ນຕາມຄໍາຢືນຢັນຂອງທ່ານທຣໍາ
ທີ່ໄດ້ເຕືອນເທີກີ ກ່ຽວກັບການເພີ້ມຄວາມຮຸນແຮງຢູ່ໃນເຂດອາຟຣິນນັ້ນ."
ທ່ານນາງກ່າວເພີ້ມອີກວ່າ "ພວກເຮົາຫວັງວ່າ ພວກຜູ້ນໍາເທີກີ ຈະເຊື່ອຟັງຄໍາເຕືອນ.
ຊຶ່ງເຮັດແນວນັ້ນ ກໍຈະເປັນການດີ."
ສ່ວນທາງທໍານຽບຂາວລາຍງານວ່າ ທ່ານທຣໍາເວົ້າວ່າ ການປະຕິບັດການຂອງເທີກີ
"ແມ່ນສ່ຽງໄພເຮັດໃຫ້ເປົ້າໝາຍທີ່ມີຮ່ວມກັນຢູ່ໃນຊີເຣຍໝົດຄວາມສໍາຄັນລົງ," ແລະ "ຮຽກຮ້ອງໃຫ້ເທີກີ ຫລຸດຜ່ອນ, ຈໍາກັດການປະຕິບັດການທາງທະຫານ, ແລະຫລີກ
ລ່ຽງການບາດເຈັບແລະເສຍຊີວິດຂອງພົນລະເຮືອນ ແລະຫລີກລ່ຽງການເຮັດໃຫ້ມີ
ຄົນຍົກຍ້າຍຖິ່ນຖານ ແລະອົບພະຍົບເພີ້ມຂຶ້ນ."
ການຂັດແຍ້ງກັນກ່ຽວກັບເນື້ອໄນຄໍາເວົ້າຢູ່ໃນໂທລະສັບ ໄດ້ເຮັດໃຫ້ເກີດຄວາມບໍ່ເຊື່ອ
ໃຈກັນ ລະຫວ່າງສອງປະເທດພັນທະມິດດັ່ງກ່າວ ໃນອົງການເນໂຕ້ (NATO) ເພີ້ມຂຶ້ນ.
ສະຫະລັດໄດ້ໃຫ້ການສະໜັບສະໜຸນຕໍ່ກຸ່ມທະຫານບ້ານ YPG ໃນການສູ້ລົບຕ້ານກັບ
ພວກກຸ່ມລັດອິສລາມ. ສ່ວນອັງກາຣາຜັດຖືວ່າກຸ່ມ YPG ເປັນອົງການກໍ່ການຮ້າຍທີ່ມີ
ການເຊື່ອມໂຍງກັບພວກຫົວຮຸນແຮງຢູ່ໃນເທີກີ.