ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ເທີກີ ຂຶ້ນພາສີ ສິນຄ້າ ຂາເຂົ້າ ຈາກ ສຫລ ທ່າມກາງ ການໂຕ້ຖຽງກັນ


ບັນດານັກທຸລະກິດ ພາກັນຈັບເງິນໂດລາ ຢູ່ບ່ອນແລກປ່ຽນເງິນ ໃນການສະໜອງຕອບ ຕໍ່ຄຳຮຽກຮ້ອງຂອງ ປະທານາທິບໍດີ ຣິເຊບ ຕາຍຍິບ ເອີດວນ ໃຫ້ຂາຍເງິນໂດລາອອກ ແລະຮັກສາເງິນຢູໂຣໄວ້.

ເທີ​ກີ ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ປະກາດ​ການ​ເກັບ​ພາສີ​ເພີ້ມ​ຂຶ້ນ ຕໍ່​ສິນຄ້າ​ຫຼາຍ​ຢ່າງ​ຂອງ​ສະຫະ
ລັດ ອັນເປັນ​ການ​ເຄື່ອນ​ໄຫວຫ​ລ້າ​ສຸດ ໃນການຕອບໂຕ້ກັນໄປມາ ທ່າມ ກາງ​ຄວາມ​ສຳ
ພັນ ​ທີ່ກຳລັງຊຸດໂຊມ​ລົງ ​ລະຫວ່າງປະເທດທັງສອງ​.

ການ​ເກັບ​ພາສີ​ເພີ້​ມດັ່ງກ່າວ ແມ່ນມີຕໍ່​ສິນຄ້າຂາ​ເຂົ້າ ​ເຊັ່ນ​ລົດຍົນ ​ເຫຼົ້າ ຖ່ານ​ຫີນ ​ເຂົ້າ
​ແລະ​ເຄື່ອງສຳອາງ.

ຮອງ​ປະທານາທິບໍດີ​ເທີ​ກີ ທ່ານຟວາດ ອົກ​ເຕ ກ່າວ​ຢູ່​ໃນ​ການ​ສົ່ງ​ຂໍ້ຄວາມ​ທາງ​ທວິດ​ເຕີ
ວ່າ ການເກັບ​ພາສີເພີ້ມ​ ໄດ້​ເຮັດ​ຂຶ້ນ “ພາຍ​ໃຕ້ຂອບ ​ຂອງ​ຫລັກການ​ ​ຕອບ​ໂຕ້ແລກ
ປ່ຽນກັນໃນການ​ໂຈມ​ຕີທາງ​ດ້ານ​ເສດຖະກິດ​ແບບຕັ້ງໃຈໂດຍ​ສະ ຫະລັດ.”

ປະທານາທິບໍດີຣິ​ເຊັບ ​ຕາຍຍິບ ​ເອີ​ດວນ ​ໄດ້​ກ່າວ​ຫາ​ ສະຫະລັດ​ວ່າ ພວມແນເປົ້າໝາຍ
ໃນການສົງຄາມ​ທາງດ້ານເສດຖະກິດ ຕໍ່​ປະ​ເທດ​ຂອງ​ທ່ານ ​ແລະ​ໃນ​ວັນ​ອັງຄານ​ວານ​ນີ້
ທ່ານ​ໄດ້​ສະ​ເໜີ​ໃຫ້​ບອຍຄອດ ຫຼືບໍ່ຊື້ ສິນຄ້າອີ​ເລັກໂຕຣນິກ ຂອງ​ສະຫະ​ລັດ.

ທ່ານ​ເອີ​ດວນ​ກ່າວ​ວ່າ “ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ໂທລະສັບ​ມື​ຖືອາຍໂຟນ ມີ​ແຊມ​ຊັງ​ຢູ່​ບ່ອນ​ອື່ນ.
ຢູ່ໃນ​ປະ​ເທດ​ຂອງ​ພວກ​ເຮົາ ພວກ​ເຮົາ​ມີ​ແວັສ​ແຕລ.”

ປະທານາທິບໍດີເທີກີ ທ່ານຣິ​ເຊັບ ​ຕາຍິບ ​ເອີ​ດວນ ຢູ່ທີ່ກອງປະຊຸມນັກຂ່າວ ໃນນະຄອນອັງກາຣາ ປະເທດເທີກີ ວັນທີ 14 ສິງຫາ 2018.
ປະທານາທິບໍດີເທີກີ ທ່ານຣິ​ເຊັບ ​ຕາຍິບ ​ເອີ​ດວນ ຢູ່ທີ່ກອງປະຊຸມນັກຂ່າວ ໃນນະຄອນອັງກາຣາ ປະເທດເທີກີ ວັນທີ 14 ສິງຫາ 2018.

​ເມື່ອມີການຖາມວ່າ ລັດຖະບານປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ຈະ​ມີປະ
ຕິກິລິຍາ​ຢ່າງ​ໃດ ​ຕໍ່​ການ​ບອຍຄອດຂອງ​ເທີ​ກີ ​ໂຄສົກ​ທຳນຽບຂາວ ທ່ານ​ນາງ​ຊາຣາ
ຮັກ​ກາ​ບີ ​ແຊນ​ເດີຣສ໌ ຕອບ​ໃນລະຫວ່າງການຖະແຫຼງຂ່າວໃນ​ຕອນ​ບ່າຍວັນ​ອັງຄານ
ວານນີ້ວ່າ “​ແນ່ນອນ ຂ້າພະ​ເຈົ້າ​ບໍ່​ມີ​ການ​ປະກາດ​ນະ​ໂຍບາຍ​ກ່ຽວ​ກັບ​ເລື້ອງ​ນີ້​ ຢູ່​ໃນ
​ຕອນ​ນີ້ເທື່ອ.”

ອຸບ​ປະ​ທູດ​ສະຫະລັດ ໃນ​ເທີ​ກີ ທ່ານ​ແຈັ​ຟຟຣີ ​ໂຮ​ເວີ​ນີ​ເອຣ ​ກ່າວຕໍ່ບັນດານັກຂ່າວ ວັນທີ 14 ສິງຫາ 2018.
ອຸບ​ປະ​ທູດ​ສະຫະລັດ ໃນ​ເທີ​ກີ ທ່ານ​ແຈັ​ຟຟຣີ ​ໂຮ​ເວີ​ນີ​ເອຣ ​ກ່າວຕໍ່ບັນດານັກຂ່າວ ວັນທີ 14 ສິງຫາ 2018.

​ແຫ​ລ່ງຂ່າວໃນ​ລັດຖະບານ​ທ່າ​ນທຣໍາກ່າວ​ຕໍ່​ໄປ​ວ່າ ການ​ລົງ​ໂທດເພີ້ມຕື່ມ​ຕໍ່ເທີ​ກີ​ກຳລັງ
ຢູ່​ໃນ​ການ​ພິຈາລະນາ. ​ແຕ່​ວ່າ​ ທ່ານ​ນາງແຊນ​ເດີຣສ໌ ​ໄດ້​ປະຕິ​ເສດ​ທີ່​ຈະ​ກ່າວ​ວ່າ ລັດ
ຖະບານ​ສະຫະລັດ​ມີ​ແຜນການ ​ທີ່​ຈະ​ທຳຄວາມ​ກົດ​ດັນ​ເພີ້​ມຂຶ້ນ ​ຕໍ່​ອັງກາຣາ ຊຶ່ງ​ບໍ່ເອົາ​
ຫົວຊາ​ຊໍ້າ​ແລ້ວ​ຊໍ້າ​ອີກ ໃນ​ການ​ຮ້ອງ​ຂໍ​ຂອງ​ທ່ານ​ທຣໍາ ​ແລະ​ປະເທດອື່ນໆ​ ເພື່ອ​ໃຫ້
​ປ່ອຍ​ໂຕ​ຄຸນ​ພໍ່ຂອງສາສະໜາຄຣິສ ທ່ານ​ແອ​ນດຣູ ບຣັນສັນ.

ລະບົບລູກສອນໄຟປ້ອງກັນທາງອາກາດຂອງຣັດເຊຍ S-400 ກຳລັງວາງສະແດງຢູ່ ຈະຕຸລັດແດງ ໃນວັນເຝິກຊ້ອມ ການເດີນສວນສະໜາມວັນໄຊຊະນະ ທີ່ນະຄອນຫຼວງມົສກູ ປະເທດຣັດເຊຍ ວັນທີ 7 ພຶດສະພາ 2017.
ລະບົບລູກສອນໄຟປ້ອງກັນທາງອາກາດຂອງຣັດເຊຍ S-400 ກຳລັງວາງສະແດງຢູ່ ຈະຕຸລັດແດງ ໃນວັນເຝິກຊ້ອມ ການເດີນສວນສະໜາມວັນໄຊຊະນະ ທີ່ນະຄອນຫຼວງມົສກູ ປະເທດຣັດເຊຍ ວັນທີ 7 ພຶດສະພາ 2017.

ເທີ​ກີ​ກ່າວ​ຫາ ຄຸນ​ພໍ່​ບຣັນ​ສັນ​ວ່າ​ເປັນ​ນັກ​ລືບ ​ແລະ​ໄດ້​ກັກ​ບໍລິ​ເວນ​ທ່ານ ​ໃນຂະນະທີ່​ລໍ
ຖ້າ​ການ​ດຳ​ເນີນ​ຄະດີ​ຢູ່ນັ້ນ.

ອຸບ​ປະ​ທູດ​ສະຫະລັດ ໃນ​ເທີ​ກີ ທ່ານ​ແຈັ​ຟຟຣີ ​ໂຮ​ເວີ​ນີ​ເອຣ ​ໄດ້​ຢ້ຽ​ມຢາມ​ຄຸນ​ພໍ່​ບຣັນ​ສັນ
​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ຮຽກຮ້ອງ​ໃຫ້້​ຄະດີ​ຂອງ​ທ່ານແລະຄະດີຂອງ​ພວກ​ທີ່​ຖືກ​ກັກ
​ຂັງ​ຢູ່​ໃນເທີ​ກີອື່ນໆໃຫ້ໄດ້ຮັບການ​ແກ້​ໄຂ "ໂດຍປາດ​ສະ​ຈາກ​ການ​ຊັກ​ຊ້າໃດໆ” ​ແລະ
ດ້ວຍຍຸຕິທຳ ​ແລະ​ໃນວິທີທີ່ໂປ່ງໃສ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດOK

XS
SM
MD
LG