ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເທີ​ກີ ​ຕົກ​ລົງ​​ຢຸດ​ຍິງ ໃນ​ການ​ໂຈມ​ຕີຊາວ​ ເຄີດ​ສ໌ ຢູ່​ພາກ​ເໜືອ ​ຂອງ​ຊີ​ເຣຍ


ທ່ານ ໄມ​ຄ໌ ເພັນ​ສ໌​, ຮອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ພົບ​ປະ​ກັບ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ, ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ​ຢູ່​ໃນ​ນະ​ຄອນ​ຫລວງອັງ​ກາ​ຣາ ໃນ​ວັນ​ທີ 17 ຕຸ​ລາ, 2019
ທ່ານ ໄມ​ຄ໌ ເພັນ​ສ໌​, ຮອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ພົບ​ປະ​ກັບ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ, ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ​ຢູ່​ໃນ​ນະ​ຄອນ​ຫລວງອັງ​ກາ​ຣາ ໃນ​ວັນ​ທີ 17 ຕຸ​ລາ, 2019

ເທີ​ກີໄດ້​ຕົກ​ລົງ​ວ່າ​ຈະ​ຢຸດ​ຍິງ​ເປັນ​ເວ​ລາ 120 ຊົ່ວ​ໂມງ ​ໃນ​ການ​ໂຈມ​ຕີ​ຂອງ​ປະ​ເທດ​ດັ່ງ​ກ່າວ​ຕໍ່​ພວກນັກ​ລົບຊາວ​ເຄີດ​ສ໌ ຢູ່​ພາກ​ເໜືອ​ຂອງ​ປະ​ເທດຊີ​ເຣຍ ໃນ​ວັນ​ພະ​ຫັດ​ວານນີ້, ອີງ​ຕາມ​ຄຳ​ປະ​ກາດ​ຂອງຮອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ​ຢູ່​ໃນ​ນະ​ຄອນ​ຫລວງອັງ​ກາ​ຣາ ພາຍ​ຫລັງ​ໄດ້​ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານແລ້ວ.

ທ່ານ ເພັນ​ສ໌ ເວົ້າ​ວ່າ ການ​ຢຸດ​ຍິງ​ຂອງ​ເທີ​ກີໃນ​ການ​ໂຈມ​ຕີທີ່​ແກ່​ຍາວ​ມາ​ໄດ້ອາ​ທິດ​ນຶ່ງນັ້ນ ຈະ​ເຮັດ​ໃຫ້​ພວກ​ນັກ​ລົບຊາວ​ເຄີດ​ສ໌ຂອງ​ກຸ່ມ YPG ມີ​ຊ່ອງ​ທາງ​ທີ່​ຈະ ໜີ​ໄປ ​ຈາກ​ເຂດ​ກັນ​ຊົນທີ່ກວ້າງ 32 ກິ​ໂລ​ແມັດຢູ່​ໃນ​ພາກ​ໃຕ້​ຂອງ​ເທີ​ກີທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຊີ​ເຣຍນັ້ນ. ທ່ານ​ເວົ້າ​ວ່າ ​ການ​ຢຸດ​ທຳ​ສົງ​ຄາມ​ດັ່ງ​ກ່າວແມ່ນ​ແນ​ໃສ່​ຮັບ​ປະ​ກັນ "ສັນ​ຕິ​ພາບ ແລະ​ຄວາມ​ໝັ້ນ​ຄົງໃນ​ມືື້ນັ້ນ" ຢູ່​ໃນ​ຂົງ​ເຂດ​ທີ່ມີ​ສະ​ພາບ​ການທີ່ບໍ່​ແນ່ນອນ ແລະ​ມີ​ຂຶ້ນ​ພາຍ​ຫ​ລັງ​ທີ່​ມີ​ການ​ສົນ​ທະ​ນາ​ກັນ​ເປັນ​ເວ​ລາ 5 ຊົ່ວ​ໂມງ​ລະ​ຫວ່າງບັນ​ດາ​ເຈົ້າ​ໜ້າ​ທີ່​ເທີ​ກີ ກັບ​ສະ​ຫະ​ລັດ.

ແຕ່​ອີງ​ຕາ​ມອີງ​ການ​ຂ່າວ​ ໃນ​ທ້ອງ​ຖິ່ນ​ຂອງ​ຊາວ​ເຄີດ​ສ໌ ໄດ້​ລາຍ​ງານ​ວ່າ ທ່ານ ອາ​ລ​ດາ ເຊ​ລີ​ລ (Aldar Xelil), ນັກການ​ເມືອງ​ຊາວ​ເຄີດ​ສ໌​ຢູ່​ຊີ​ເຣຍມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວຄົນ​ນຶ່ງ ຊຶ່ງ​ເປັນ​ຜູ້​ທີ່ມັກ​ກ່າວ​ໃນ​ນາມ​ຕາງ​ໜ້າ​ໃຫ້​ຊາວ​ເຄີດ​ສ໌​ຢູ່​ຊີ​ເຣຍ ເວົ້າ​ວ່າ "ພວກ​ເຮົາ​ໄດ້​ເວົ້າ​ໃນ​ເມື່ອ​ກ່ອນ​ມາ​ແລ້ວ​ວ່າ ການ​ເຂົ້າ​ໄປ​ໃນ​ດິນ​ຂອງ​ຊີ​ເຣຍເປັນໄລ​ຍະ​ຍາວ 30 ກິ​ໂລ​ແມັດແມ່ນ​ຖືກ​ປະຕິ​ເສດ." ທ່ານ​ກ່າວ​ວ່າ ຊາວ​ເຄີດ​ສ໌ ຈະ​ປ້ອງ​ກັນ​ຕົນ​ເອງ​ຖ້​າ​ຫາກວ່າ​ຖືກ​ໂຈມ​ຕີ​ໃນ​ໄລ​ຍະ​ທີ່​ມີ​ການ​ຢຸດ​ຍິງ​ຢູ່ນັ້ນ.

ທ່ານ ເພັນ​ສ໌ ເວົ້າ​ວ່າເທີ​ກີ ແລະ​ສ​ະ​ຫະ​ລັດ “​ເຫັນ​ດີນຳ​ກັນ” ທີ່​ຈະ​ທຳ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວ​ກັບ​ຊາ​ຕາ​ກຳ​ຂອງ​ດິນ​ແດນ​ດັ່ງ​ກ່າວ ແລະກ່ຽວ​ກັບ​ວິ​ທີ​ການ​ທີ່​ສອງ​ປະ​ເທດ​ຈະ​ສາ​ມາດສືບ​ຕໍ່ທຳ​ການຕໍ່​ສູ້​ກັບພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ, ທີ່​ມີ​ບາງ​ຄົນ​ກໍ​ໄດ້​ຫລົບ​ໜີ​ໄປ​ແລ້ວ ນັບ​ແຕ່​ເທີ​ກີ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ຕໍ່​ຊາວ​ເຄີດ​ສ໌ ເປັນ​ຕົ້ນ​ມາ ຫລັງ​ຈາກທ່ານ​ທ​ຣຳ​ຖອນ​ທະ​ຫານ​ອະ​ເມ​ຣິ​ກັນ​ອອກ​ຈາກ​ເຂດ​ດັ່ງ​ກ່າວ​ເກືອບ​ໝົດ ແຕ່​ພຽງ​ຝ່າຍ​ດຽວ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວວ່າ ເນື່ອງ​ຈາກວ່າມີ​ການ​ຕົກ​ລົງ​ຂອງເທີ​ກີ​ ທີ່​ຈະ​ຢຸດ​ການ​ໂຈມ​ຕີສະ​ນັ້ນ​ບໍ່​ຕ້ອງມີ​ການ​ລົງ​ໂທດ​ຕໍ່ອັງ​ກາ​ຣາຕາມທີ່ໄດ້​ວາງ​ແຜນ​ໄວ້​ນັ້ນອີກ​ຕໍ່​ໄປ​ແລ້ວ.

ຢູ່​ໃນ​ທວີດ​ເຕີນັ້ນ ທ່ານທ​ຣຳ​ເວົ້າ​ວ່າ, "ຂໍ້​ຕົກ​ລົງ​ນີ້ຈະບໍ່ສາ​ມາດ​ເຮັດ​ໄດ້​ຈັກ​ເທື່ອ​ໃນ 3 ມື້​ກ່ອນ. ຕ້ອງ​ໄດ້​ມີຄ​ວາມ​ຮັກ 'ທີ່​ຍາກ' ແດ່ຈຶ່ງ​ຈະ​ເຮັດ​ໄດ້. ດີ​ຫລາຍ​ສຳ​ລັບ​ທຸກ​ຄົນ. ພູມ​ໃຈ​ນຳ​ທຸກ​ຄົນ." https://twitter.com/realDonaldTrump/status/1184892687587012608
ຜູ້​ນຳ​ສະ​ຫະ​ລັດ​ຄົນ​ນີ້​ຖືກ​ຕຳ​ໜິທາງ​ການ​ເມືອງ​ຢ່າງ​ໃຫຍ່​ຈາກ​ທັງ​ບັນ​ດາ​ສະ​ມາ​ຊິກ​ຂອງ​ພັກ​ຣີ​ພັບ​ບ​ລິ​ກັນ ແລະ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ຫະ​ລັດ ທີ່​ໄດ້​ຖອນ​ທະ​ຫານ​ອາ​ເມ​ຣິ​ກັນ​ອອກໄປ.

ແຕ່​ທ່ານ ທ​ຣຳ​ໄດ້​ປະ​ກາດ​ວ່າ "ມື້ນີ້​ເປັນ​ມື້​ສັນ​ວັນ​ດີ​ສຳ​ລັບອະ​ຣິ​ຍະ​ທຳ. ຂ້າ​ພະ​ເຈົາ​ມີ​ຄວາມ​ພູມ​ໃຈ​ຕໍ່​ສະ​ຫະ​ລັດ​ໂດຍຖືກ​ຊຸກ​ຍູ້​ໂດຍ​ຂ້າ​ພະ​ເຈົ້າ ​ໄດ້​ເດີນ​ຕາມເສັ້ນ​ທາງ​ທີ່​ຕ້ອງ​ໄດ້​ເຮັດ ແຕ່​ວ່າຕ່າງ​ຈາກທຳ​ມະ​ດາ​ແດ່ໃນ​ລະ​ດັບ​ໃດ​ນຶ່ງ. ຄົນ​ໄດ້​ພາ​ກັນ​ພະ​ຍາ​ຍາມ​ທີ່​ໃຫ້​ມີ 'ຂໍ້​ຕົກ​ລົງ' ນີ້​ມາ​ໄດ້​ຫລາຍ​ປີ​ແລ້ວ. ຊີ​ວິດ​ຂອງ​ຫລາຍ​ລ້ານ​ຄົນ​ຈະ​ຖືກ​ຊ່ວຍ​ໄວ້. ຊົມ​ເຊີຍ​ທຸກ​ຄົນ!" https://twitter.com/realDonaldTrump/status/1184895160871571456

ອ່ານ​ຂ​່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG