ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ກ່າວໃນວັນອາທິດວານນີ້ວ່າ ລັດຖະບານຂອງທ່ານ “ມີຄວາມໂສກເສົ້າຢ່າງຍິ່ງ” ທີ່ໄດ້ເຫັນພາບຈາກໂທລະພາບ ທີ່ ສະແດງໃຫ້ເຫັນ ກອງກຳລັງ ທະຫານ ສະຫະລັດ ປະຕິບັດພາລະກິດຄຽງຂ້າງພວກນັກ
ຮົບຊາວ ເຄີດ ໃນ ຊີເຣຍ ທີ່ ອັງກາຣາ ພິຈາລະນາວ່າເປັນພວກກໍ່ການຮ້າຍ ແລະ ວໍຊິງ
ຕັນ ເຊື່ອວ່າ ເປັນກອງກຳລັງຕໍ່ສູ້ພວກລັດອິສລາມ ຈີຮາດ ທີ່ມີປະສິດທິພາບທີ່ສຸດ.
ໃນສັບປະດາແລ້ວນີ້ ກອງກຳລັງ ເທີກີ ໄດ້ເປີດສາກໂຈມຕີທາງອາກາດໃສ່ກອງກຳລັງ
ປົກປ້ອງປະຊາຊົນຊາວ ເຄີດ ໃນຊີເຣຍ ຫຼື YPG, ທີ່ ອັງກາຣາ ພິຈາລະນາວ່າ ເປັນ
ພັນທະມິດຂອງພັກກຳມະກອນຊາວ ເຄີດ ໃນ ຊີເຣຍ, ເຊິ່ງພວກເຂົາໄດ້ຕໍ່ສູ້ນຳກັນມາ
ເປັນເວລາ 3 ທົດສະວັດ ເພື່ອການຄວບຄຸມພາກຕາເວັນອອກສຽງ ໃຕ້ຂອງ ເທີກີ.
ສະຫະລັດ ໄດ້ຕ້ອງຕິ ເທີກີ ຢ່າງແຮງໃນການໂຈມຕີດັ່ງກ່າວ, ໂດຍເວົ້າວ່າ ພວກເຂົາ
ເຈົ້າບໍ່ໄດ້ຮັບການອະນຸມັດ ໂດຍພວກແນວໂຮມທີ່ນຳພາໂດຍ ສະຫະລັດ ແລະ “ມັນ ໄດ້ນຳໄປສູ່ການສູນເສຍຊີວິດຂອງກອງກຳລັງຄູ່ຮ່ວມງານຂອງພວກເຮົາ.”
ຫຼັງຈາກການໂຈມຕີຂອງ ເທີກີ ແລ້ວ ສະຫະລັດ ໄດ້ສົ່ງລົດທະຫານທີ່ປັກທຸງຊາດ ອາ
ເມຣິກາ ເຂົ້າໄປໃນດິນແດນຂອງປະເທດ ຊີເຣຍ ເພື່ອ ລາດຕະເວນຮ່ວມກັບພວກນັກ
ຮົບ YPG, ເຊິ່ງປາກົດວ່າເພື່ອປ້ອງກັນບໍ່ໃຫ້ມີການປະທະກັນອີກ.
ທ່ານ Erdogan ໄດ້ກ່າວໃນນະຄອນ ອິສຕັນບູລ ກ່ອນເດີນທາງໄປປະເທດ ອິນເດຍ
ວ່າ “ໂຊກບໍ່ດີ.. ການມີໜ້າຂອງທຸງຊາດ ອາເມຣິກາ ພ້ອມກັບເຄື່ອງໝາຍຂອງອົງ ການກໍ່ການຮ້າຍ ທີ່ເອີ້ນວ່າ YPGໃນຂະບວນລົດໜຶ່ງ ໄດ້ເຮັດໃຫ້ພວກເຮົາເສຍໃຈ
ຢ່າງຍິ່ງ.”
ເທີກີ ແລະ ສະຫະລັດ ເຊິ່ງແມ່ນພັນທະມິດອົງການເນໂຕນຳກັນ, ບໍ່ໄດ້ເຫັນພ້ອມນຳ
ກັນມາດົນນານແລ້ວ ກ່ຽວກັບ ບົດບາດຂອງພວກນັກ ຮົບຊາວ ເຄີດ ຂອງ ຊີເຣຍ ໃນ
ການພະຍາຍາມທີ່ຈະຍຶດຄືນເອົາເຂດທີ່ໝັ້ນຈາກພວກລັດອິສລາມໃນ ຊີເຣຍ ແລະ
ອີຣັກ.
ທ່ານ Erdogan ໄດ້ກ່າວວ່າ ເມື່ອທ່ານພົບປະກັບປະທານາທິບໍດີ ສະຫະລັດ ທ່ານ ດໍ
ໂນລ ທຣຳ ຢູ່ທຳນຽບຂາວ ໃນວັນທີ 16 ພຶດສະພາທີ່ຈະມາເຖິງນີ້ ທ່ານຫວັງທີ່ຈະປ່ຽນ
ແປງຄວາມຄິດຂອງຜູ້ນຳ ອາເມຣິກັນ ກ່ຽວກັບ ການສະໜັບສະໜູນພວກນັກຮົບຊາວ
ເຄີດ ໃນຊີເຣຍ ຂອງ ສະຫະລັດ.