ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເທີ​ກີ​​ວ່າ​ ຈະ​ເກັບ​ພາສີ​ ​ສິນຄ້າ​ ​ຈາ​ກສະຫະລັດ ຄືກັນກັບປະເທດ ອື່ນ


ທ່ານ ນີ​ແຮັດ ຊີ​ເບັກ​ຈີ (Nihat Zeybekci) ລັດຖະມົນ ຕີ​ກະຊວງ​ເສດຖະກິດ​ຂອງ​ເທີ​ກີ​ກ່າວ​ຄໍາໄສຢູ່​ໃນໂຮງແຮມແຫ່ງນຶ່ງໃນເມືອງ ໂຄໂລຍ (Cologne) ໃນປະເທດເຢຍລະມັນ.
ທ່ານ ນີ​ແຮັດ ຊີ​ເບັກ​ຈີ (Nihat Zeybekci) ລັດຖະມົນ ຕີ​ກະຊວງ​ເສດຖະກິດ​ຂອງ​ເທີ​ກີ​ກ່າວ​ຄໍາໄສຢູ່​ໃນໂຮງແຮມແຫ່ງນຶ່ງໃນເມືອງ ໂຄໂລຍ (Cologne) ໃນປະເທດເຢຍລະມັນ.

ເທີ​ກີ​ປະກາດ​ວ່າ​ຈະ​ເກັບ​ພາສີ​ສໍາລັບ​ສິນຄ້າ​ທີ່​ຜະລິດ​ຈາ​ກສະຫະລັດ​ເປັນ​ມູນ​ຄ່າ 1.8 ຕື້
​ໂດ​ລາ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ​ຕໍ່ການ​ເກັບ​ພາສີນໍາ​ເຂົ້າ​ສໍາ​ລັບເຫລັກ​ກ້າ ​ແລະ​ອາ​ລູມີ
ນຽ​ມຂອງທ່ານ ​ດໍ​ໂນ​ລທຣໍາ ປະທານາທິບໍດີຂອງ​ສະຫະລັດ.

ອົງການ​ການ​ຄ້າ​ໂລກ​ເວົ້າວ່າ ພາສີ​ຂາ​ເຂົ້າ​ໃໝ່ຂອງ​ເທີ​ກີ ຈະ​ມີ​ມູນ​ຄ່າ​ຫລາຍ​ເຖິງ 266.5
ລ້ານ​ໂດ​ລາ ຕໍ່ສິນຄ້າ​ຕ່າງໆ ຊຶ່ງ​ລວມມີ ລົດ, ຖ່ານ​ຫີນ, ​ເຈ້ຍ, ​ເຂົ້າ ​ແລະ​ຢາສູບ.

ທ່ານ ນີ​ແຮັດ ຊີ​ເບັກ​ຈີ (Nihat Zeybekci) ລັດຖະມົນ ຕີ​ກະຊວງ​ເສດຖະກິດ​ຂອງ​ເທີ​ກີ
​ກ່າວຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ ​ເທີ​ກີ​ຈະ​ບໍ່ປ່ອຍ​ໃຫ້​ຕົນ​ເອົງ “ຖືກ​ຕໍາໜິວ່າ​ເຮັດ​
ໃຫ້​ເສດຖະກິດ​ຂອງ​ອາ​ເມຣິກາ​ພົບ​ຄວາມ​ຫຍຸ້ງຍາກ​ເດັດຂາດ."

ທ່ານ​ກ່າວ​ເພີ້ມອີກ​ວ່າ "ພວກ​ເຮົາ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ແກ້​ໄຂ​ບັນຫາ ບໍ່​ແມ່ນ​ສ່ວນ​ນຶ່ງ​ຂອງ​ບັນຫາ."

​ໃນ​ວັນ​ພຸດ​ຜ່ານ​ມາ ສະຫະພາບ​ຢູ​ໂຣບ ຫລື EU ​ໄດ້​ປະກາດ​ວ່າ ຕົນ​ເອງ​ໄດ້​ລວບ​ລວມ​ເອົາ
ລາຍການ​ຂອງ​ສິນຄ້າ​ສະຫະລັດທີ່​ຕົນ​ຈະ​ເລີ້ມ​ເກັບ​ພາສີ 25 ​ເປີ​ເຊັນ ຊຶ່ງ​ເປັນ​ການ​ເຄື່ອນ
​ໄຫວ​ທີ່​ພາ​ໃຫ້ສົງຄາມ​ການ​ຄ້າ​ເພີ້ມຄວາມ​ຮ້າຍ​ແຮງ​ຂຶ້ນຢ່າງ​ເຕັມ​ສ່ວນ ​ໂດຍ​ສະ​ເພາະ
ແມ່ນຖ້າ​ຫາກທ່ານ​ດໍ​ໂນ​ລທຣໍາ ປະທານາທິບໍດີຂອງ​ສະຫະລັດປະຕິບັດ​ຕາມ​ຄໍາ​ນາບ​ຂູ່​ທີ່
​ຈະ​ເກັບ​ພາສີ​ສາ​ເຂົ້າຕໍ່ລົດ​ທີ່​ນໍາ​ເຂົ້າ ຈາກ​ຢູ​ໂຣບ.

ທ່ານ​ນາງ ຊິ​ຊີ​ເລຍ ມອມສະຕຣອມ (Cecilia Malmstrom) ກໍາມາ​ທິການ​ດ້ານ​ການ​ຄ້າ​
ຂອງ​ອີ​ຢູກ່າວ​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ວ່າ "ພວກ​ເຮົາ​ບໍ່ຢາກ​ຕົກ​ຢູ່​ໃນ​ສະພາບ​ນີ້​ເລີຍ.
​ແຕ່​ວ່າການ​ຕັດສິນ​ໃຈໂດຍ​ລໍາພັງ ​ແລະບໍ່ມີ​ເຫດຜົນ​ຂອງ​ສະຫະລັດ ທີ່​ຈະເກັບ​ພາສີ​ເຫລັກ
​ກ້າ ​ແລະ​ອາ​ລູມີນຽມຕໍ່ອີ​ຢູ (EU) ໝາຍຄວາມ​ວ່າ ພວກ​ເຮົາບໍ່ມີ​ທາງ​ເລືອກ."

ກໍາມາ​ທິການ​ທີ່​ບໍລິຫານ​ການ​ດໍາ​ເນີນ​ງານ​ປະ​ຈໍາ​ວັນ​ຂອງອີ​ຢູ (EU) ດັ່ງກ່າວ ​ໄດ້​ຮັບຮອງ
​ເອົາ​ກົດໝາຍເກັບ​ພາສີ​ຕໍ່ສິນຄ້າ​ຂອງ​ສະຫະລັດໃນ​ມູນ​ຄ່າ 3.2 ຕື້​ໂດ​ລາ ຊຶ່ງ​ລວມມີສິນຄ້າ​
ເຮັດ​ດ້ວຍອາ​ລູມີນຽມ ​ແລະ​ເຫລັກ​ກ້າ, ສິນຄ້າ​ກະສິກໍາ, ​ເຫລົ້າວິສກີປະ​ເພດ​ບົວ​ບັນ ​ແລະ​
ລົດຈັກ.

ທ່ານ​ນາງ ມອມສະຕຣອມ (Cecilia Malmstrom) ​ເວົ້າອີກ​ວ່າ ການ​ຕອບ​ໂຕ້​ຄືນ​ຂອງ​ອີ
​ຢູ ​ແມ່ນ​ສອດຄ່ອງ​ກັບ​ກົດລະບຽບຕ່າງໆ​ຂອງ​ອົງການ​ການ​ຄ້າ​ໂລກ ​ແລະເວົ້າວ່າຕົນຈະ​ຍົກ
​ເລີກ​ພາສີ​ດັ່ງກ່າວ ຫາກ​ເມື່ອ​ໃດ​ສະຫະລັດ​ຍົກ​ເລີກ​ການ​ເກັບພາສີ​ຂາ​ເຂົ້າຕໍ່​ໂລຫະ ທີ່​ມີ​ມູນ​
ຄ່າຫລາຍ​ເຖິງ 7.41 ຕື້​ໂດ​ລານັ້ນ.

ທ່ານ​ທຣໍາ​ໄດ້​ວາງ​ອັດຕາ​ພາສີ​ 25 ​ເປີ​ເຊັນ​ຕໍ່​ເຫລັກ​ກ້າ ​ແລະ 10 ​ເປີ​ເຊັນ​ຕໍ່ອາ​ລູມີນຽມ ທີ່​ນໍາ​ເຂົ້າມາ​ຈາກ​ ອີ​ຢູ, ກາ​ນາ​ດາ ​ແລະ​ເມັກ​ຊິ​ໂກ ທີ່ເລີ້ມມີຜົນ​ບັງຄັບ​ໃຊ້​ນັບ​ແຕ່​ເດືອນ​ມິຖຸນາ
​ເປັນຕົ້ນ​ໄປ.

ກາ​ນາ​ດາ​ເວົ້າວ່າ ຕົນ​ຈະ​ເກັບ​ພາສີສິນຄ້າ​ນໍາ​ເຂົ້າຈາກ​ສະຫະລັດ​ໃນ​ມູນ​ຄ່າ 12.5 ຕື້​ໂດ​ລາ
ນັບ​ແຕ່​ວັນ​ທີ 1 ກໍລະ​ກົດ​ເປັນຕົ້ນ​ໄປ ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ.

ສ່ວນ​ເມັກ​ຊິ​ໂກ​ກໍ​ໄດ້​ເລີ້ມ​ເກັບ​ພາສີ​ຕໍ່ສິນຄ້າ​ຜະລິດ​ຈາກ​ສະຫະລັດຫລາຍ​ປະ​ເພດ​ແລ້ວ
ຊຶ່ງ​ລວມມີເຫລັກ​ກ້າ, ໝູ ​ແລະ​ເຫລົ້າວິສກີ​ບົວ​ບັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG