ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບຸກໂຈມຕີ ຂອງເທີກີ ແນເປົ້າໝາຍໃສ່ ກຸ່ມລັດອິສລາມ ແລະຊາວເຄີດ ຕາມຊາຍແດນ


ຄວົນພຸ່ງຂຶ້ນສູ່ທ້ອງຟ້າ ຢູ່ໃນຟາກຂອງຊີເຣຍ ພາບນີ້ ຖ່າຍມາຈາກເມືອງ Karkamis ຂອງເທີກີ, ວັນທີ 24 ສິງຫາ 2016.
ຄວົນພຸ່ງຂຶ້ນສູ່ທ້ອງຟ້າ ຢູ່ໃນຟາກຂອງຊີເຣຍ ພາບນີ້ ຖ່າຍມາຈາກເມືອງ Karkamis ຂອງເທີກີ, ວັນທີ 24 ສິງຫາ 2016.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ກ່າວວ່າ ການປະຕິບັດການ ຂອງທະຫານ ທີ່ໄດ້ເລີ່ມຕົ້ນຂຶ້ນ ໃນວັນພຸດມື້ນີ້ ຢູ່ໃນພາກເໜືອຂອງຊີເຣຍ ນັ້ນ ແມ່ນໄດ້ ແນເປົ້າໝາຍໃສ່ ພວກນັກລົບລັດອິສລາມ ແລະ ພວກຊາວເຄີດ​ໃນ​ຊີ​ເຣຍ ໃນຄວາມ ພະຍາຍາມເພື່ອຈະຍຸຕິການຂົ່ມຂູ່ຂອງ​ພວກການຮ້າຍ ຢູ່ຕາມເຂດຊາຍແດນ.

ເທີກີ ຖືວ່າ ພວກຊາວເຄີດທີ່ໜູນຫຼັງໂດຍສະຫະລັດ ຢູ່ໃນຊີເຣຍນັ້ນ ​ເປັນ​ພັນທະ​ມິດ​ກັບ ພວກຊາວເຄີດ ໃນພາກຕາເວັນອອກສຽງໃຕ້ຂອງເທີກີ ທີ່ໄດ້ຕໍ່ສູ້ຕ້ານລັດຖະບານເທີກີ ມາເປັນເວລາຍາວ ຫຼາຍທົດສະວັດແລ້ວ.

ແຜນທີ່ເຂດເມືອງ Jabarblus ຂອງຊີເຣຍ
ແຜນທີ່ເຂດເມືອງ Jabarblus ຂອງຊີເຣຍ

ການປະຕິບັດການ ໃນວັນພຸດມື້ນີ້ ປະກອບດ້ວຍ ການຍິງປືນໃຫຍ່ ແລະ ການໂຈມຕີ ທາງອາກາດດ້ວຍເຮືອບິນອາຍພົ່ນຂອງເທີກີ ໂດຍ​ໄດ້ຮັບ​ການ​ສະໜັບສະໜູນ ​ຈາກ ເຮືອບິນລົບອື່ນໆ ຂອງກອງກຳລັງປະສົມ ທີ່ນຳພາໂດຍສະຫະລັດ ທີ່ໄດ້ແນເປົ້າໝາຍ ໃສ່ ກຸ່ມລັດອິສລາມ ມາເປັນເວລາປະມາ 2 ປີ. ລົດຖັງຈຳນວນນຶ່ງຂອງເທີກີ ກໍໄດ້ເຂົ້າ ຮ່ວມໃນການຕໍ່ສູ້ນຳດ້ວຍ ຢູ່ໃນຟາກເຂດຊາຍແດນຂອງຊີເຣຍ ຂະນະທີ່ພວກເຂົາເຈົ້າ ພະຍາຍາມທີ່ຈະກົດດັນໃຫ້ພວກຫົວຮຸນແຮງ ອອກໄປຈາກເມືອງ Jarablus.

ການປະຕິບັດການ ມີຂຶ້ນ ມື້ນຶ່ງ ຫຼັງຈາກທີ່ລັດຖະມົນຕີການຕ່າງປະເທດ ເທີກີ ທ່ານ Mevlut Cavusoglu ໄດ້ກ່າວວ່າ ເທີກີ ຈະໃຫ້ ການສະໜັບສະໜູນ ເພື່ອຕໍ່ສູ້ກັບ ກຸ່ມລັດອິສລາມ “ທຸກໆຮູບແບບ” ຢູ່ໃນບໍລິເວນອ້ອມເມືອງ Jarablus. ໃນວັນຈັນ ຜ່ານມາ ລັດຖະບານເທີກີ ໄດ້ປະຕິຍານວ່າ ຈະ “ກວດລ້າງ” ກຸ່ມລັດອິສລາມ ຫຼັງ ຈາກການໂຈມຕີດ້ວຍລະເບີດສະຫຼະຊີບໃກ້ກັບເມືອງ Gaziantep.

ກຸ່ມລັດອິສລາມ ໄດ້ຄວບຄຸມ ເຂດຊາຍແດນອັນຍາວຢຽດ ລະຫວ່າງເທີກີ ແລະ ຊີເຣຍ ໃນຕົ້ນປີ 2015 ແຕ່ພວກນັກລົບຊາວເຄີດ ໄດ້ຍຶດຄືນພາກສ່ວນອັນໃຫຍ່ ຂອງດິນ​ແດນ​ດັ່ງກ່າວ ໂດຍສະເພາະ ແມ່ນຢູ່ທາງພາກຕາເວັນອອກ ຂອງເມືອງ Jarablus.

ການທີ່ບໍ່ໃຫ້ພວກຫົວຮຸນແຮງ ເຂົ້າເຖິງເຂດຊາຍແດນ​ໄດ້ ໂດຍຕັດຂາດເສັ້ນທາງລຳລຽງ ສຳພາລະ ​ແລະ​ນຳ​ເອົາ​ພວກ​ນັກ​ລົບ​ເຂົ້າ​ໄປ​ໃນ​ຊີ​ເຣຍ ​ແຕ່​ເທີ​ກີ​ກໍມີ​ຄວາມ​ລະມັດລະວັງ ​ ໃນ​ໄຊຊະນະ​ທີ່​ຕົນ​ໄດ້​ຮັບ​ມາ ຮ່ວມກັບ ​ພວກ​ຊາວ​ເຄີ​ດ ທີ່​ໄດ້​ຂະຫຍາຍ​ການຄວບ​ຄຸມ​ ຂອງ​ພວກ​ເຂົາ​ເຈົ້າ ຢູ່ໃນ ​ພາກ​ເໜືອ​ຂອງ​ຊີ​ເຣຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Turkey Syria
please wait
Embed

No media source currently available

0:00 0:01:59 0:00

XS
SM
MD
LG