ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັນ​ທະ​ມິດ​ຂອງ​ເທີກີ​ໃນ​ຊີ​ເຣຍ ຖື​ກກ່າວ​ຫ​າວ່າ ລະ​ເມີດ​ສິດ​ທິ​ມະ​ນຸດ ຢ່າງ​ແຜ່​ຫລາຍ


ກອງ​ທັບ​ແຫ່ງ​ຊາດຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ເທີ​ກີ ຍົກ​ມືເປັນ​ຮູບ​ໂຕ V ຂຶ້ນ ໃນ​ຂະ​ນະ​ທີ່ພາ​ກັນ​ຂັບລົດ​ກັບຄືນ​ໄປ​ເທີ​ກີ ​ຢູ່ເຂດ​ຊາຍ​ແດນລະ​ຫວ່າງ​ເທີ​ກີ ກັບ​ຊີ​ເຣຍໃນ​ເມືອງ Akcakale, ແຂວງ Sanliurfa, ທາງ​ຕາເວັນອອກສຽງ​ໃຕ້​ຂອງ​ເທີ​ກີໃນ​ວັນ​ທີ 9 ຕຸລາ 2019
ກອງ​ທັບ​ແຫ່ງ​ຊາດຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ເທີ​ກີ ຍົກ​ມືເປັນ​ຮູບ​ໂຕ V ຂຶ້ນ ໃນ​ຂະ​ນະ​ທີ່ພາ​ກັນ​ຂັບລົດ​ກັບຄືນ​ໄປ​ເທີ​ກີ ​ຢູ່ເຂດ​ຊາຍ​ແດນລະ​ຫວ່າງ​ເທີ​ກີ ກັບ​ຊີ​ເຣຍໃນ​ເມືອງ Akcakale, ແຂວງ Sanliurfa, ທາງ​ຕາເວັນອອກສຽງ​ໃຕ້​ຂອງ​ເທີ​ກີໃນ​ວັນ​ທີ 9 ຕຸລາ 2019

ອົງ​ການ​ສິ້ງ​ຊອມສິດ​ທິ​ມະ​ນຸດ Human Rights Watch ທີ່​ຕັ້ງ​ຢູ່​ນະ​ຄອນ​ນິວຢອກ ກ່າວ​ອ້າງວ່າ ຕົນ​ເອງ "ມີ​ຫລັກ​ຖານພິ​ສູດ​ຄວາມ​ຜິດ" ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ກອງ​ທັບ​ແຫ່ງ​ຊາດຊີ​ເຣຍ ຫລື SNA ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ເທີ​ກີນັ້ນ ໄດ້​ທຳ​ການປະ​ຫານ​ຊີ​ວິດ​ແບບ​ຮວບ​ຮັດ​ຕັດ​ຕອນ, ປຸ້ນ​ສະ​ດົມ, ຍຶດ​ເອົາ​ຊັບ​ສິນ ແລະຂັດ​ຂວາງບໍ່​ໃຫ້​ຄົນ​ກັບ​ຄືນ​ໄປ​ຫາ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າໄດ້.

"​ເທີ​ກີໄດ້​ເມີນ​ເສີຍ​ຕໍ່​ການ​ປະ​ພຶດ​ທີ່​ໜ້າ​ຈະ​ປະ​ນາມໂທດ​ທີ່​ສະ​ແດງ​ໃຫ້​ເຫັນຢູ່​ໃນເຫລົ່າ​ທະ​ຫານ​ທີ່​ຕົນ​ປະ​ກອບ​ອາ​ວຸດ​ໃຫ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ຊາ​ຣາ ລີ ວິດ​ຊັນ (Sarah Leah Whitson), ຫົວ​ໜ້າ​ພະ​ແນກເຂດ​ຕາ​ເວັນ​ອອ​ກກາງ ຂອງ​ອົງ​ການ Human Rights Watch. ທ່ານ​ນາງ​ກ່າວ​ຕໍ່​ໄປວ່າ "ຕາບ​ໃດ​ທີ່ເທີ​ກີ ຫາກ​ຍັງ​ຄວບ​ຄຸມ​ຂົງ​ເຂດນີ້​ຢູ່ ປະ​ເທດນັ້ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບໃນ​ການທຳການ​ສືບ​ສວນ ແລະ​ເຮັດ​ໃຫ້​ການ​ລະ​ເມີດ​ເຫລົ່າ​ນີ້ຍຸ​ຕິ​ລົງ."

ໃນ​ເດືອນ​ແລ້ວນີ້ ກອງ​ທັບ​ເທີ​ກີ ແລະ ກອງ​ທັບ​ແຫ່ງ​ຊາດຊີ​ເຣຍໄດ້​ເປີ​ດ​ການ​ໂຈມ​ຕີຢູ່​ທາງ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ຕໍ່​ກຳ​ລັງ​ທະ​ຫານ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຊີ​ເຣຍ ຫລື SDF, ທີ່ສ່ວນ​ໃຫຍ່ປະ​ກອບ​ດ້ວຍພວກ​ນັກ​ລົບ​ຊາວ​ເຄີດ​ສ໌ YPG ນັ້ນ.

ອັງ​ຄາ​ຣາຖື​ກຸ່ມ YPG ວ່າ​ເປັນ​ພວກກໍ່​ການ​ຮ້າຍ, ແຕ່​ວ່າ ພວກ​ນັກ​ລົບເຫລົ່າ​ນັ້ນ​ເປັນ​ພັນທະ​ມິດ​ສຳ​ຄັນ​ຫລາຍ​ໃນ​ການ​ດຳ​ເນີນຄວາມ​ພະ​ຍາ​ຍາມ​ທາງ​ທະ​ຫານ​ຂອງວໍ​ຊິງ​ຕັນ ຕ້ານ​ກັບ​ກຸ່ມ​ລັດ​ອິດ​ສະ​ລາມ.

ອົງ​ການສິ້ງ​ຊອມສິດ​ທິມະ​ນຸດ Human Rights Watch ໄດ້ອ້າງ​ເຖິງ​ຫລັກ​ຖານ​ທີ່ ກອງ​ທັບ​ແຫ່ງ​ຊາດຊີ​ເຣຍປະ​ຫານ​ຊີ​ວິດ​ພວກ​ນັກ​ໂທດ, ຍຶດ​ເອົາ​ເຮືອນຊານ​ຂອງ​ພວກ​ຊາວ​ເຄີດ​ສ໌ຢູ່​ໃນ​ທ້ອງ​ຖິ່ນ ແລະ​ທຳ​ການ​ຍິງ​ລະ​ດົມ​ໃສ່​ພົນ​ລະ​ເຮືອນ​ຢ່າງບໍ່​ເລືອກ​ໜ້າ.

ໃນ​ກໍ​ລະ​ນີ​ຂອງນາງເຮີວ​ຣິນ ຄາ​ລາ​ຟ (Hevrin Khalaf), ນັກ​ເຄື່ອນ​ໄຫ​ວຍິງທີ່​ໂດດ​ເດັ່ນ ໄດ້​ເນັ້ນ​ໃຫ້​ເຫັນ​ການ​ກະ​ທຳ​ນີ້. ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ, ນາງຄາ​ລາ​ຟ (Khalaf), ຖືກ​ປະ​ຫານ​ຊີ​ວິດພາຍ​ຫລັງ​ທີ່​ລົດ​ຂອງ​ລາວຖືກ​ສັ່ງ​ໃຫ້​ຈອດ​ໂດຍ​ທະ​ຫານ​ກອງ​ໂຈນ​ຄົນ​ນຶ່ງທີ່​ມີ​ສາຍ​ພົວ​ພັນ​ກັບກອງ​ທັບ​ແຫ່ງ​ຊາດຊີ​ເຣຍ..

ອົງ​ການ​ສິ້ງ​ຊອມ​ມະ​ນຸດ Human Rights Watch ຍັງ​ໄດ້​ກ່າວ​ອີກວ່າ ການ​ເອົາ​ວີ​ດິ​ໂອ​ລົງ​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ​ອອນ​ລາຍໂດຍ​ທະ​ຫານກອງ​ໂຈນ​ດັ່ງ​ກ່າວ ປາ​ກົດ​ວ່າ ແມ່ນເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ປະ​ຫານ​ຊີ​ວິດ​ຂອງ​ນັກ​ໂທດ​ຍິງ.

ອົງ​ຄາ​ຣາ​ເທົ່າ​ທີ່​ຜ່ານ​ມາ​ຍັງ​ບໍ່​ໄດ້ຕອບຕໍ່ບົດ​ລາຍ​ງານ​ຂອງອົງ​ການ​ສິ້ງ​ຊອມ​ມະ​ນຸດ Human Rights Watch ເທື່ອ. ແຕ່​ປະ​ທາ​ນາ​ທິ​ບໍ​ດີຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ (Recep Tayyip Erdogan) ກໍ​ໄດ້ຍົກ​ຍ້ອງ​ສັນ​ລະ​ເສີນກອງ​ທັບ SNA ທີ່​ໄດ້​ທຳ​ການ​ “ເສຍ​ສະ​ລະ” ຢູ່​ໃນ​ຊີ​ເຣຍ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG