ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີ ກ່າວວ່າ ການເຈລະຈາ ສັນຕິພາບ ຊີເຣຍ ແມ່ນຜົນສຳເລັດ ທາງການທູດ


Syria Turkey
please wait
Embed

No media source currently available

0:00 0:00:54 0:00

ນາຍົກລັດຖະມົນຕີຂອງ​ເທີ​ກີ ທ່ານ Binali Yildirim ກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ການເຈ ລະຈາ​ສັນຕິພາບ​ຊີ​ເຣຍຢູ່​ກາ​ຊັກ​ສະຖານ ​ໃນ​ອາທິດ​ນີ້ ​ແມ່ນ “ຄວາມ​ສຳ​ເລັດທາງ​ດ້ານ​ການ​ທູດ​ທີ່​ແທ້​ຈິງ.”

​ເທີ​ກີ ຣັດ​ເຊຍ ​ແລະ​ອີຣ່ານ​ເປັນ​ຜູ້​ໄກ່​ເກ່ຍໃນ​ການ​ຈັດ​ກອງ​ປະຊຸມ​ເປັນ​ເວລາ​ສອງມື້ ທີ່​ນະ ຄອນ Astana ລະຫວ່າງ​ລັດຖະບານຊີ​ເຣຍແລະ​ຄະນະ​ຜູ້ຕາງໜ້າ​ຂອງພວກ​ຕໍ່ຕ້ານ ຊຶ່ງ​ໄດ້​ຕົກລົງ​ກັນ ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ​ວ່າ ພວກ​ເຂົາ​ເຈົ້າຈະຕິດຕາມ​ເບິ່ງ​ການ​ຢຸດ ​ຍິງເປັນ​ບາງ​ສ່ວນຢູ່​ໃນ​ຊີ​ເຣຍ ​ແລະ​ສະໜັບສະໜຸນ ​ການ​ດຳ​ເນີນ​ຄວາມ​ພະຍາຍາມເພື່ອ ​ຊອກ​ຫາ​ການ​ແກ້​ໄຂ​ທາງ​ດ້ານການ​ເມືອງຕໍ່​ບັນຫາ​ຂັດ ​ແຍ້​ງຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ທ່ານ Yildirim ກ່າວ​ວ່າ ການ​ແກ້​ໄຂ​ຄວນ​ຈະ​ພົວພັນ​ ກັບ​ລັດຖະບານ​ຊີ​ເຣຍຊຸດ​ໃໝ່ “ທີ່​ ຕາງໜ້າ​ໃຫ້​ທຸກ​ພັກ​ຝ່າຍ.”

ຈາກຊ້າຍ, ຮອງລັດຖະມົນຕີການຕ່າງປະເທດເທີກີ Sedat Onal, ທູດພິເສດຣັດເຊຍ ກ່ຽວກັບຊີເຣຍ ທ່ານ Alexander Lavrentiev, ລັດຖະມົນຕີການຕ່າງປະເທດ Kazakh ທ່ານ Kairat Abdrakhmanov, ທູດພິເສດ ປະຈຳອົງການສະຫະປະຊາຊາດ ທ່ານ Mistura ແລະຮອງລັດຖະມົນຕີການຕ່າງປະເທດອີຣ່ານ Hossein Jaber Ansari ຖ່າຍຮູບຮ່ວມກັນ ກ່ອນການເຈລະຈາສັນຕິພາບ ໃນ Astana, 24 ມັງກອນ, 2017.
ຈາກຊ້າຍ, ຮອງລັດຖະມົນຕີການຕ່າງປະເທດເທີກີ Sedat Onal, ທູດພິເສດຣັດເຊຍ ກ່ຽວກັບຊີເຣຍ ທ່ານ Alexander Lavrentiev, ລັດຖະມົນຕີການຕ່າງປະເທດ Kazakh ທ່ານ Kairat Abdrakhmanov, ທູດພິເສດ ປະຈຳອົງການສະຫະປະຊາຊາດ ທ່ານ Mistura ແລະຮອງລັດຖະມົນຕີການຕ່າງປະເທດອີຣ່ານ Hossein Jaber Ansari ຖ່າຍຮູບຮ່ວມກັນ ກ່ອນການເຈລະຈາສັນຕິພາບ ໃນ Astana, 24 ມັງກອນ, 2017.

ນຶ່ງ​ໃນ​ບັນຫາ​ທີ່​ຍັງ​ຄ້າງ​ຄາໃນ​ການ​ເຈລະຈາ​ສັນຕິພາບ​ຮອບ​ກ່ອນກໍ​ແມ່ນ​ບົດບາດ ຂອງ​ປະທານາທິບໍດີ Bashar al-Assad ທີ່​ຈະ​ມີຢູ່​ໃນ​ລັດຖະບານ​ຊຸດ​ໃໝ່. ພວກ​ຕໍ່ຕ້ານ​ຢາກ​ໃຫ້ທ່ານ​ລົງ​ຈາກ​ອຳນາດ ​ແຕ່​ພວກ​ສະໜັບສະໜຸນ​ທ່ານ ຮວມທັງຣັດ​ເຊຍ ຢາກ​ໃຫ້​ຜູ້ກ່ຽວ​
ກຳ​ອຳນາດ​ຕໍ່​ໄປ.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ​ທີ່ນະຄອນ Astana ກ່າ​ວວ່າ
ທຸກ​ພັກ​ຝ່າຍ​ຂອງ​ຊີ​ເຣຍ ຈະ​ພົບ​ປະກັນ​ອີກ​ໃນ​ເດືອນ​ໜ້ານີ້ ທີ່​ນະຄອນເຈ​ນີວາ. ບັນດາ​ກຸ່ມ​ຕໍ່ຕ້ານ​ລັດຖະບານ ​ທີ່​ເຂົ້າຮ່ວມ​ໃນ​ການ​ເຈລະຈາໄດ້​ສະ​ແດງ​ຄວາມ​ສົງ​ໄສກ່ຽວ​ກັບກົນ​ໄກ
​ສາມ​ຝ່າຍ ທີ່​ຈະ​ຄ້ຳປະກັນ ​ໃຫ້​ມີ​ການ​ປະຕິບັດ​ຕາມ​ການ​ຢຸດ​ຍິງ.

ທ່ານ Issam Alrayyes ​ໂຄສົກ​ຂອງ​ກອງທັບ​ຊີ​ເຣຍ​ເສລີໃນ​ເຂດ​ພາກ​ໃຕ້ກ່າວ​ວ່າ “ພວກ ​ເຮົາ​ແມ່ນ​ມີ​ຄວາມ​ບໍ່​ແນ່​ໃຈ​ສະ​ເໝີ ກ່ຽວ​ກັບປະ​ເທດ​ເຫລົ່ານັ້ນ. ຂ້າພະ​ເຈົ້າໝາຍ​ຄວາມ​ວ່າ ສ່ວນ​ໃຫຍ່​ແມ່ນອີຣ່ານ ​ແນ່ນອນຣັດ​ເຊຍ. ​ແຕ່​ພວກ ​ເຮົາ​ກໍ​ຫວັງ​ວ່າ ​ເທື່ອ​ນີ້ຣັດ​ເຊຍ​ຈະ​ເອົາ​ບົດບາດ​ທີ່​ແຕກ​ຕ່າງ​ອອກໄປ​.”

ຜູ້ນຳ​ຄະນະ​ຜູ້​ແທນຂອງ​ກຸ່ມຝ່າຍ​ຄ້ານໃນ​ຊີ​ເຣຍ ທ່ານ Muhammad Alloush ​ໄດ້​ໃຫ້ ການ​ອະນຸມັດຕໍ່​ການ​ຢຸດ​ຍິງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຂອງຣັດ​ເຊຍ​ແລະກ່າວ​ວ່າ ທ່ານ​ຄາດ​ວ່າ​ຈະ​ໄດ້​ຮັບ​ຄຳ​ຕອບ​ພາຍ​ໃນ​ນຶ່ງ​ອາທິດ.

ລັດຖະບານ​ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກຣັດ​ເຊຍ​ແລະ​ອີຣ່ານ ​ໄດ້​ສະ​ແດງ ຄວາມ​ຊົມ​ເຊີຍ​ຕໍ່​ແຜນການ​ສາມ​ຝ່າຍ ​ແຕ່​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ລັດຖະບານ​ຈະ​ດຳ​ເນີນ​ການ​ຕໍ່​ໄປ ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ທະຫານຕໍ່​ພວກ​ຕໍ່ຕ້ານຢູ່​ນອກ​ນະຄອນຫລວງ​ດາ​ມັສກັສ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG