ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເທີກີ ເລັ່ງການໂຈມຕີ ພວກທະຫານບ້ານຊາວ ເຄີດ ໃນປະເທດ ຊີເຣຍ


ລົດບັນທຸກ ເຊິ່ງເປັນສ່ວນນຶ່ງຂອງຂະບວນລົດ, ຂົນສົ່ງລົດກະບະ ຕິດປືນກົນຢູ່ບ້ານ ຊູເກດິຈີ (Sugedigi) ໃນປະເທດ ເທີກີ. 21 ມັງກອນ, 2018.
ລົດບັນທຸກ ເຊິ່ງເປັນສ່ວນນຶ່ງຂອງຂະບວນລົດ, ຂົນສົ່ງລົດກະບະ ຕິດປືນກົນຢູ່ບ້ານ ຊູເກດິຈີ (Sugedigi) ໃນປະເທດ ເທີກີ. 21 ມັງກອນ, 2018.

ກອງກຳລັງ ເທີກີ ໄດ້ຖິ້ມລະເບີດໃສ່ພາກເໜືອຂອງປະເທດ ຊີເຣຍ ໃນວັນຈັນມື້ນີ້,
ເປັນການເລັ່ງລັດການໂຈມຕີ ເພື່ອຂັບໄລ່ພວກທະຫານບ້ານຊາວ ເຄີດ ອອກໄປຈາກ
ຂົງເຂດ ອາຟຣິນ, ໃນຂະນະທີ່ບັນດາເຈົ້າໜ້າທີ່ກ່າວວ່າ ການປະຕິບັດການຈະສິ້ນສຸດ
ລົງຢ່າງຮີບດ່ວນ.

ທະຫານບ້ານຊາວ ເຄີດ YPG ໄດ້ລາຍງານເຖິງການປະທະກັນກັບກອງກຳລັງ ເທີກີ
ໃນພາກຕາເວັນເວັນຕົກສຽງເໜືອຂອງຂົງເຂດ ອາຟຣິນ ໃນວັນຈັນມື້ນີ້.

ຮອງນາຍົກລັດຖະມົນຕີ ເທີກີ ທ່ານ ເມເມັດ ຊິມເສັກ "Mehmet Simsek" ໄດ້ກ່າວ
ວ່າ ນອກຈາກຈະເຮັດໃຫ້ໄວຂຶ້ນແລ້ວ, ການໂຈມຕີ ຂອງກອງທັບ ຈະປະຕິ ບັດໜ້າທີ່
ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການກໍ່ການຮ້າຍຂອງ ເທີກີ.

ລັດຖະບານ ອັງກາຣາ ໄດ້ກ່າວຫາພວກ YPG, ຜູ້ທີ່ຄວບຄຸມເຂດ ອາຟຣິນ ຢູ່ນັ້ນ,
ວ່າເຊື່ອມໂຍງ ກັບກຸ່ມຕໍ່ຕ້ານລັດຖະບານຢູ່ໃນປະເທດ ເທີີກີ. ພວກທະຫານບ້ານ
ແມ່ນພັນທະມິດທີ່ສຳຄັນຂອງ ສະຫະລັດ ທີ່ເປັນຄູ່ຮ່ວມໃນອົງການ NATO ຂອງ
ເທີກີ ໃນການເຮັດສົງຄາມຕໍ່ຕ້ານກຸ່ມລັດອິສລາມຂອງເຂົາເຈົ້າ. ນາຍົກລັດຖະມົນຕີ
ເທີກີ ທ່ານ ບິນາລີ ຢິລດິຣິມ "Binali Yildirim" ກ່າວວ່າ ຈຸດປະສົງຂອງການປະຕິ
ບັດການ ທີ່ເອີ້ນວ່າ ງ່າຕົ້ນໝາກ ໂອລິຟ ຫຼື Olive Branch” ນັ້ນ ແມ່ນເພື່ອສ້າງຕັ້ງ
ເຂດຮັກສາຄວາມປອດໄພ 30 ກິໂລແມັດ ພາຍໃນຂົງເຂດ ອາຟຣິນ ເພື່ອປົກປ້ອງ
ເມືອງຕ່າງໆຂອງ ເທີກີ ຈາກການຖືກໂຈມຕີ.

ຂະບວນລົດກອງທັບ ເທີກີ ເດີນທາງຮອດໝູ່ບ້ານແຫ່ງນຶ່ງໃນແຂວງ ຄີລິສ, ເຂດຊາຍແດນລະຫວ່າງປະເທດ ເທີກີ-ຊີເຣຍ. ປະເທດ ເທີກີ. 21 ມັງກອນ 2018.
ຂະບວນລົດກອງທັບ ເທີກີ ເດີນທາງຮອດໝູ່ບ້ານແຫ່ງນຶ່ງໃນແຂວງ ຄີລິສ, ເຂດຊາຍແດນລະຫວ່າງປະເທດ ເທີກີ-ຊີເຣຍ. ປະເທດ ເທີກີ. 21 ມັງກອນ 2018.

ທ່ານ ຢິລດິຣິມ ໄດ້ອ້າງເຖິງການຍິງຈະຫຼວດໂຈມຕີໃສ່ເມືອງ ຄີລິສ໌ "Kilis" ທີ່ເປັນ
ເມືອງເຂດຊາຍແດນຂອງ ເທີກີເມື່ອວັນເສົາທີ່ຜ່ານມາ, ເພື່ອເນັ້ນເຖິງຄວາມຕ້ອງ
ການສຳລັບການສ້າງເຂດຮັກສາຄວາມປອດໄພນັ້ນ. ໃນລະຫວ່າງການໂຈມຕີດັ່ງ
ກ່າວ, ເຮືອນສອງຫຼັງ ແລະ ສະຖານທີ່ເຮັດວຽກບ່ອນນຶ່ງ ແມ່ນໄດ້ຖືກຍິງໃສ່, ແລະ
ມີຄົນຜູ້ນຶ່ງ ໄດ້ຮັບບາດເຈັບເລັກນ້ອຍ.

ໃນວັນອາທິດວານນີ້, ເມືອງເຂດຊາຍແດນ ອີກແຫ່ງນຶ່ງຊື່ວ່າ ເຣຮານລີ "Reyhanli,"
ມີລາຍງານວ່າ ຖືກຈະຫຼວດຍິງໃສ່. ສື່ມວນຊົນ ເທີກີ ກໍໄດ້ລາຍງານເຊັ່ນກັນວ່າ ທະ
ຫານ ເທີກີ ໄດ້ປະທະ ກັບກອງກຳລັງທະຫານບ້ານຊາວ ເຄີດ ສາມກິໂລແມັດໃນປະ
ເທດ ຊີເຣຍ. ພວກ YPG ໄດ້ອ້າງວ່າ ພວກເຂົາໄດ້ຕໍ່ຕ້ານການໂຈມຕີຂອງ ເທີກີ.
ແຕ່ບໍ່ມີການເປີດເຜີຍຈຳນວນຜູ້ເສຍຊີວິດ ແລະ ບາດເຈັບໃນເຫດການດັ່ງກ່າວ.

ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ "Recep Tayyip Erdogan"
ໃນການກ່າວຕໍ່ພວກຜູ້ສະໜັບສະໜູນຫຼາຍພັນຄົນໃນເມືອງ ເບີຊາ "Bursa" ເມື່ອ
ວັນອາທິດວານນີ້, ໄດ້ອ້າງວ່າ ການປະຕິບັດການແມ່ນໄດ້ດຳເນີນໄປ ຢ່າງປະສົບ
ຜົນສຳເລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG