ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ໂຈມຕີທາງອາກາດ ສັງຫານນັກຮົບ ສະໜັບສະໜູນ ລັດຖະບານ ຊີເຣຍ 36 ຄົນ


ທະຫານ ເທີກີ ປະຈຳທີ່ໝັ້ນຢູ່ເທິງພູ ເບີຊາຢາ, ພາກພື້ນ ອາຟຣິນ. 3 ມີນາ, 2018.
ທະຫານ ເທີກີ ປະຈຳທີ່ໝັ້ນຢູ່ເທິງພູ ເບີຊາຢາ, ພາກພື້ນ ອາຟຣິນ. 3 ມີນາ, 2018.

ເຮືອບິນຮົບຂອງ ເທີກີ ໄດ້ໂຈມຕີກອງກຳລັງສະໜັບສະໜູນລັດຖະບານ ຊີເຣຍ ໃນ
ວັນເສົາວານນີ້ ໃນພາກພື້ນ ອາຟຣິນ ທີ່ຖືກປິດລ້ອມໂດຍຊາວ ເຄີດ ທາງພາກຕາເວັນ
ຕົກສຽງເໜືອຂອງ ຊີເຣຍ, ສັງຫານນັກຮົບຢ່າງໜ້ອຍ 36 ຄົນ, ອີງຕາມອົງການສິ້ງ
ຊອມສິດທິມະນຸດໃນ ຊີເຣຍ.

ກອງກຳລັງປະຊາທິປະໄຕ ຊີເຣຍ (SDF) ໄດ້ຢືນຢັນການໂຈມຕີທາງອາກາດຂອງ
ເທີກີ ໃນຖະແຫຼງການສະບັບນຶ່ງ ແຕ່ບໍ່ໄດ້ໃຫ້ຂໍ້ມູນຜູ້ເສຍຊີວິດສູງສຸດ ຫຼື ເວົ້າວ່າການ
ໂຈມຕີໄດ້ເກີດຂຶ້ນຢູ່ບ່ອນໃດ. ກອງກຳລັງ SDF ແມ່ນພັນທະມິດທະຫານບ້ານ ນຳໜ້າ
ໂດຍໜ່ວຍປົກປ້ອງປະຊາຊົນຊາວ ເຄິີດ (YPG).

ອົງການສິ້ງຊອມທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ ໄດ້ເວົ້າວ່າ ການໂຈມຕີຕ່າງໆ
ແມ່ນການໂຈມຕີຄັ້ງທີສາມຕໍ່ກອງກຳລັງສະໜັບສະໜູນລັດຖະບານ ຊີເຣຍ ໃນວົງ
ປິດລ້ອມບໍ່ເຖິງ 48 ຊົ່ວໂມງ.

ກອງກຳລັງສະໜັບສະໜູນລັດຖະບານ ຊີເຣຍ ໄດ້ເດີນທາງຮອດພາກພື້ນ ອາຟຣິນ
ໃນສັບປະດາທີ່ຜ່ານມາ ເພື່ອສະໜັບສະໜູນໜ່ວຍ YPG, ນຶ່ງເດືອນຫຼັງຈາກຊາວ ເຄີດ
ໄດ້ຂໍຮ້ອງໃຫ້ຊ່ວຍ. ນັບຕັ້ງແຕ່ນັບຮົບຝ່າຍຄ້ານນຳໜ້າໂດຍ ເທີກີ ໄດ້ເລີ່ມການໂຈມຕີ
ຂອງເຂົາເຈົ້າໃສ່ພາກພື້ນ ອາຟຣິນ ໃນວັນທີ 20 ມັງກອນທີ່ຜ່ານມານັ້ນ, ເຂົ້າເຈົ້າກໍໄດ້
ທຳຄວາມກ້າວຢ່າງສະໝໍ່າສະເໝີ.

ກຸ່ມສິ້ງຊອມໄດ້ກ່າວວ່າ ກອງກຳລັງນຳໜ້າໂດຍ ເທີກີ ໄດ້ເຂົ້າຄວບຄຸມຫຼາຍກວ່າ 20
ເປີເຊັນຂອງພາກພື້ນ ອາຟຣິນ ຫຼັງຈາກໄດ້ຍຶດເອົາເມືອງ ຣາໂຈ (Rajo) ໃນພາກຕາ
ເວັນຕົກຂອງພາກພື້ນ ອາຟຣິນ ເມື່ອວັນເສົາວານນີ້.

ເຈົ້າໜ້າທີ່ກອງທັບຄົນນຶ່ງ ພ້ອມກັບໜ່ວຍປະຕິບັດການນຳໜ້າໂດຍ ເທີກີ ໄດ້ກ່າວວ່າ
ພູເຂົາແຜນຍຸດທະສາດທີ່ສຳຄັນໃນພາກຕາເວັນອອກສຽງເໜືອຂອງວົງລ້ອມນັ້ນ ກໍ
ຖືກຍຶດໄດ້ເຊັ່ນກັນ.

ເທີກີ ພິຈາລະນາກຸ່ມ YPG ດັ່ງກັບ “ພວກກໍ່ການຮ້າຍ” ເຊິ່ງແມ່ນສາຂາຂອງກຸ່ມ ພັກ
ກຳມະກອນຊາວ ເຄິີດ ຫຼື (PKK), ເຊິ່ງໄດ້ຕໍ່ສູ້ຕ້ານລັດຖະບານ ເທີກີ ດົນເຖິງສາມທົດ
ສະວັດແລ້ວ. ພວກ PKK ກໍຍັງຖືກພິຈາລະນາເປັນອົງການກໍ່ການຮ້າຍ ໂດຍສະຫະ
ພາບ ຢູໂຣບ ແລະ ສະຫະລັດ ເຊັ່ນກັນ.

ພວກ YPG ໄດ້ເປັນຜູ້ເຂົ້າຮ່ວມທີ່ສຳຄັນໃນພັນທະມິດ ເຄີດ-ອາຣັບ ທີ່ໄດ້ຮັບການໜູນ
ຫຼັງໂດຍ ສະຫະລັດ ໃນການຕໍ່ສູ້ເພື່ອເອົາຊະນະກຸ່ມກໍ່ການຮ້າຍ ລັດອິສລາມໃນປະເທດ
ຊີເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG