ນາຍົກລັດຖະມົນຕີເທີກີ ທ່ານ Tayyib Recep Erdogan ກ່າວວ່າ ລັດຖະບານຂອງທ່ານຈະວາງການລົງໂທດຂອງຕົນຕໍ່ຊີເຣຍ ເຖິງແມ່ນຮ່າງຍັດຕິຂອງສະຫະພາບຢູໂຣບບໍ່ໄດ້ຖືກຮັບຮອງເອົາຈາກສະພາຄວາມໝັ້ນຄົງສະຫະປະຊາຊາດກໍຕາມ.
ຣັດເຊຍແລະຈີນໃຊ້ສິດຍັບຍັ້ງຕໍ່ຮ່າງຍັດຕິດັ່ງກ່າວໃນວັນອັງຄານວານນີ້ ກະຕຸ້ນໃຫ້ສະຫະລັດແລະສະຫະພາບຢູໂຣບເກີດຄວາມຄຽດແຄ້ນ. ມາດຕະການດັ່ງກ່າວແມ່ນບັນຈຸການອ້າງອິງຕ່າງໆກ່ຽວກັບການລົງ ໂທດທີ່ອາດມີຂຶ້ນໄດ້ຕໍ່ຊີເຣຍ ຖ້າຫາກຄະນະນໍາພາຂອງຊີເຣຍຍັງດໍາເນີນການປາບປາມຢ່າງໂຫດຮ້າຍຕໍ່ພວກປະທ້ວງຝ່າຍຄ້ານຕໍ່ໄປນັ້ນ.
ທ່ານ Erdogan ກ່າວໃນລະຫວ່າງການກ່າວປາໄສທີ່ອາຟຣິກາໃຕ້ໃນວັນພຸດມື້ນີ້ວ່າ ຮ່າງຍັດຕິທີ່ປະສົບກັບຄວາມລົ້ມແຫລວນີ້ ຈະບໍ່ສາມາດສະກັດກັ້ນເຕີກກີແລະບາງປະເທດໃນຢູໂຣບໃຫ້ທໍາການເຄື່ອນໄຫວດັ່ງກ່າວໄດ້.
ທ່ານນາງ Susan Rice ເອກອັກຄະລັດຖະທູດສະຫະລັດປະຈໍາອົງການສະຫະປະຊາຊາດກ່າວວ່າ ຮ່າງຍັດຕິດັ່ງກ່າວແມ່ນສະເໜີຂຶ້ນໂດຍຝຣັ່ງ ອັງກິດ ເຢຍຣະມັນແລະປອກຕຸຍການນີ້ ໄດ້ຖືກຄັດຄ້ານໂດຍພວກປະເທດທີ່ຢາກຂາຍອາວຸດ ໃຫ້ແກ່ອໍານາດປົກຄອງຊີເຣຍນັ້ນ. ທ່ານນາງ Rice ກ່າວວ່າ ລັດຖະບານກຸງວໍຊິງຕັນມີຄວາມໂກດແຄ້ນນໍາການລົງມະຕິດັ່ງກ່າວ ຂະນະດຽວກັນ ທູດຂອງຝຣັ່ງໃຫ້ຄໍາໜັ້ນສັນຍາວ່າ ການໃຊ້ສິດຍັບຍັ້ງທີ່ວ່ານີ້ຈະບໍ່ສາມາດສະກັດກັ້ນໃຫ້ພວກເຮົາຢຸດເຊົາໄດ້.
ທ່ານນາງ Rice ແລະຄະນະຜູ້ຕາງໜ້າສະຫະລັດໄດ້ພາກັນຍ່າງອອກຈາກກອງປະຊຸມສະພາຄວາມໝັ້ນຄົງ ຂະນະທີ່ຜູ້ຕາງໜ້າຂອງຊີເຣຍທໍາການປະນາມຢ່າງແຂງແຮງຕໍ່ພວກປະເທດທີ່ພະຍາຍາມທໍາການເຄື່ອນໄຫວຕໍ່ຕ້ານປະທານາທິບໍດີ Bashar al-Assad ນັ້ນ.
ທ່ານ Vitaly Churkin ທູດຣັດເຊຍປະຈໍາສະຫະປະຊາຊາດ ກ່າວວ່າ ກຸງມອສກູຄັດຄ້ານຕໍ່ການລົງໂທດ ໂດຍສະເພາະ ເພາະວ່າພວກປະຊາຊົນຊີເຣຍຫລາຍຄົນ ບໍ່ສະໜັບສະໜຸນຂະບວນການຕໍ່ຕ້ານລັດຖະບານນັ້ນ. ທ່ານ Churkin ກ່າວໃນອັນທີ່ທ່ານເອີ້ນວ່າວິທີການປະເຊີນໜ້າກັນຂອງພວກປະເທດໃນຢູໂຣບ ແມ່ນຂັດຕໍ່ການແກ້ໄຂວິກິດການໂດຍສັນຕິວິທີນັ້ນ.
ກະຊວງການຕ່າງປະເທດຈີນກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ ຂໍ້ສະເໜີທີ່ຮ່າງຂຶ້ນນີ້ ຈະທໍາຄວາມກົດດັນຢ່າງຫລັບຫູຫລັບຕາຕໍ່ຊີເຣຍແລະຈະບໍ່ຊ່ອຍຜ່ອນຄາຍສະຖານະການໃນຊີເຣຍລົງແຕ່ຢ່າງໃດເລີຍ.