ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະນາມ ​ເຈົ້າ​ໜ້າ​ທີ່​ເທີ​ກີ ຕໍ່ການ​ກະທຳ ຮຸນ​ແຮງ ​ໃສ່ພວກ​ປະ​ທ້ວງ ​


Turkish President Erdogan Watched Violent Clash Near Embassy
please wait

No media source currently available

0:00 0:01:22 0:00

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ອີກຄັ້ງນຶ່ງໄດ້ປະນາມການ​ກະທຳ​ຂອງເຈົ້າໜ້າທີ່ີ
ຮັກສາ ຄວາມປອດໄພຂອງເທີກີ ​ໃນ​ລະຫວ່າງການມາຢ້ຽມຢາມວໍຊີງຕັນ​ໃນ​ສັບປະດາ​ແລ້ວຂອງປະ ທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ໃນ​ຂະນະ​ທີ່​ເທີ​ກີ
ຮຽກ​ຕົວເອກ​ອັກຄະ​ລັດ​ຖະທູດ​ສະຫະລັດ ປະຈຳ​ນະຄອນ Ankara ​ເຂົ້າພົບ ກ່ຽວ​ກັບ​
ເຫດການ​ຄັ້ງ​ນີ້.

​ໂຄສົກ​ຂອງ​ກະ​ຊວງການ​ຕ່າງປະ​ເທດ ທ່ານ​ນາງ Heather Nauert ​ໄດ້​ກ່າວ​ວ່າ
ຕາມ​ທີ່​ພວກ​ເຮົາ ​ໄດ້ໃຫ້​ຂໍ້​ສັງ​ເກດ​ກ່ອນໜ້າ​ນີ້ວ່າ ການ​ກະທຳຂອງເຈົ້າໜ້າທີ່ີຮັກສາ
ຄວາມປອດໄພຂອງເທີກີ ​ໃນ​ສັບປະດາ​ແລ້ວ​ນີ້ ​ແມ່ນ​ເປັນ​ທີ່​ລົບ​ກວນ​ໃຈ​ຢ່າງ​ແຮງ. ​
ກະ​ຊວງການ​ຕ່າງປະ​ເທດ ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ກ່ຽວ​ກັບເຫດການ
ດັ່ງກ່າວ ​ໃນ​ລະດັບສູງ​ສຸດ.”

ທ່ານ​ນາງ ​ໄດ້​ຢືນຢັນ​ວ່າ ​ເອກ​ອັກຄະ​ລັດ​ຖະທູດ​ສະຫະລັດ ປະຈຳ​ເທີກີ ​ໄດ້​ຖືກ​ຮຽກ​ຕົວ
​ໄປ​ຍັງນະຄອນ Ankara ​ເພື່ອຫາລື ​ໃນ​ອັນ​ທີ່​ທ່ານ​ນາງ​ເອີ້ນ​ວ່າ “ຄວາມ​ຮຸນ​ແຮງ​ທີ່ີ
​ເກີດ​ຂຶ້ນ ພົວພັນ​ກັບພວກ​ປະ​ທ້ວງ ​ແລະ​ເຈົ້າ​ໜ້າ​ທີ່ຮັກສາຄວາມປອດໄພ​ເທີ​ກີ.”

​ເຊີນ​ຊົ​ມ: ຍາມ​ຮັກສາຄວາມປອດ​ໄພ ທີ່​ກະທຳ​ກັບ​ພວກ​ປະທ້ວງ ​ໃນ​ວໍ​ຊີງ​ຕັນ

Demonstration at Turkish Embassy in DC Turns Violent
please wait

No media source currently available

0:00 0:01:26 0:00

ເທີ​ກີ ​ໄດ້​ກ່າວ​ວ່າ ຕົນໄດ້​ຮຽກ​ຕົວ​ເອກ​ອັກຄະ​ລັດ​ຖະທູດ​ສະຫະລັດ​ເຂົ້າພົບ ​ເພື່ອ​ປະ
​ທ້ວງໃນ​ອັນ​ທີ່ເທີ​ກີເອີ້ນ​ວ່າ ​ເປັນ​ການ​ກະທຳຢ່າງ “ຮຸນ​ແຮງ” ຕໍ່​ຄວາມ​ປອດ​ໄພ​
ຂອງ​ເທີ​ກີ.

ການ​ເຄື່ອນ​ໄຫວຂອງ​ເທີ​ກີ ​ເບິ່ງ​ຄື​ວ່າ ​ເປັນ​ການ​ຕອບ​ໂຕ້​ຕໍ່ ການ​ທີ່​ສະຫະລັດ ​ໄດ້ຕ້ອງ​ຕິ
​ຢ່າງ​ແຮງ ​ຕໍ່ເຈົ້າໜ້າທີ່ີຮັກສາຄວາມປອດໄພຂອງເທີກີ ທີ່​ປາກົດ​ວ່າໄດ້​ໂຈມ​ຕີ​ພວກ
​ປະ​ທ້ວງ​ຢູ່ວໍ​ຊີງ​ຕັນ ​ໃນ​ສັບປະດາ​ແລ້ວ​ນີ້. ສະຫະລັດ ​ໄດ້​ຮຽກ​ຕົວເອກ​ອັກຄະ​ລັດ​ຖະທູດ​
ເທີ​ກີ ປະຈຳ​ວໍ​ຊີງ​ຕັນ​ ເຂົ້າພົບ ຫຼັງ​ຈາກ​ທີ່ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ແລ້ວ.

ທ່ານ John Cornyn ສະມາຊິກ​ສະພາ​ ພັກ Republican ທີ່​ມີ​ຕຳ​ແໜ່ງສູງ​ອັນ​ດັບ​ສອງ​
ໃນສະພາ​ສູງ ​ໄດ້​ຕຳ​ນິຕິ​ຕຽນ ຕໍ່ການ​ຕັດສິນ​ໃຈ​ຂອງ​ເທີ​ກີ ທີ່​ຮຽກ​ຕົວເອກ​ອັກຄະ​ລັດ​ຖະທູດ​ສະຫະລັດ ​ເຂົ້າ​ພົບ. ທ່ານ Cornyn ​ໄດ້​ບອກ​ກັບ VOA ວ່າ “ຂ້າພະ​ເຈົ້າ​ບໍ່​ຄິດ​ວ່າ​
ເອກ​ອັກຄະ​ລັດ​ຖະທູດ​ຂອງ​ພວກ​ເຮົາ ຈະ​ເປັນ​ຜູ້​ໃຫ້​ຄຳ​ຕອບ. ຂ້າພະ​ເຈົ້າ​ຄິດ​ວ່າ ​
ເອກ​ອັກຄະລັດ​ຖະທູດເທີ​ກີ ພຸ້ນ ຈະ​ເປັນຜູ້​ທີ່​ຈະ​ໃຫ້​ຄຳ​ຕອບ ໃນຫຼາຍໆ​ຄຳ​ຖາມນັ້ນ.”

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ​ໄດ້​ບອກ​ກັບ ຕ່າງ​ໜ່າງ
ຂ່າວ Fox News ​ໃນ​ວັນ​ອາທິດວ່າ ເອກ​ອັກຄະ​ລັດ​ຖະທູດເທີ​ກີ ​ໄດ້​ຖືກ​ແຈ້ງ​ໃຫ້​ຊາບວ່າ
ຄວາມ​ຮຸນແຮງເມື່ອວັນ​ອັງຄານນັ້ນ “ເປັນທີ່​ຮັບ​ເອົາ​ບໍ່​ໄດ້​ແທ້​ໆ.

ທ່ານ​ໄດ້​ກ່າວ​ວ່າ “ມັນ​ກຳລັງ​ມີການສືບສວນກັນ​ຢູ່​ໃນ​ຂະນະ​ນີ້,” ​ແລະທ່ານ​ຍັງກ່າວ​ເພີ່ມ​
ຕື່ມ​ວ່າ ທ່ານ​ຈະ​ລໍຖ້າ ຫຼັກ​ຖານ​ກ່ອນ​ທີ່​ຈະ​ພິຈາລະນາຢ່າງ​ເປັນ​ທາງ​ການ​ ຫຼາຍກວ່າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG