ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານ ເທີກີ ຮຽກເອກອັກຄະລັດຖະທູດ ສະຫະລັດ ເຂົ້າພົບ ກ່ຽວກັບ ຖະແຫຼງການ ຂ້າລ້າງເຜົ່າພັນ ຊາວ ອາເມເນຍ ຂອງທ່ານ ໄບເດັນ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ຫ້ອງຕາເວັນອອກຂອງ ທຳນຽບຂາວ. 15 ເມສາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຢູ່ຫ້ອງຕາເວັນອອກຂອງ ທຳນຽບຂາວ. 15 ເມສາ, 2021.

ລັດຖະບານ ເທີກີ ເວົ້າວ່າເຂົາເຈົ້າໄດ້ຂໍຮ້ອງເອກອັກຄະລັດຖະທູດ ສະຫະລັດ ປະຈຳນະຄອນ ຫຼວງ ອັງກາຣາ ໃຫ້ກ່າວປະນາມ ການປະກາດຂອງປະທານາທິບໍດີ ໂຈ ໄບເດັນ ທີ່ວ່າການສັງ ຫານໝູ່ຊາວ ອາເມເນຍ ຫຼາຍຮ້ອຍພັນຄົນໃນໂດຍມະຫາອານາຈັກ ອັອດໂຕມານ ໃນສະໄໝສົງ ຄາມໂລກຄັ້ງທີນຶ່ງ ເປັນ ການຂ້າລ້າງເຜົ່າພັນ.

ກະຊວງການຕ່າງປະເທດຂອງ ເທີກີ ໄດ້ກ່າວວ່າ ຮອງລັດຖະມົນຕີການຕ່າງ ປະເທດ ທ່ານ ເຊດັດ ໂອນາລ ໄດ້ບອກເອກອັກຄະລັດຖະທູດ ສະຫະລັດ ທ່ານ ເດວິດ ແຊັດເທີຟີລດ໌ (David Satterfield) ໃນຕອນແລງວັນເສົາທີ່ຜ່ານມາວ່າຖະແຫຼງການຂອງທ່ານ ໄບເດັນ ບໍ່ມີມູນຖານທາງກົດໝາຍ ແລະ ວ່າ ລັດຖະບານ ອັງກາຣາ “ໄດ້ປະຕິເສດມັນ, ເຫັນມັນວ່າຍອມຮັບບໍ່ໄດ້ ແລະ ກ່າວປະນາມມັນໃນຄຳເວົ້າຮຸນແຮງທີ່ສຸດ.”

ລັດຖະບານ ອັງກາຣາ ໄດ້ກ່າວວ່າ ສະຫະລັດ, ເຊິ່ງແມ່ນພັນທະມິດອົງການ NATO ນັ້ນ, ໄດ້ກໍ່ໃຫ້ເກີດບາດແຜໃນສາຍພົວພັນທີ່ຍາກຈະປົວແປງໄດ້.”

ໃນຕອນເຊົ້າຂອງວັນເສົາຜ່ານມາ, ທ່ານ ໄບເດັນ ໄດ້ກາຍເປັນປະທານາທິບໍດີ ສະຫະລັດ ຄົນທຳ ອິດ ທີ່ໄດ້ທຳການປະກາດກ່ຽວກັບການຂ້າງລ້າງເຜົ່າພັນ ໃນການເຊື່ອມໂຍງກັບການຕາຍຂອງຊາວ ອາເມເນຍ ປະມານ 1 ລ້ານ 5 ແສນ ຄົນໃສ່ສີມືຂອງມະຫາອານາຈັກ ອັອດໂຕມານ, ເຊິ່ງແມ່ນຜູ້ປົກຄອງປະເທດກ່ອນລັດຖະບານຍຸກໃໝ່ຂອງ ເທີກີ ໃນລະຫວ່າງປີ 1915 ຫາປີ 1923.

ປະຊາຊົນ ອາເມເນຍ ກ່າວວ່າ ເຂົາເຈົ້າຖືກແນເປົ້າໃສ່ຢ່າງຕັ້ງໃຈ ສຳລັບການ ກຳຈັດໃຫ້ໝົດກ້ຽງ ຜ່ານຄວາມອຶດຫິວ, ບັງຄັບໃຊ້ແຮງງານ, ການເນລະເທດ, ການປ່ອຍໃຫ້ຕາຍໃນລະຫວ່າງການຍ່າງ ແລະ ການສັງຫານໝູ່ໂດຍບໍ່ມີການຍັບຢັ້ງ.

ເທີກີ ໄດ້ປະຕິເສດການຂ້າລ້າງເຜົ່າພັນ ຫຼື ແຜນການກວາດລ້າງຊາວ ອາເມເນຍ ໂດຍເຈຕະນາໃດໆ. ເຂົາເຈົ້າເວົ້າວ່າ ຜູ້ເຄາະຮ້າຍຫຼາຍຄົນໄດ້ເສຍຊີວິດຈາກສົງຄາມ ຫຼື ຖືກຂ້າຕາຍໂດຍ ຣັດ ເຊຍ. ເທີກີ ຍັງໄດ້ກ່າວວ່າຈຳນວນຊາວ ອາເມເນຍ ທີ່ຖືກຂ້າຕາຍແມ່ນໜ້ອຍກວ່າໂຕເລກ 1 ລ້ານ 5 ແສນຄົນ ທີ່ຖືກ ຍອມຮັບໂດຍປົກກະຕິຫຼາຍ.

ບໍ່ດົນຫຼັງຈາກທ່ານ ໄບເດັນ ໄດ້ກ່າວຄຳປາໄສຂອງທ່ານໃນວັນເສົາທີ່ຜ່ານມາ, ລັດຖະມົນຕີຕ່າງປະເທດຂອງ ເທີກີ ທ່ານ ເມວລຸດ ຊາວູຊອກກລູ (Mevlut Cavusoglu) ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ຄຳເວົ້າຈະບໍ່ປ່ຽນແປງ ແລະ ຂຽນປະຫວັດສາດຄືນໃໝ່. ພວກເຮົາຈະບໍ່ເອົາບົດຮຽນຈາກໃຜ ກ່ຽວກັບ ປະຫວັດສາດຂອງພວກເຮົາ.”

ຖະແຫຼງການຂອງທ່ານ ໄບເດັນ ໄດ້ປະຕິບັດຕາມຄຳສັນຍາການໂຄສະນາຫາ ສຽງ ຂອງທ່ານ ແລະ ໄດ້ມີຂຶ້ນໃນວັນດຽວກັບວັນລະນຶກເຖິງການຂ້າລ້າງເຜົ່າ ພັນ ອາເມເນຍ ທີ່ຖືກປະຕິບັດໃນ ອາເມເນຍ ແລະ ຊາວອາເມເນຍ ທີ່ອາໄສຢູ່ຕ່າງແດນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG