ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ເທີ​ກີ ສົ່ງ​ຈົດໝາຍ ​​ຮຽກຮ້ອງ ​ໄປ​ຫາ ​ເອກ​ອັກ​ ຄະ​ລັດ​ຖະ​ທູດ ​ຊາ​ອຸ​ດີ ເລື້ອງຫາຍ ​ສາບ​ສູນ ຂອງ​ນັກ​ຂ່າວ ຊາວຊາ​ອຸ​ດີ


ທ້າວ ຈາ​ມາ​ລ ແຄັ​ສ​ຈ໌​ຊອກ​ກີ ​ນັກ​ຂ່າວຊາວຊາ​ອຸ​ດີ ອາ​ຣາເບຍ ຄົນ​ນຶ່ງ ກ່າວ​ຄຳ​ປາ​ໄສ ຢູ່​ງານ​ທີ່​ຈັດ​ຂຶ້ນ​ໂດຍ ອົງ​ການ​ຕິດ​ຕາມ​ສຶກ​ສາ​ເຂດ​ຕາ​ເວັນ​ອອກ​ກາງ ໃນ​ນະ​ຄອນ​ລອນດອນ ຂອງ​ອັງ​ກິດ ໃນ​ວັນ​ທີ 29 ກັນ​ຍາ 2018.
ທ້າວ ຈາ​ມາ​ລ ແຄັ​ສ​ຈ໌​ຊອກ​ກີ ​ນັກ​ຂ່າວຊາວຊາ​ອຸ​ດີ ອາ​ຣາເບຍ ຄົນ​ນຶ່ງ ກ່າວ​ຄຳ​ປາ​ໄສ ຢູ່​ງານ​ທີ່​ຈັດ​ຂຶ້ນ​ໂດຍ ອົງ​ການ​ຕິດ​ຕາມ​ສຶກ​ສາ​ເຂດ​ຕາ​ເວັນ​ອອກ​ກາງ ໃນ​ນະ​ຄອນ​ລອນດອນ ຂອງ​ອັງ​ກິດ ໃນ​ວັນ​ທີ 29 ກັນ​ຍາ 2018.

​ນັກ​ຂ່າວຊາວຊາ​ອຸ​ດີ ອາ​ຣາເບຍຄົນ​ນຶ່ງ ຫາຍ​ສາບ​ສູນ​ໄປ ຕັ້ງ​ແຕ່​ຕອນ​ລາວ​ໄດ້​ເຂົ້າ​
ໄປ​ໃນ​ສະ​ຖານ​ກົງ​ສຸນ​ຂອງຊາ​ອຸ​ດີ ​ໃນ​ນະ​ຄອນ ອິ​ສ​ຕານບູ​ລ ປະ​ເທດເທີກີ ໃນຕອນ​
ຕົ້ນໆ ​ອາ​ທິດນີ້.

ທ້າວ ຈາ​ມາ​ລ ແຄັ​ສ​ຈ໌​ຊອກ​ກີ, ສັນ​ຊາດຊາ​ອຸ​ດີ ແລະ​ເປັນ​ນັກ​ຂ່າວ​ທີ່ສະ​ໜອງ​ຂ່າວ​ໃຫ້
​ແກ່​ໜັງ​ສື​ພິມວໍ​ຊິງ​ຕັນ​ໂ​ພ​ສທ໌ ໄດ້ລີ້​ໄພ ຢູ່​ໃນ​ສະ​ຫະ​ລັດ ​ນັບຕັ້ງ​ແຕ່​ປີ​ກາຍນີ້ເປັນ​ຕົ້ນ​ມາ
​ເວ​ລາ​ທີ່ພວກ​ເຈົ້າ​ໜ້າ​ທີ່ຊາ​ອຸ​ດີ ເລີ້ມ​ທັບ​ມ້າງ​ພວກ​ທີ່​ໃຊ້​ສິດ ໃຊ້​ສຽງ​ຕໍ່​ຕ້ານ​ລັດ​ຖະ​ບານ.
ພວກນັກ​ຂ່າວ​ໄດ້​ຕຳ​ໜິ ອົງ​ມົງ​ກຸດ​ຣາ​ຊະ​ກຸ​ມານມູ ​ຮຳ​ມາດ ບິນ ຊາ​ລ​ມານ.

ທ້າວ ແຄັ​ສຈ໌​ຊອກ​ກີ ໄດ້​ໄປ​ສະ​ຖານ​ກົງ​ສຸນດັ່ງ​ກ່າວ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ເພື່ອ​ຈະໄປ
​ເອົາ​ເອ​ກະ​ສານ​ກ່ຽວ​ກັບ​ການ​ແຕ່ງ​ງານ​ຂອ​ງ​ລາວ.

ຄູ່​ໝັ້ນ​ຂອງ​ລາວ ລໍ​ຖ້າ​ລາວ​ຢູ່​ຂ້າງນອກສະ​ຖານ​ກົງ​ສຸນ​, ແຕ່​ວ່າທ້າວ ແຄັ​ສຈ໌​ຊອກ​ກີ ກໍ​ບໍ່
​ອອກ​ມາ​ຈາກ​ຕຶກ​ນັ້ນຈັກ​ເທື່ອ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ນາງ.

ນາງ​ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ຮູ້​ ກ່ຽວ​ກັບ​ການ​ຫາຍ​ສາບ​ສູນ​ຂອງ​ລາວ ແລະ​ເທີ​ກີ ກໍ​ໄດ້ສົ່ງ​
ຈົດໝາຍຮຽກຮ້ອງ ​ໄປ​ຫາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຂອງຊາ​ອຸ​ດີ.

ອົງ​ການ​ຂ່າວລາຍ​ງານ​ວ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງຊາ​ອຸ​ດີ ໄດ້​ພົບ​ກັບ​ຮອງ​ລັດ​ຖະ​ມົນ
​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເທີ​ກີ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ.

ຫລັງ​ຈາກກອງ​ປະ​ຊຸມນັ້ນ​ແລ້ວ ຊາ​ອຸ​ດີ ອາ​ຣາ​ເບຍ ກໍ​ໄດ້​ປະ​ຕິ​ເສດ​ວ່າ ຕົນບໍ່​ໄດ້​ກັກ​ຂັງ​
ທ້າວແຄັ​ສຈ໌​ຊອກ​ກີ ແຕ່​ຢ່າງ​ໃດ.

ແຕ່​ວ່າ ເທີ​ກີ ກໍ​ຍັງ​ອ້າງວ່າ ຕົນ​ມີ​ຂໍ້​ມູນທີ່ບອກວ່າ ທ້າວ ແຄັ​ສຈ໌​ຊອກ​ກີ ຖືກ​ຂັງ​ຢູ່​ໃນ​ສະ
​ຖານ​ກົງສຸນນັ້ນຢູ່.

“ຖ້າ​ພວກ​ເຈົ້າ​ໜ້າ​ທີ່ຊາ​ອຸ​ດີ ໄດ້​ລັກກັກ​ຂັງ​ທ້າວ ແຄັ​ສຈ໌​ຊອກ​ກີ ໄວ້ແບບລັບໆ ມັນ​ກໍ​ຈະ
​ເປັນ​ການ​ເພີ້ມການ​ປົກ​ຄອງ​ທີ່​ເຕັມ​ໄປ​ດ້ວຍ​ການ​ປາບ​ປາມ​ເພີ້ມ​ຂຶ້ນ​ໄປ​ອີກ​ລະ​ດັບ​ນຶ່ງ
ຕໍ່​ພວກ​ທີ່​ຕໍ່​ຕ້ານ ແລະ​ຕຳ​ໜິ​ຕໍ່​ຜູ້​ປົກ​ຄອງ​ປະ​ເທດ​ຢ່າງ​ສັນ​ຕິ​ວິ​ທີ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​
ທ່ານ​ນາງ ຊາ​ຣາ ລີ ໄວ​ທ໌​ສັນ, ອຳ​ນວຍ​ການ​ ​ເຂດ​ຕາ​ເວັນ​ອອກ​ກາງຂອງ​ກຸ່ມ​ປົກ
​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch. ທ່ານ​ນາງ ກ່າວ​ເພີ້ມ​ອີກວ່າ “ພາ​ລ​ະກິດ
ໃນ​ການ​ໃຫ້​ຫລັກ​ຖານ​ພິ​ສູດ​ແມ່ນ​ຂຶ້ນ​ກັບຊາ​ອຸ​ດີ ອາ​ຣາ​ເບຍວ່າ ຈະ​ເຮັດ​ໃຫ້​ມີ​ຫລັກ
​ຖານ​ເພື່ອ​ເປັນ​ບ່ອນ​ອີງ​ຕໍ່​ຄຳ​ກ່າວ​ອ້າງ​ຂອງ​ຕົນ ທີ່​ເວົ້າ​ວ່າ ​ທ້າວ ແຄັ​ສຈ໌​ຊອກ​ກີ ໄດ້
ອອກຈາກ​ສະ​ຖານ​ກົງ​ສຸນ​ໄປ​ຄົນ​ດຽວ ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ ພະ​ນັກ​ງານ​ສືບ​ລັບ​
ຂອງຊາ​ອຸ​ດີ ບໍ່ໄດ້​ກັກ​ຂັງ​ຜູ້​ກ່ຽວ​ໄວ້.”

ໃນ​ວັນ​ສຸກມື້ນີ້ ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂ​ພສ​ທ໌ ໄດ້​ພິມ​ໜັງ​ສື​ພິມ​ອອກໂດຍ​ທີ່​ປະ​ຫວ່າງໄວ້
ໃນ​ສ່ວນ​ນຶ່ງ​ຂອງ​ໜັງ​ສື​ພິມ ໂດຍ​ພາດ​ຫົວ​ເລື່ອງວ່າ “ສຽງ​ທີ່​ຖືກ​ຫາຍ​ໄປ ຫລື
Missing Voice” ເພື່ອ​ສະ​ແດງ​ໃຫ້​ເຫັນ​ ການເປັນນ້ຳ​ນຶ່ງ​ໃຈ​ດຽວ​ກັນກັບທ້າວ
ແຄັ​ສຈ໌​ຊອກ​ກີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG