ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ລັດຖະມົນຕີການ​ຕ່າງປະເທດເທີ​ກີ ກ່າວ​ວ່າ ລັດ​ຖະ​ບານ ມີ​ຂໍ້​ມູນ​​ເພີ້ມ ກ່ຽວ​ກັບ​ການ​ຄາດຕະກຳ​ນັກ​ຂ່າວ ທ່ານ ຄາຊອກກີ


​ລັດຖະມົນຕີການ​ຕ່າງປະເທດເທີ​ກີ ທ່ານເມບ​ວ໌​ລຸ​ຕ໌ ຄາ​ວູ​ໂສກ​ລູ ກ່າວ ໃນ​ກອງ​ປະ​ຊຸມ ທີ່ນະຄອນ ອິສຕັນບູລ ໃນວັນທີ 29 ຕຸລາ 2018.
​ລັດຖະມົນຕີການ​ຕ່າງປະເທດເທີ​ກີ ທ່ານເມບ​ວ໌​ລຸ​ຕ໌ ຄາ​ວູ​ໂສກ​ລູ ກ່າວ ໃນ​ກອງ​ປະ​ຊຸມ ທີ່ນະຄອນ ອິສຕັນບູລ ໃນວັນທີ 29 ຕຸລາ 2018.

​ລັດຖະມົນຕີການ​ຕ່າງປະເທດເທີ​ກີ ທ່ານເມບ​ວ໌​ລຸ​ຕ໌ ຄາ​ວູ​ໂສກ​ລູ (Mevlut Cavusoglu) ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້​ນີ້ວ່າ ລັດ​ຖະ​ບານ​ຂອງ​ທ່ານ ມີ​ຂໍ້​ມູນເພີ້ມ ກ່ຽວ​ກັບ​ການ​ຄາດຕະກຳ​ນັກ​ຂ່າວ ທ່ານ ຈາມາລ ຄາຊອກກີ ແລະ​ເບິ່ງ​ຄື​ວ່າ ຕົນ​ຈະ​ນຳ​ອອກ​ເຜີຍ​ແຜ່ ​ສູ່​ສາ​ທາ​ລະ​ນະຊົນ ຫຼັງ​ຈາກ​ທີ່ ການ​ສືບ​ສວນ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ​ໄດ້​ເສັດ​ສິ້ນ​ລົງ​ແລ້ວ​.

​ໃນການໃຫ້​ຄຳ​ຖະ​ແຫຼງ​ໃນ​ຂະ​ນະ​ທີ່​ຢ້ຽມ​ຢາມ​ຍີ່​ປຸ່ນ, ທ່ານຄາ​ວູ​ໂສກ​ລູ ໄດ້​ບອກພວກ​
ນັກ​ຂ່າວ​ທັງ​ຫຼາຍວ່າ ເທີ​ກີ ໄດ້​ກ່າວ​ວ່າ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ບັນ​ດາ​ປະ​ເທດ​ອື່ນໆ
ທີ່​ສົນ​ໃຈ​ຂໍ້​ມູນ ນັ້ນ ຈະໄດ້​ມີ​ໂອ​ກາດ​ເຫັນ.

ທ່ານຄາຊອກກີ ເສຍ​ຊີ​ວິດ ຫຼັງ​ຈາກ​ທີ່​ໄດ້ເຂົ້າໄປໃນ​ສະ​ຖານກົງສຸນຂອງຊາອຸດີ ອາຣາ
ເບຍ ປະຈຳນະຄອນ ອິສຕັນບູລ ໃນວັນ​ທີ 2 ຕຸ​ລາ ຜ່ານ​ມາ.

ໃນຕອນຕົ້ນ​ໆ, ຊາອຸດີ ອາຣາເບຍ ​ກ່າວ​ວ່າ ທ່ານຄາຊອກກີ ໄດ້​ເດີນທາງ​ອອກ​ໄປ
ຈາກສະ​ຖານກົງສຸນ​ແລ້ວ ແຕ່ຈະ​ໄປ​ໃສ​ນັ້ນ ແມ່ນບໍ່​ຮູ້ເຫັນ​, ຕໍ່​ມາ ​ເພິ່ນໄດ້​ເສຍ​ຊີ​ວິດ
ຍ້ອນການ​ຕີ​ກັນ ຕໍ່​ມາກໍວ່າລາວໄດ້​ເສຍ​ຊີ​ວິດຍ້ອນ​ຖືກ​ບີບ​ຄໍ. ພວກ​ໄອ​ຍະ​ການ​ສາ​ທາ​
ລະ​ນະ​ຂອງ​ລາດ​ຊະ​ອາ​ນາ​ຈັກ ໄດ້​ເອີ້ນ​ການ​ຄາດຕະ​ກຳນີ້​ວ່າ ເປັນ​ການ​ວາງ​ແຜນ​ໄວ້​
ລ່ວງ​ໜ້າ, ແຕ່​ບໍ່​ໄດ້​ກ່າວ​ວ່າ ແມ່ນ​ຜູ້​ໃດ​ເປັນ​ຄົນວາງ​ແຜນ ຫຼື ໃຫ້​ການອະ​ນຸ​ມັດ.

ພວກ​ທູບ​ທຽນ​ທັງ​ຫຼາຍ ຖືກ​ໄຕ້​ໂດຍ​ພວກ​ນັກ​ເຕື່ອນ​ໄຫວ ເພື່ອ​ໄວ້​ອາ​ໄລ​ແກ່ນັກຂ່າວ ທ່ານ ຈາມາລ ຄາຊອກກີ ຂ້າງນອກສະຖານກົງສຸນຂອງຊາອຸດີ ອາຣາເບຍ ປະຈຳນະຄອນ ອິສຕັນບູລ, ວັນ​ທີ 25, 2018.
ພວກ​ທູບ​ທຽນ​ທັງ​ຫຼາຍ ຖືກ​ໄຕ້​ໂດຍ​ພວກ​ນັກ​ເຕື່ອນ​ໄຫວ ເພື່ອ​ໄວ້​ອາ​ໄລ​ແກ່ນັກຂ່າວ ທ່ານ ຈາມາລ ຄາຊອກກີ ຂ້າງນອກສະຖານກົງສຸນຂອງຊາອຸດີ ອາຣາເບຍ ປະຈຳນະຄອນ ອິສຕັນບູລ, ວັນ​ທີ 25, 2018.

ທ່ານຄາ​ວູ​ໂສກ​ລູ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້ນີ້ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ສົນ​ທະ​ນາ​ກັນ​ຫຼາຍ​ຄັ້ງ
ກັບ​ກະ​ສັດ​ຊາ​ລ​ມານ, ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານຣີເຊັບ ໄຕຢິບ ເອີດູອານ ແມ່ນ​ໄດ້​ຮັບ
ຄວາມໝັ້ນ​ວ່າ ກະ​ສັດຊາອຸດີ​ບໍ່​ໄດ້​ມີ​ສ່ວນ​ພົວ​ພັນ​.

ແຕ່​ ທ່ານຄາ​ວູ​ໂສກ​ລູ ​ກ່າວ​ວ່າ ມັນ​ເປັນ​ການ​ຈະ​ແຈ້ງ​ແລ້ວ​ວ່າ ມີ​ກຸ່ມ​ຜູ້​ຊາຍ 15 ຄົນ ທີ່ຖືກ​
ສົງ​ໄສວ່າ ໄດ້​ເດີນ​ທາງ​ເຂົ້າ​ໄປ​ໃນ​ເທີ​ກີ ເພື່ອ​ກະ​ທຳ​ການ​ຄາດ​ຕະ​ກຳ​ທີ່​ວ່າ​ນີ້ ຍ້ອນ​ພວກ​ໜ່ວຍສັງຫານ​ບໍ່​ເອົາ​ບາດ​ກ້າວ​ນີ້ ດ້ວຍ​ຕົວ​ຂອງ​ພວກ​ເຂົາ​ເອງ ແລະ​ວ່າ​ຄະ​ນະ​ສືບ​ສວນ​
ຈຳ​ເປັນຈະຕ້ອງໄດ້ຊອກ​ຫາ ​ວ່າແມ່ນ​ໃຜ​ແທ້ ເປັນ​ຜູ້ສັ່ງ​ການ.

ເທີ​ກີ ໄດ້​ກ່າວ​ໃນ​ສັບ​ປະ​ດາ​ແລ້ວ​ນີ້​ວ່າ ທ່ານຄາ​ຊອກກີ, ນັກ​ຂ່າວ​ທີ່​ເຮັດ​ວຽກ​ ຢູ່ໃນ
ສະ​ຫະລັດທີ່​ຂຽນ​ລົງ​ໃນ​ຄໍ​ລຳ​ຂອງ​ໜັງ​ສື​ພິມ Washington Post ທີ່​ຕຳ​ໜິ​ຕິ​ຕຽນ​ອົງ​ມົງ​
ກຸດ​ລາດກຸມ​ມານ ໂມ​ຮຳ​ເມດ ບິນ ຊາ​ລ​ມານ ໄດ້​ຖືກ​ຮັດ​ຄໍ ຕອນ​ທີ່​ເຂົ້າ​ໄປ​ຍັງ​ສະ​ຖານ
​ກົງ​ສຸນ,ຮ່າງກາຍ​ຂອງເພິ່ນ​ຖືກ​ຕັດ​ອອກ ແລະ​ຖືກ​ທຳ​ລາຍ ແລະເປັນ​ໄປ​ໄດ້ວ່າ​ ໄດ້​ຖືກ​
ເຜົາ​ເປັນ​ເ​ຖົ່າ​ຖານ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG