ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ເທີກີ ຖືກຂ້າຕາຍ 7 ຄົນ ພາຍໃນມື້ດຽວ ໃນປະເທດ ຊີເຣຍ


A visitor takes a photo of an exhibit near a statue of Chinese leader Mao Zedong, 2nd from left, and other Communist Party figures at the newly-completed Museum of the Communist Party of China in Beijing.
A visitor takes a photo of an exhibit near a statue of Chinese leader Mao Zedong, 2nd from left, and other Communist Party figures at the newly-completed Museum of the Communist Party of China in Beijing.

ກອງທັບຂອງປະເທດ ເທີິິກີ ກ່າວວ່າ ເຂົາເຈົ້າໄດ້ປະສົບກັບວັນທີ່ໂຫດຮ້າຍທີ່ສຸດຂອງ
ເຂົາເຈົ້າ ພາຍໃນມື້ດຽວ ໃນການຕໍ່ສູ້ກັບພວກທະຫານບ້ານ ຊີເຣຍ ໃນພາກເໜືອຂອງ
ປະເທດ ຊີເຣຍ.

ທະຫານ 7 ຄົນໄດ້ເສຍຊີວິດໃນວັນເສົາວານນີ້.

5 ຄົນຖືກຂ້າຕາຍ ໃນພາກພື້ນ ອາຟຣິນ ເມື່ອລົດຖັງຂອງເຂົາເຈົ້າຖືກໂຈມຕີ.

ທະຫານສອງຄົນ ຖືກຂ້າຕາຍ ໃນຕອນເຊົ້າຂອງວັນດັ່ງກ່າວ, ຄົນນຶ່ງເສຍຊີວິດ ໃກ້ກັບ
ບ່ອນທີ່ລົດຖັງຖືກໂຈມຕີ ແລະ ຄົນອື່ນໆ ຢູ່ເຂດຊາຍແດນຂອງ ເທີກີ ຕິດກັບປະເທດ
ຊີເຣຍ.

ໃນການແກ້ແຄ້ນຄືນນັ້ນ ເທີກີ ໄດ້ກ່າວວ່າ ເຮືອບິນຮົບຂອງເຂົາເຈົ້າຕໍ່ມາ ໄດ້ໂຈມຕີໃສ່
ເປົ້າໝາຍທີ່ເປັນຊາວ ເຄີດ ໃນຂົງເຂດ ຈາກບ່ອນທີ່ລົດຖັງຖືກໂຈມຕີ.

ການປະຕິບັດການ “ງ່າຕົ້ນໝາກໂອລິຟ ຫຼື Olive Branch” ໄດ້ດຳເນີນຂຶ້ນ ໃນທ້າຍ
ເດືອນທີ່ຜ່ານມາ ຕໍ່ພວກ YPG, ເຊິ່ງແມ່ນກອງກຳລັງຊາວ ເຄີດ ໃນ ຊີເຣຍ, ເປັນພວກ
ທະຫານບ້ານທີ່ລັດຖະບານ ອັງກາຣາ ຖືວ່າ ແມ່ນກຸ່ມກໍ່ການຮ້າຍ ທີ່ເຊື່ອມໂຍງກັບ
ພວກແບ່ງແຍກດິນແດນຊາວ ເຄີດ ໃນປະເທດ ເທີກີ. ເທີກີ ໄດ້ສູນເສຍ ທະຫານທັງໝົດ
14 ຄົນໃນການປະຕິບັດການຂອງເຂົາເຈົ້າ.

ທ່ານ ອີບຣາຮິມ ຄາລິນ "Ibrahim Kalin" ໂຄສົກປະທານາທິບໍດີ ເທີກີ ໄດ້ກ່າວໃນວັນ
ເສົາວານນີ້ວ່າ ເທີກີ ຈະບໍ່ອົດກັ້ນອີກແລ້ວ ຕໍ່ການມີໜ້າຂອງພວກ YPG “ຢູ່ທຸກບ່ອນ”
ຕາມເຂດຊາຍຕິດກັບ ຊີເຣຍ ຂອງເຂົາເຈົ້າ.

XS
SM
MD
LG