ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດ ເທີ​ກີ ຂັດຂວາງ ​​ບໍ່ໃຫ້ ​ພວກ​ປະ​ທ້ວງ ເຂົ້າໄປ ໃນສວນ Gezi (ສະໄລດ໌)


ຜູ້ຄົນເດີນເຂົ້າອອກສວນສາທາລະນະ Gezi ໃນບໍລິເວນຈະຕຸລັດ Taksim
ຜູ້ຄົນເດີນເຂົ້າອອກສວນສາທາລະນະ Gezi ໃນບໍລິເວນຈະຕຸລັດ Taksim
ໃນ​ວັນ​ຈັນ​ວານ​ນີ້ ທາງຕໍາຫຼວດຈະລາຈົນຂອງເທິ​ກີ ​ໄດ້​ຍິງ​ແກ໊ສ
ນໍ້າຕາ ລູກ​ປືນ​ຢາງ ແລະ​ ສີດ​ທໍ່​ນໍ້າ​ໃຫຍ່ ​ ໃສ່​ພວກ​ປະ​ທ້ວງທີ່​
ພະຍາຍາມ​ຈະເຂົ້າ​ໄປ​ໃນ​ສວນສາທາລະນະ ​ໃນ​ນະຄອນ
Istanbul ​ທີ່​ເປັນ​ຈຸດ​ໃຈກາງຂອງ​ການປະ​ທ້ວງມາ​ເປັນ​ເວລາ
​ຫລາຍ​ອາທິດ ​ຕໍ່ຕ້ານ​ລັດຖະບານ ​ແລະ​ນາຍົກລັດຖະມົນຕີ
Recep Tayyip Erdogan ນັ້ນ.

​ກ່ອນ​ໜ້າ​ນັ້ນ ເຈົ້າ​ຄອງ​ກໍາ​ແພງ​ນະຄອນ Istanbul ທ່ານ
Huseyin Avni Mutlu ​ໄດ້​ປະກາດ​ເປີດ​ສວນສາທາລະນະ
Gezi ​ຄືນ​ໃໝ່ ທີ່ຢູ່​ຕິດ​ກັບ​ຈະຕຸ​ລັດ Taksim ອັນ​ເປັນ​ຫລັກ
​ເມືອງ​ຂອງ Istanbul ນັ້ນ ​ແຕ່​ໄດ້​ເຕືອນວ່າ ທ່ານ​ຈະ​ບໍ່​ອະນຸຍາດ
ໃຫ້ສະຖານ​ທີ່​ດັ່ງ ກ່າວ ກາຍ​ມາ​ເປັນ​ສູນ​ກາງຂອງ​ການ​ປະ​ທ້ວງຫຼາຍ​ຂຶ້ນ ​ແລະ​ຈະ​ບໍ່ປ່ອຍ​ໃຫ້
​ມີ​ການ​ເຂົ້າ​ຄອບ​ຄອງ​ເຂດ​ດັ່ງກ່າວ.

ປະມານ 3 ຊົ່ວ​ໂມງ​ຕໍ່​ມາ ທາງ​ຕໍາຫຼວດ​ໄດ້​ເຄື່ອນ​ເຂົ້າ​ໄປ​ຂັບ​ໄລ່​ພວກ​ປະ​ທ້ວງ ທີ່​ພະຍາຍາມ​
ຈະ​ຝ່າຝືນຄໍາ​ສັ່ງ​ຂອງ​ທ່ານ.


ສວນ Gezi ນັ້ນ​ໄດ້ປິດຕັນ​ໄວ້ ມາ​ຕັ້ງ​ແຕ່​ວັນ​ທີ 15 ​ພຶດສະພາ ເວລາຕໍາຫຼວດປາບ ຈະລາຈົນ
ເຄື່ອນ​ກໍາລັງເຂົ້າ​ໄປ​ຂັບ​ໄລ່ ພວກ​ອະນຸ​ລັກ​ທໍາ​ມະ​ຊາດ​ຈໍານວນ​ຫຼາຍ​ພັນ​ຄົນ ທີ່​ເຂົ້າ​ໄປ​ຍຶດ
ຄອງສວນ​ດັ່ງ​ກ່າ​ວ ​ໃນ​ທ່າມກາງ​ການປະ​ທ້ວງຢ່າງຮຸນ​ແຮງ ທີ່​ດໍາ​ເນີນ​ໄປເປັນ​ເວລາຫຼາຍ​
ອາທິດ​ຕໍ່​ຕ້ານການວາງ​ແຜນ ທີ່​ຈະ​ຕັດຕົ້ນ​ໄມ້ລົງ​ຈໍານວນ​ນຶ່ງ ​ເພື່ອພັດທະນາ​ ​ພື້ນ​ທີ່ດັ່ງກ່າວ
​ເປັນ​ຍ່ານ​ການ​ຄ້າ.

ການ​ບໍ່​ສະ​ງົບໄດ້ຂະຫຍາ​ຍວົງ​ກ້ວາງ​ອອກ​ໄປເປັນ​ການ​ປະ​ທ້ວງທົ່ວ​ປະ​ເທດ ​ຕໍ່ຕ້ານທ່ານ
Erdogan ທີ່ຖືກ​ກ່າວ​ຫາວ່າປົກຄອງປະ​ເທດ ແບບ​ໃຊ້​ອໍານາດ​ບາດ​ໃຫຍ່​ຫລາຍຂຶ້ນ​
ເລື້ອຍໆ.

ການ​ວຸ້ນວາຍໄດ້ເລີ່​ມງຽບລົງໃນ​ທ້າຍເດືອນມິຖຸນາ ​ແຕ່​ວ່າ ໃນ​ວັນ​ເສົາ​ແລ້ວ​ນີ້ ທາງ​ຕໍາຫຼວດ​
ໄດ້​ໃຊ້​ແກ໊ສນໍ້າຕາ​ ແລະທໍ່ນໍ້າ ຂັບ​ໄລ່ ​ພວກ​ປະ​ທ້ວງ​ ທີ່​ພະຍາຍາມ​ຈະ​ເດີນ​ຂະ​ບວນ​ໄປ​ຍັງ​
ຈ​ະຕຸ​ລັດ Taksim ​ແລະ​ສວນສາທາ​ລະນະ​ແຫ່ງ​ນັ້ນ.
XS
SM
MD
LG