ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີຣັກ ທວງໃຫ້ເທີກີ ຖອນກຳລັງ ອອກຈາກບໍລິເວນ ໃກ້ເມືອງ Mosul


ກຳລັງ Peshmerga ຂອງຊາວເຄີດ ຢືນຍາມຮັກສາການ ຢູ່ເທິງພູ Bashiqa.
ກຳລັງ Peshmerga ຂອງຊາວເຄີດ ຢືນຍາມຮັກສາການ ຢູ່ເທິງພູ Bashiqa.

ໃນ​ວັນເສົາ​ມື້​ນີ້ ອີຣັກ ​ໄດ້​ຮຽກຮ້ອງ​ໃຫ້ ​ເທີກີ ຖອນ​ກຳລັງທະຫານ
ຂອງຕົນ​ໃນ​ທັນທີ ​ອອກ​ໄປ​ຈາກ​ເຂດຢູ່​ໃກ້ໆ​ກັບເມືອງ Mosul
​ໂດຍ​ກ່າວ​ວ່າ ການ​ສົ່ງ​ທະຫານ​ເຂົ້າ​ໄປ​ໃນ​ເຂດ​ດັ່ງກ່າວ​ເປັນ “ການ
ລະ​ເມີດຮ້າຍ​ແຮງ” ຕໍ່​ອະທິປະ​ໄຕຂອງ​ຕົນ.

​ຖະ​ແຫລງ​ການຂອງທຳນຽບນາຍົກລັດ​ຖະມົນ​ຕີ ອີຣັກ ​ໄດ້​ຢືນຢັນ
​ວ່າ ກອງ​ພົນ​ນ້ອຍທະຫານເທີ​ກີ ​ແລະ​ລົດ​ຖັງ​ຫລາຍ​ຄັນ ​ພ້ອມ​ກັບ
​ປືນ​ໃຫຍ່ ​ໄດ້​ຖືກ​ສົ່ງ​ເຂົ້າ​ໄປ​ໃນ​ດິນ​ແດນອີຣັກ ​ໂດຍປາດ​ສະ​ຈາກ​
ການ​ອະນຸຍາດ ຂອງ Bagdad.

ບັນດາເຈົ້າ​ໜ້າ​ທີ່​ເທີ​ກີ ກ່າວ​ວ່າ ກຳລັງ​ທະຫານ​ຂອງ​ຕົນໄດ້​ເຂົ້າໄປ​ໃນ​ຂົງ​ເຂດ​ເມືອງ
Mosul Bashiqa ​ເພື່ອ​ “ທຳ​ການ​ຊ້ອມລົບ​ ເປັນປະ ຈຳ.” ກອງ​ທະຫານ​ໄດ້​ຂ້າມ​ຊາຍ​
ແດນ​ເຂົ້າໄປປະມານ 30 ກິ​ໂລ​ແມັດ ຫ່າງຈາກເມືອງ Mosul ບ່ອນ​ທີ່ລັດ​ອິສລາມ ຍຶດ
ຄອງ​ຢູ່​ນັ້ນ.

ສື່​ມວນຊົນ​ເທີ​ກີໄດ້ລາຍ​ງານ​ວ່າ ການ​ສົ່ງ​ທະຫານຂອງ​ຕົນ​ເຂົ້າ​ໄປ​ໃນ​ອີ ຮັກ​ແມ່ນເປັນ
​ພາກສ່ວນນຶ່ງ​ຂອງ​ສັບ​ປ່ຽນທີ່​ມີ​ຂຶ້ນ​ເປັນ​ປະຈຳສຳລັບກອງ​ທະຫານ​ໃໝ່​ເທີ​ກີ ​ເພື່ີອແທນ
​ກຳລັງ ທີ່​ໄດ້ປະຕິບັດ​ການ​ເຝິກ​ແອບ​ມາ​ແຕ່​ກ່ອນ ​ເພື່ອ​ຕໍ່ຕ້ານ​ກຳລັງລັດ​ອິສລາມຢູ່​ໃນ​
ຂົງ​ເຂດດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ໃຫ້ການຢືນຢັນກ່ຽວ​ກັບການ​ເຄຶ່ອນ​ໄຫວ​ໃນ​ຕອນ​ແລງ​ວັນ
​ສຸກ​ວານ​ນີ້ ​ໂດຍກ່າວ​ວ່າ ທະຫານ​ເທີ​ກີ​ກອງພັນ​ໜຶ່ງ​ໄດ້​ຕັ້ງ​ຄ້າຍ​ຂອງຕົນ​ ຢູ່​ໃນ​ເຂດຊາຍ
​ແດນ​ທາງ​ຝ່າຍ​ອີຣັກ.

​ເຈົ້າ​ໜ້າ​ທີ່​ຄົນ​ໜຶ່ງ ກ່າວ​ຕໍ່​ວີ​ໂອ​ເອ ​ໂດຍ​ທີ່​ບໍ່​ອອກ​ຊື່ວ່າ “​ເຂົາ​ເຈົ້າກ່າວ​ວ່າ ​ເຂົາເຈົ້າ​ກຳລັງ​
ທຳ​ການເຝິກແ​ອບ ​ເບິ່ງ​ຄື​ວ່າ​ ເຂົາ​ເຈົ້າ​ກຳລັງ​ເຝິກແອບ​ແທ້”

ສະຫະລັດ ກ່າວ​ວ່າ ການສົ່ງ​ທະຫານ​ເຂົ້າ​ໄປ​ຂອງ​ເທີ​ກີ ບໍ່​ແມ່ນ​ພາກ ສ່ວນ​ໃນ​ການ​ດຳ​
ເນີນ​ຄວາມ​ພະຍາຍາມຂອງ​ແນວ​ໂຮມ ​ຕ້ານ​ກຸ່ມລັດ​ອິສລາມຫົວ​ຮຸນ​ແຮງ ​ແຕ່​ອາດເປັນ​
ພາກສ່ວນ​ໃນການຈັດ​ແຈງ​ລະຫວ່າງ​ເທິ​ກີ ກັບອີຣັກ.

ບັນ​ດາ​ເຈົ້າ​ໜ້າ​ເ​ທີ​ກີ ກ່າວ​ວ່າ ຕົນ​ໄດ້​ແຈ້ງໃຫ້ສະຫະລັດ ​ແລະ​ບັນດາ​ປະ​ເທດ​ອື່ນໆ​
ຂອງແນວ​ໂຮມ​ຊາບ​ຍ​ລວງ​ໜ້າ ກ່ຽວ​ກັບກາ​ນສົ່ງ​ທະຫານ ຂອງ​ຕົນ.

XS
SM
MD
LG