ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ເທີ​ກີ ພະ​ຍາ​ຍາມ ​ຈັບ​ຄົນ​ ໃນ​ການ​ປະ​ທ້ວງ​ປີ 2013


ໃນ​ພາບ​ວັນ​ທີ 11 ມິ​ຖຸ​ນາ 2013 ນີ້, ພວກປະ​ທ້ວງ​ທີ່​ຖືກ​ແກັ​ສ​ນ້ຳ​ຕາໄດ້​ຮັບ​ການ​ຊ່ວຍ​ເຫຼື​ອ​ຈາກ​ຜູ້​ປະ​ທ້ວງ​ຄົນ​ອື່ນເພື່ອ​ຊອກ​ຫາ​ໂຮງ​ໝໍ​ໃນ​ສວນ​ສາ​ທາ​ລະ​ນະ ເກ​ຊີ. ຈະ​ຕຸ​ລັດ ທັກ​ຊິມ, ນະ​ຄອນ ອິ​ສ​ຕັນ​ບູ​ລ, ປະ​ເທດ ເທີ​ກີ.
ໃນ​ພາບ​ວັນ​ທີ 11 ມິ​ຖຸ​ນາ 2013 ນີ້, ພວກປະ​ທ້ວງ​ທີ່​ຖືກ​ແກັ​ສ​ນ້ຳ​ຕາໄດ້​ຮັບ​ການ​ຊ່ວຍ​ເຫຼື​ອ​ຈາກ​ຜູ້​ປະ​ທ້ວງ​ຄົນ​ອື່ນເພື່ອ​ຊອກ​ຫາ​ໂຮງ​ໝໍ​ໃນ​ສວນ​ສາ​ທາ​ລະ​ນະ ເກ​ຊີ. ຈະ​ຕຸ​ລັດ ທັກ​ຊິມ, ນະ​ຄອນ ອິ​ສ​ຕັນ​ບູ​ລ, ປະ​ເທດ ເທີ​ກີ.

ການ​ປາບ​ປາມ ກ່ຽວ​ກັບ ຜູ້​ຕໍ່​ຕ້ານ​ທາງ​ການ​ເມືອງ​ໃນ​ປະ​ເທດ ເທີ​ກີ ໄດ້​ແຜ່​ລາມ​ໄປ​ເຖິງ
ຜູ້​ເຂົ້າ​ຮ່​ວມ​ໃນ​ຄວາມ​ວຸ້ນ​ວາຍ​ທາງການ​ເມືອງ​ທີ່​ສຳ​ຄັນ​ເມື່ອ 5 ປີ​ທີ່​ຜ່ານ​ມາ. ບັນ​ດາ​ໄອ
ຍະການໄດ້ອອກໃບສັ່ງຈັບ ສຳລັບນັກສະແດງຄົນສຳຄັນ, ນັກຂ່າວທີ່ຢູ່ໃນແຖວໜ້າ
ແລະ ບັນດານັກເຄື່ອນໄຫວສັງຄົມພົນລະເຮືອນ.

ການ​ຈັບ​ກຸມ​ແມ່ນ​ເຊື່ອມ​ໂຍງ​ໃສ່ກັບ​ການ​ປະ​ທ້ວງ​ໃນ​ປີ 2013, ຮູ້​ຈັກ​ກັນ​ວ່າ ເກ​ຊີ (Gezi).
ຄວາມວຸ້ນວາຍດັ່ງກ່າວໄດ້ເລີ່ມຂຶ້ນ ຍ້ອນແຜນການທີ່ຈະປ່ຽນສວນອຸດທະຍານ ເກຊີ
ໃນໃຈກາງນະຄອນ ອິສຕັນບູລ ໄປເປັນຫ້າງຊັບພະສິນຄ້າ. ການປະທ້ວງຕ່າງໆໄດ້
ກາຍເປັນການປະທ້ວງຕໍ່ຕ້ານລັດຖະບານ ທີ່ກວ້າງອອກຢ່າງວ່ອງໄວ ແລະ ໂດຍສະ
ເພາະຕໍ່ທ່ານ ຣີເຊັບ ໄຕຢິບ ເອີດູອານ ເຊິ່ງໃນເວລານັ້ນເປັນນາຍົກລັດຖະມົນຕີ. ໃນ
ຈຸດສູງສຸດຂອງເຫດການດັ່ງກ່າວນັ້ນ, ຄວາມວຸ້ນວາຍໄດ້ເຮັດໃຫ້ປະຊາຊົນຫຼາຍລ້ານ
ຄົນ ອອກມາປະທ້ວງຕາມທ້ອງຖະໜົນໃນທົ່ວປະເທດ.

ສຳ​ລັບ​ທ່ານ ເອີ​ດູ​ອານ, ຜູ້​ທີ່​ຕອນ​ນີ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ນັ້ນ, ຂະ​ໜາດ​ຂອງ​ຄວາມ​ວຸ້ນ​
ວາຍໄດ້ສ້າງສິ່ງທ້າທາຍທີ່ໃຫຍ່ຫຼວງຕໍ່ອຳນາດຂອງທ່ານ, ອີງຕາມການກ່າວຂອງບັນ
ດານັກວິເຄາະ.

ນັກ​ລັດ​ຖະ​ສາດ ເທີ​ກີ ທ່ານ ເຈັງ​ກິ​ສ ອັກ​ຕາ ໄດ້​ກ່າວ​ວ່າ “ມັນ​ມີ​ອົງ​ປະ​ກອບ ຂອງ​ຄວາມ​
ຢ້ານກົວ ກ່ຽວກັບ ການປະທ້ວງ ເກຊີ. ການປະທ້ວງ ເກຊີ ແມ່ນການສົ່ງຂໍ້ຄວາມ. ມັນ
ແມ່ນບາງສິ່ງທີ່ທ່ານ ເອີດູອານ ບໍ່ສາມາດຄວບຄຸມໄດ້ແທ້ໆ. ແລະ ທ່ານກໍຊັງມັນເຊັ່ນ
ກັນ.”

ທ່ານ ອັກ​ຕາ ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ “ທ່ານບໍ່​ເຄີຍ​ເຂົ້າ​ໃຈ. ເຖິງ​ແມ່ນ​ວ່າ​ມັນ​ຈະ​ແມ່ນ​ການ
ປະທ້ວງບໍ່ເຊື່ອຟັງ ຂອງພົນລະເມືອງປົກກະຕິກໍຕາມ, ທ່ານມັກຈະພິຈາລະນາມັນໂດຍ
ສ່ວນຕົວວ່າ ເປັນການລວມຫົວຕໍ່ຕ້ານທ່ານ.”

ການ​ປະ​ທ້ວງ ເກ​ຊີ ໄດ້​ດຶງ​ດູດ​ການ​ສະ​ໜັບ​ສະ​ໜູນ​ຈາກຫຼາຍ​ພາກ​ສ່ວນ​ຂອງ​ສັງ​ຄົມ
ແລະ ສັງຄົມພົນລະເມືອງ ພ້ອມກັບບຸກຄົນໃນສື່ມວນຊົນຫຼາຍຄົນ.

ໃນ​ວັນທິດນີ້ ໃບ​ສັ່ງ​ຈັບ​ໃນ​ການ​ເຊື່ອມ​ໂຍງ​ກັບ​ການ​ປະ​ທ້ວງ ເກ​ຊີ ແມ່ນ​ໄດ້​ອອກ​ໃຫ້​ນັກ
ສະແດງ ທ່ານ ເມເມັດ ອາລີ ອາລາໂບຣາ. ທ່ານ ຈານ ດັນດາ, ນັກຂ່າວຕໍ່ຕ້ານລັດຖະ
ບານຄົນສຳຄັນ, ກໍຍັງຖືກຕ້ອງການຕົວ ໃນການເຊື່ອມໂຍງກັບຄວາມວຸ້ນວາຍດັ່ງ
ກ່າວນັ້ນ. ທັງທ່ານ ອາລາໂບຣາ ແລະ ທ່ານ ດັນດາ ແມ່ນອາໄສຢູ່ນອກປະເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG