ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງ ລັດອິສລາມ ອ້າງເອົາຄວາມ ຮັບຜິດຊອບ ສຳລັບການໂຈມຕີ ສະຖານ ບັນເທີງ ໃນເທີກີ


ບັນດາສະມາຊິກຄອບຄົວ ແລະພວກເພື່ອນມິດ ສະແດງ
ຄວາມໂສກເສົ້າເສຍໃຈ ໃນຂະນະທີ່ ເຂົ້າຮ່ວມພິທີ ສົ່ງ
ສະການ ຂອງ ທ້າວ Ayhan Akin, ຊຶ່ງເປັນຜູ້ເຄາະຮ້າຍ
ຄົນນຶ່ງ ໃນການໂຈມຕີ ສະຖານບັນເທີງ ໃນນະຄອນ Istanbul, ວັນທີ 1 ມັງກອນ 2017.
ບັນດາສະມາຊິກຄອບຄົວ ແລະພວກເພື່ອນມິດ ສະແດງ ຄວາມໂສກເສົ້າເສຍໃຈ ໃນຂະນະທີ່ ເຂົ້າຮ່ວມພິທີ ສົ່ງ ສະການ ຂອງ ທ້າວ Ayhan Akin, ຊຶ່ງເປັນຜູ້ເຄາະຮ້າຍ ຄົນນຶ່ງ ໃນການໂຈມຕີ ສະຖານບັນເທີງ ໃນນະຄອນ Istanbul, ວັນທີ 1 ມັງກອນ 2017.

ໃນວັນຈັນມື້ນີ້ ກຸ່ມຫົວຮຸນແຮງ ລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ ການໂຈມຕີ ໃນມື້ປີໃໝ່ ຕໍ່ສະຖານບັນເທີງ ຢູ່ທີ່ນະຄອນ Istanbul ຂອງປະເທດເທີກີ ທີ່ໄດ້ເຮັດໃຫ້ 39 ຄົນ ເສຍຊີວິດ ແລະ ບັນດາເຈົ້າໜ້າທີ່ ກຳລັງຊອກຫາ ມືປືນ ຜູ້ທີ່ ໄດ້ຫລົບໜີນັ້ນຢູ່.

Burials Begin for Victims of New Year's Attack in Istanbul
please wait

No media source currently available

0:00 0:02:12 0:00

ກຸ່ມດັ່ງກ່າວນັ້ນ ໄດ້ກ່າວຢູ່ໃນຖະແຫລງການສະບັບໜຶ່ງ ວ່າ “ທະຫານຂອງລັດ
ອິສລາມ”
ໄດ້ປະຕິບັດການ ການຍິງສັງຫານທີ່ວ່ານັ້ນ.

ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນ ເມື່ອຕອນເຊົ້າວັນອາທິດວານນີ້ ໂດຍມີມືປືນຄົນໜຶ່ງ ທີ່ຍິງສັງຫານເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງ ແລະ ພົນລະເຮືອນຜູ້ໜຶ່ງ ຢູ່ດ້ານນອກ ຂອງ ສະຖານບັນເທີງ Reina ກ່ອນທີ່ຜູ້ກ່ຽວຈະເຂົ້າໄປທາງໃນ. ໃນເວລານັ້ນ ມີປະມານ
600 ຄົນ ຢູ່ໃນສະຖານບັນເທີງ ຊຶ່ງພວກຄົນບາງສ່ວນ ໄດ້ໂດດເຂົ້າໄປໃນຊ່ອງແຄບ ຂອງທະເລ ເພື່ອເອົາຕົວຫລົບໜີ.

ຕຳຫຼວດປິດເສັ້ນທາງສາຍໜຶ່ງ ຢູ່ໃກ້ກັບສະຖານບັນເທີງ ໃນນະຄອນ Istanbul, ຫຼັງຈາກມືປືນຄົນໜຶ່ງ ໂຈມຕີສະຖານທີ່ດັ່ງກ່າວ ໃນປະເທດເທີກີ, ວັນທີ 1 ມັງກອນ 2017.
ຕຳຫຼວດປິດເສັ້ນທາງສາຍໜຶ່ງ ຢູ່ໃກ້ກັບສະຖານບັນເທີງ ໃນນະຄອນ Istanbul, ຫຼັງຈາກມືປືນຄົນໜຶ່ງ ໂຈມຕີສະຖານທີ່ດັ່ງກ່າວ ໃນປະເທດເທີກີ, ວັນທີ 1 ມັງກອນ 2017.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ມືປືນ ໄດ້ປະປົນເຂົ້າກັບ ຜູ້ຄົນທີ່ໜີອອກມາ ຈາກສະຖານ ບັນເທີງນັ້ນ. ນອກເໜືອຈາກ ພວກທີ່ໄດ້ຖືກຂ້າຕາຍແລ້ວ ຍັງມີ ປະມານ 70 ຄົນ ໄດ້ ຮັບບາດເຈັບ.

ພວກຄົນໜີອອກຈາກ ສະຖານບັນເທີງ ບ່ອນທີ່ມືປືນຄົນໜຶ່ງ ໄດ້ທຳການໂຈມ ໃນລະຫວ່າງ ງານປາຕີ ສະເຫຼີມສະຫຼອງ ປີໃໝ່ສາກົນ ໃນນະຄອນ Istanbul, ວັນທີ 1 ມັງກອນ 2017.
ພວກຄົນໜີອອກຈາກ ສະຖານບັນເທີງ ບ່ອນທີ່ມືປືນຄົນໜຶ່ງ ໄດ້ທຳການໂຈມ ໃນລະຫວ່າງ ງານປາຕີ ສະເຫຼີມສະຫຼອງ ປີໃໝ່ສາກົນ ໃນນະຄອນ Istanbul, ວັນທີ 1 ມັງກອນ 2017.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໄດ້ເອີ້ນການຍິງສັງຫານ
ວ່າ ເປັນ “ການໂຈມຕີທີ່ໂຫດຮ້າຍ” ຊຶ່ງທ່ານໄດ້ຂຽນລົງໃນ ຖະແຫລງການ ສະບັບ ວັນອາທິດ.

ທ່ານໄດ້ເວົ້າຕື່ມວ່າ “ເທີກີ ຈະຢືນຢູ່ຮ່ວມກັນ ແລະ ຈະບໍ່ໃຫ້ຊ່ອງທາງ ແກ່ເກມ
ຊົ່ວຮ້າຍ ຂອງພວກກໍ່ການຮ້າຍນີ້.”

ບັນດາຜູ້ນຳ ຈາກທົ່ວໂລກ ໄດ້ປະນາມການໂຈມຕີ ດັ່ງກ່າວນັ້ນ.

ໂຄສົກຂອງ ທ່ານ Antonio Guterres ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ກ່າວວ່າ ທ່ານໄດ້ປະນາມ “ການໂຈມຕີກໍ່ການຮ້າຍທີ່ປ່າເຖື່ອນ” ນີ້ ແລະ ຫວັງວ່າ ພວກຜູ້ທີ່ຮັບຜິດຊອບ ສຳລັບຈັດແຈງ ແລະ ຍິງສັງຫານ ຈະຖືກນຳມາລົງໂທດ ຕາມ ກົດໝາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG