ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເທີ​ກີ ວ່າ ພວກ​ທະ​ຫານ​ບ້ານ ຊາວ​ເຄີດ ສັງ​ຫານ ​ທະ​ຫານ​ເທີ​ກີ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ຊີ​ເຣຍ


​ພວກ​ນັກ​ລົບ​ທີ່​ໄດ້​ຮັບ​ການ​ໜຸນຫຼັງ​ໂດຍ​ເທີ​ກີ ກັບ​ຄືນ​ມາ​ຈາກ​ເມືອງ ໂທ​ລ ອັບ​ຢາດ ຢູ່​ທີ່ເຂດ​ຊາຍ​ແດນ ​ໃນ​ຊີ​ເຣຍ, ​ໃນ​ຂະ​ນະ​ທີ່​ພວກ​ເຂົາ ຖືກ​ຖ່າຍ​ຮູບ ຢູ່​ໃນ​ເຂດ​ຊາຍ​ແດນ ລະ​ຫວ່າງ ​ເທີ​ກີ-ຊີ​ເຣຍ ​ໃນ​ເມືອງ ​ອັກ​ກາ​ຄາ​ເລ ຂອງ​ເທີ​ກີ, ​ວັນ​ທີ 19 ຕຸ​ລາ 2019. REUTERS/Stoyan Nenov
​ພວກ​ນັກ​ລົບ​ທີ່​ໄດ້​ຮັບ​ການ​ໜຸນຫຼັງ​ໂດຍ​ເທີ​ກີ ກັບ​ຄືນ​ມາ​ຈາກ​ເມືອງ ໂທ​ລ ອັບ​ຢາດ ຢູ່​ທີ່ເຂດ​ຊາຍ​ແດນ ​ໃນ​ຊີ​ເຣຍ, ​ໃນ​ຂະ​ນະ​ທີ່​ພວກ​ເຂົາ ຖືກ​ຖ່າຍ​ຮູບ ຢູ່​ໃນ​ເຂດ​ຊາຍ​ແດນ ລະ​ຫວ່າງ ​ເທີ​ກີ-ຊີ​ເຣຍ ​ໃນ​ເມືອງ ​ອັກ​ກາ​ຄາ​ເລ ຂອງ​ເທີ​ກີ, ​ວັນ​ທີ 19 ຕຸ​ລາ 2019. REUTERS/Stoyan Nenov

ທະ​ຫານ​ຂອງ​ເທີ​ກີ ຄົນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ ແລະ​ອີກ​ຄົນ​ນຶ່ງ ໄດ້​ຮັບ​ບາດ​ເຈັບ ​ໃນ​ວັນ​ອາ​ທິດ​ມື້ນີ້ ຫຼັງ​ຈາກ​ຖືກ​ໂຈມ​ຕີ​ໂດຍ ກຳ​ລັງ​ທະ​ຫານ​ບ້ານຊາວ​ເຄີດ​ຊີ​ເຣຍ ຂອງ​ກຸ່ມ​ທີ່​ເອີ້ນ​ວ່າ YPG ຢູ່​ໃນ ​ເມືອງແທ​ລ ອັບ​ຢາດ ທາງພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເຖິງ​ແມ່ນ​ວ່າ ໄດ້​ມີ​ຂໍ້​ຕົກ​ລົງ​ເພື່ອ​ໃຫ້​ຢຸດ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ໄວ້​ຊົ່ວ​ຄາວ ໃນ​ຂະ​ນະ​ທີ່ ພວກ​ກຸ່ມ​ຫົວ​ຮຸນ​ແຮງ ຖອນ​ກຳ​ລັງ​ອອກ​ຈາກ​ພື້ນ​ທີ່ ກໍ່​ຕາມ.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ​ໄຕ​ຢິບ ເອີ​ໂດ​ອານ ໄດ້​ຕົກ​ລົງ​ໃນ​ການ​ເຈ​ລະ​ຈາ ກັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ໄມ​ຄ໌ ເພັ​ສ ໃນ​ວັນ​ພະ​ຫັດ​ຜ່ານ​ມາ ໃຫ້​ຢຸດ​ການ​ບຸກ​ໂຈມ​ຕີ​ໄວ້​ຊົ່ວ​ຄາວ ໄລ​ຍະ 5 ມື້ ເພື່ອ​ອຳ​ນວຍ​ໃຫ້​ພວກ​ນັກ​ລົບ​ຊາວ​ເຄີນ ຖອນ​ຕົວ​ອອກ​ຈາກ “ເຂດ​ປອດ​ໄພ” ຊຶ່ງ​ເທີ​ກີ ມີ​ເປົ້າ​ໝາຍ​ທີ່​ຈະ​ຈັດ​ຕັ້ງ​ຂຶ້ນຢູ່​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ຊີ​ເຣຍ ທີ່​ຢູ່​ໃກ້ໆ​ກັບ​ຊາຍ​ແດນ​ຂອງ​ຕົນ.

ໃນ​ວັນ​ເສົາ​ວານນີ້ ສັນ​ຍາ​ຢຸດ​ຍິງ ແມ່ນ​ໄດ້​ຖືກ​ປະ​ຕິ​ບັດ ຢູ່​ເລາະ​ເຂດ​ຊາຍ​ແດນ ໂດຍ​ມີ​ຍານ​ພາ​ຫະ​ຫະ​ຂອງ​ທະ​ຫານ​ເທີ​ກີ ບໍ່ຫຼາຍ​ປານ​ໃດແລ່ນຂ້​າມ​ໄປ​ ​ອີງຕາມ​ລາຍ​ງານ​ຈາກ​ເຂດ​ຊາຍ​ແດນ ຂອງ​ນັກ​ຂ່າວ​ໂຣຍ​ເຕີ ທີ່​ໄດ້​ກ່າວ​ໄປ. ແຕ່​ການ​ໂຈມ​ຕີ​ໃນ​ວັນ​ອາ​ທິດມື້ນີ້ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຂໍ້​ຕົກ​ລົງ​ຊຸດ​ຍິງ​ຊົ່ວ​ຄ​າວ ແມ່ນບອບ​ບາງຫຼາຍ​ຊ່ຳ​ໃດ.

ສ່ວນ​ອັງ​ກາ​ຣາ ຖື​ວ່າ ກຸ່ມ YPG ທີ່​ເປັນສ່ວນ​ປະ​ກອບ​ຂອງ​ກອງ​ກຳ​ລັງ​ເພື່ອ​ປະ​ຊາ​ທິ​ປະ​ໄຕຊີ​ເຣຍ ຫຼື​ເອີ້ນ​ຫຍໍ້​ວ່າ SDF ນັ້ນ ເປັນ​ກຸ່ມກໍ່​ການ​ຮ້າຍ ​ກໍ​ເພາະ​ວ່າ ມັນ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກະ​ບົດ​ຊາວ​ເຄີດ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເທີ​ກີ.

ກຸ່ມ YPG ເປັນ​ກຸ່ມ​ທີ່​ໄດ້​ໃກ້​ຊິດ​ກັບ ກອງກຳ​ລັງ​ຂອງ​ສະ​ຫະ​ລັດ ທີ່​ຖື​ວ່າ​ເປັນ​ພັນ​ທະ​ມິດ​ກັນ ໃນ​ການ​ຕໍ່​ສູ້​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ.

ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ໂດຍ​ກຸ່ມ YPG ດ້ວຍ​ອາ​ວຸດ​ຕໍ່​ຕ້ານ​ລົດ​ຖັງ ແລະ​ອາ​ວຸດ​ເບົາ ໄດ້​ກະ​ທົບ​ຕໍ່​ກຳ​ລັງ​ທະ​ຫານ ​ທີ່​ກຳ​ລັງ​ປະ​ຕິ​ບັດ​ການລາດ​ຕະ​ເວນ ແລະສອດ​ແນມ​ຢູ່ນັ້ນ ຢູ່ໃນ​ເມືອງ​ແທ​ລ ອັບ​ຢາດ ເມື່ອ​ວັນ​ອ​າ​ທິດມື້ນີ້.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ກ່າວ​ອີກວ່າ “ໄດ້​ມີ​ຄຳ​ສັ່ງໃຫ້​ຕອບ​ໂຕ້​ໃນ​ທັນ​ທີ່ ບົນ​ພື້ນ​ຖານ​ຂອງ​ການ​ປ້ອງ​ກັນ​ຕົວ ເຖິງ​ແມ່ນ​ວ່າ ​ໄດ້​ມີຂໍ້​ຕົກ​ລົງ​ໃນ​ເຂດ​ປອດ​ໄພ ໄປ​ແລ້ວ ກັ​ບ​ສະ​ຫະ​ລັດ ກໍ​ຕາມ…ໄດ້​ມີ​ກໍ​ລະ​ນີ ຂອງ​ການລ່ວງ​ລະ​ເມີດ 20 ຄັ້ງ ທີ່​ໄດ້​ກະ​ທຳ​ໂດຍ​ກຸ່ມກໍ່​ການ​ຮ້າຍ PKK/YPG.”

ໃນ​ວັນ​ສຸກ​ຜ່ານ​ມາ ກຸ່ມ​ທະ​ຫານ​ບ້ານ​ຊາວ​ເຄີດ ໄດ້​ກ່າວ​ຫາ​ເທີ​ກີ ວ່າ ລະ​ເມີດ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຊົ່ວ​ຄາວ​ໄລ​ຍະ 5 ມື້ ໂດຍ​ການ​ຍິງ​ປືນ​ໃຫຍ່​ເຂົ້​າ​ໃສ່​ພື້ນ​ທີ່​ອາ​ໄສ​ຂອງ​ພົນ​ລະ​ເຮືອນ ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ແລະ ເມືອງ ຣາ​ສ ອາ​ລ ໄອ​ນ໌ ທີ່ຕັ້ງ​ຢູ່​ເຂດ​ຊາຍ​ແດນ.

ອ່ານ​ຂ່າວນີ້ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG