ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະລັດຖະມົນຕີການຕ່າງປະເທດ
ທ່ານ ໄມຄ໌ ພອມພຽວ ກ່າວວ່າ ພວກຜູ້ນຳຊາອຸດີ ອາຣາເບຍ “ໄດ້ປະຕິເສດຢ່າງ
ແຂງຂັນ” ວ່າບໍ່ໄດ້ມີການພົວພັນໃດໆ ກັບການຫາຍຕົວໄປ ຂອງນັກຂ່າວຊາອຸດີ
ທີ່ໄດ້ມາຢູ່ໃນສະຫະລັດ ທ່ານຈາມາລ ຄາຊອກກີ ຊຶ່ງໄດ້ຖືກພົບເຫັນຄັ້ງສຸດທ້າຍ
ເມື່ອ 2 ສັບປະດາກ່ອນ ເວລາເຂົ້າໄປຍັງສະຖານກົງສຸນ ຣີຢາດ ໃນນະຄອນອິສຕັນບູລ.
ໃນຂະນະທີີ່ທ່ານ ພອມພຽວ ໄດ້ມີການສົນທະນາກັບເຈົ້າໜ້າທີ່ໃນ ຣີຢາດ ແລະນະຄອນ
ອັງກາຣາຢູ່ ເພື່ອເລັ່ງລັດໃຫ້“ເກັບກຳຢ່າງລະອຽດຖີ່ຖ້ວນ, ໂປ່ງໃສ ແລະໃນເວລາ
ເໝາະສົມ” ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ແລະບັນດາສະມາຊິກລັດຖະສະພາ
ຂອງສະຫະລັດ ກໍແມ່ນພວມເລັ່ງລັດ ໃຫ້ເອົາບາດກ້າວຕອບໂຕ້ ຕໍ່ ຊາອຸດີ ອາຣາເບຍ,
ຖ້າຫາກມີການຢືນຢັນເຖິງການພົວພັນຂອງລາດຊະອານາຈັກດັ່ງກ່າວ. ຊິນດີ ເຊນ
ນັກຂ່າວດ້ານການທູດຂອງວີໂອເອ ມີລາຍລະອຽດຂອງເລື້ອງນີ້ ຈາກວໍຊີງຕັນ ຊຶ່ງວັນນະ
ສອນຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໃນສັບປະດານີ້ ໄດ້ສົ່ງ ລັດຖະມົນຕີ
ການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໄປຍັງ ຊາອຸດີ ອາຣາເບຍ ແລະເທີກີ ເພື່ອ
ຊອກຄົ້ນຫາ ວ່າແມ່ນຫຍັງໄດ້ເກີດຂຶ້ນກັບ ທ່ານຈາມາລ ຄາຊອກກີ.
ໃນວັນອັງຄານວານນີ້ ທີ່ສະຫະລັດອາເມຣິກາ ຮອງປະທານາທິບໍດີສະຫະລັດ
ທ່ານໄມຄ໌ ເພັນສ໌ ໄດ້ຮຽກຮ້ອງເອົາຄຳຕອບສຳລັບຄຳຖາມຕ່າງໆ ກ່ຽວກັບການ
ຫາຍຕົວໄປຂອງນັກຂ່າວຊາວຊາອຸດີ, ໂດຍໃຫ້ຂໍ້ສັງເກດວ່າ ໂລກຈຳເປັນຕ້ອງ
ໄດ້ຮູ້ຄວາມຈິງທີ່ວ່າ ທ່ານຄາຊອກກີ ຖືກສັງຫານ ຫຼືບໍ່ ແລະແມ່ນໃຜເປັນຜູ້ບົງການ.
ຮອງປະທານາທິບໍດີສະຫະລັດ ທ່ານໄມຄ໌ ເພັນສ໌ ກ່າວວ່າ “ການສູນເສຍຊີວິດຜູ້ໃດ
ກໍຕາມ ແມ່ນເປັນການເສົ້າສະຫຼົດໃຈທີ່ສຸດ ການສ້າງຄວາມຮຸນແຮງໃດໆແລະ
ການເອົາຊີວິດຂອງຄົນໄປ ແມ່ນຈະຖືກປະນາມ. ແຕ່ວ່າ ທັ້ງນີ້ແມ່ນເປັນການໂຈມຕີ
ຕໍ່ການສື່ສານມວນຊົນທີ່ເສລີແລະເປັນອິດສະຫຼະ. ພວກເຮົາຮຽກຮ້ອງຢາກໄດ້ຮັບ
ຄຳຕອບ.”
ທ່ານຄາຊອກກີ ໄດ້ເຂົ້າໄປໃນກົງສຸນຂອງຊາອຸດີ ປະຈຳເທີກີ ໃນວັນທີ 2 ຕຸລາ
ຜ່ານມາແລ້ວກໍບໍ່ໄດ້ອອກມາເລີຍ. ການຫາຍຕົວໄປຂອງນັກຂ່າວ ໂດຍທີ່ບໍ່ມີຄຳອະທິ
ບາຍໃດໆ ແລະລາຍງານທີ່ວ່າ ຜູ້ກ່ຽວໄດ້ຖືກສັງຫານ ແລະຖືກຕັດເປັນຕ່ອນໆນັ້ນ
ໄດ້ເຮັດໃຫ້ບັນດາສະມາຊິກລັດຖະສະພາສະຫະລັດມີຄວາມໂກດແຄ້ນ.
ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານຄຣິສ ເມີຣ໌ຟີ ກ່າວວ່າ “ຖ້າຫາກວ່າ
ຊາອຸດີ ອາຣາເບຍ ຈັບເອົາຄົນຢູ່ໃນສະຫະລັດໄປ, ຫຼອກລໍ້ລາວເຂົ້າໄປໃນກົງສຸນ
ແລ້ວຂ້າລາວ, ມັນກໍເຖິງເວລາແລ້ວ ສຳລັບສະຫະລັດ ທີ່ຈະຄິດທົບທວນຄືນໃໝ່
ກ່ຽວກັບສາຍພົວພັນ ທາງທະຫານ ທາງການເມືອງ ແລະການເສດຖະກິດ ກັບຊາອຸດີ
ອາຣາເບຍ.”
ໃນຈົດໝາຍສະບັບນຶ່ງເຖິງທຳນຽບຂາວ, ກຸ່ມທີ່ປະກອບດ້ວຍສອງພັກຝ່າຍ ທີ່ຮວມມີ
ສະມາຊິກສະພາສູງ 22 ທ່ານ ໄດ້ຮຽກຮ້ອງໃຫ້ມີການສືບສວນ ພາຍໃຕ້ມາດຕາ ການຮັບ
ຜິດຊອບດ້ານສິທິມະນຸດທົ່ວໂລກ Magnitsky ຫຼື Global Magnitsky Human
Rights Accountability Act.
ມາດຕາ ດັ່ງກ່າວ ໄດ້ໃສ່ຊື່ຕາມທ່ານ Sergei Magnitsky ທະນາຍຄວາມ ແລະນັກ
ກວດກາບັນຊີ ຊາວຣັດເຊຍ ທີ່ໄດ້ເສຍຊີວິດຢູ່ໃນຄຸກມົສກູ ຫຼັງຈາກ ທີ່ໄດ້ລາຍງານກ່ຽວ
ກັບການປອມແປງເລື້ອງພາສີ ທີ່ພົວພັນກັບພວກເຈົ້າໜ້າທີ່ລັດຖະບານຣັດເຊຍ.
ທ່ານບິລ ບຣາວເດີຣ໌ ຜູ້ຊຶ່ງໄດ້ຈ້າງທ່ານ Magnitsky ເພື່ອຫາຫຼັກຖານກ່ຽວກັບການ
ສໍ້ລາດບັງຫຼວງດັ່ງກ່າວ ແມ່ນເປັນຈຸດໃຈກາງໃນການຮັບຜ່ານກົດໝາຍນິຕິບັນຍັດ ປີ
2012 ນີ້. ທ່ານໄດ້ບອກ ວີໂອເອ ວ່າ ການຮັບຜ່ານມາດຕາ Magnitsky ນັ້ນ ແມ່ນ
ຈັດໄວ້ສະເພາະຄະດີອາຊະຍາກຳທີ່ “ຮ້າຍແຮງແບບນີ້.”
ທ່ານບິລ ບຣາວເດີຣ໌ ຫົວໜ້າການລົນນະລົງກົດໝາຍມາດຕາ Magnitsky ກ່າວວ່າ
“ກົດລະບຽບຂັ້ນພື້ນຖານຂອງມາດຕາ Magnitsky ແມ່ນລົງໂທດພວກຜູ້ຄົນ ທີ່ພົວ
ພັນກັບ ການທໍລະມານ, ການສັງຫານນອກຕົວບົດກົດໝາຍ ແລະການລະເມີດສິດ
ທິມະນຸດ. ແລະໂດຍສະເພາະ ພວກຜູ້ຄົນ ທີ່ຕຳໜິຕິຕຽນລະບອບການປົກຄອງ ຫຼື
ພວກນັກຂ່າວ ຫຼືພວກເປີດເຜີຍຄວາມລັບ ນັ້ນ. ແລະນີ້ ພວກເຮົາມີສະຖານະການ
ແບບດຽວກັນນີ້ເລີຍ.”
ທ່ານບຣາວເດີຣ໌ ສັນລະເສີນບັນດາສະມາຊິກສະພາສູງສະຫະລັດ ທີ່ຢືນຢູ່ຢ່າງແຂງຂັນ
ແລະກ່າວວ່າ ທ່ານຫວັງ ຈະໄດ້ຮັບການຕອບຮັບທີ່ແຮງໆພໍກັນຈາກລັດຖະບານຂອງ
ທ່ານທຣຳ.
ເຊັ່ນດຽວກັນ ພວກນັກເຄື່ອນໄຫວທັງຫຼາຍ ກໍແມ່ນໄດ້ຮຽກຮ້ອງໃຫ້ມີການຮັບເອົາ
ຄວາມຮັບຜິດຊອບໃນເລື້ອງນີ້. ທ່ານ ຣັອບ ເບີຣ໌ຊິນສກີ ຈາກສິດທິມະນຸດມາກ່ອນ
ຫຼື Human Rights First ກ່າວວ່າ ລັດຖະບານ ຊາອຸດີ ພາຍໃຕ້ອົງມົງກຸດຣາຊະກຸ
ມມານເຈົ້າຟ້າຊາຍໂມຮາມເມັດ ບິນ ຊາລມານ ໄດ້ທຳການຫຼາຍໆຢ່າງ ທີ່ເກີນຂອບ
ເຂດ ແລະປະກອບການທີ່ມີບັນຫາ ໃນຮອບຫຼາຍໆເດືອນ ຜ່ານມານີ້.
ທ່ານ ຣັອບ ເບີຣ໌ຊິນສກີ ຈາກສິດທິມະນຸດມາກ່ອນ ກ່າວວ່າ “ຈາກທຸກສິ່ງຢ່າງ ເຊັ່ນ
ການຈັບກຸມຄຸມຂັງນາຍົກລັດຖະມົນຕີຂອງເລບານອນ ເຖິງການລົງໂທດໃສ່ຄຸກ
ພວກນັກເຄື່ອນໄຫວເພື່ອສິດທິຂອງພວກແມ່ຍິງ ແລະການຈັບກຸມຄຸມຂັງບັນດາ
ຍາດຕິວົງຂອງຊາອຸດີ ອື່ນໆນຳດ້ວຍ.”
ທ່ານເບີຣ໌ຊິນສກີ ບອກວີໂອເອວ່າ ບັນດາຜູ້ນຳຂອງປະເທດແລະລັດຖະບານອື່ນໆ ແມ່ນຈະມອງເບ່ິງແລະເອົາຕາມສະຫະລັດໃນການເປັນຜູ້ນຳ ໃນເລື້ອງນີ້ ໂດຍສະເພາະ
ກໍ ແມ່ນວ່າ ທ່ານຄາຊອກກີ ອາໄສຢູ່ໃນລັດເວີຣ໌ຈີເນຍ ຂອງສະຫະລັດ.