ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ ພອມ​ພຽວ ກ່າວ​ວ່າ ຊາ​ອຸ ສັນ​ຍາ​ "ຈະ​ສະ​ແດງ​ ໃຫ້​ໂລກ​ຮູ້" ຜົນ​​ການ​ສອບ​ສວນ ໃນການ​ຫາຍສາບ​ສູນ ​ຂອງ​ນັກ​ຂ່າວ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ຈັບ​ມື​ກັບ ອົງ​ມົງ​ກຸດ ຊາ​ອຸ​ດີ ອາ​ຣາ​ເບຍ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ. ນະ​ຄອນຫຼວງ ຣີ​ຢາດ, ຊາ​ອຸ​ດີ ອາ​ຣາ​ເບຍ. 16 ຕຸ​ລາ, 2018.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ຈັບ​ມື​ກັບ ອົງ​ມົງ​ກຸດ ຊາ​ອຸ​ດີ ອາ​ຣາ​ເບຍ ໂມ​ຮຳ​ເມັດ ບິນ ຊາ​ລ​ມານ. ນະ​ຄອນຫຼວງ ຣີ​ຢາດ, ຊາ​ອຸ​ດີ ອາ​ຣາ​ເບຍ. 16 ຕຸ​ລາ, 2018.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ພົບ​ປະ​ກັບ​ປະ​ທາ​
ນາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ໃນວັນພຸດມື້ນີ້ ຫຼັງຈາກໄດ້ຮັບການຄ້ຳ
ປະກັນຈາກບັນດາຜູ້ນຳ ຊາອຸດີ ອາຣາເບຍ ວ່າ ເຂົາເຈົ້າ ຈະ “ສະແດງໃຫ້ໂລກຮູ້” ກ່ຽວ
ກັບ ຜົນຂອງການສືບສວນສອບສວນຢ່າງລະອຽດ​ ໃນ​ການ​ຫາຍ​ຕົວ​ໄປ​ຂອງ​ນັກ​ຂ່າວ​
ຊາອຸ ທີ່ອາໄສຢູ່ໃນ ສະຫະລັດ ນັ້ນ.

ທ່ານ​ພອມ​ພຽວ ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ ກ່ຽວ​ກັບ​ເນື້ອ​ໄນ​ຂອງ​ການ​ພົບ​ປະ​ກັບ ປະ​ທາ​
ນາທິບໍດີເອີດູອານ ຫຼືລັດຖະມົນຕີການຕ່າງປະເທດ ເມບລູດ ຄາວູໂຊກູ ກ່ອນ​ເດີນ​ທາງ
ອອກຈາກເທີກີ.

ທ້າວ ຈາມ​າ​ລ ຄາ​ຊອກ​ກີ, ຜູ້ທີ່ໄດ້​ຕ້ອງ​ຕິຣາດ​ຊະ​ວົງ ຊາ​ອຸ ​ເຊິ່ງ​ລາວ​ໄດ້​ຂຽນ​ບົດ​ຄວາມ​
ໃຫ້ໜັງສືພິມ ວໍຊິງຕັນ ໂພສທ໌ ນັ້ນ, ໄດ້ຖືກພົບເຫັນຄັ້ງສຸດທ້າຍ ເດີນເຂົ້າໄປໃນສະຖານ
ກົງສຸນ ຊາອຸດີ ອາຣາເບຍ ທີ່ນະຄອນ ອິສຕັນບູລ, ປະເທດ ເທີກີ ເມື່ອວັນທີ 2 ຕຸລາທີ່
ຜ່ານມາ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ເທີ​ກີ ໄດ້​ກ່າວ​ວ່າ ເຈົ້າ​ໜ້າ​ທີ່ ຊາ​ອຸ ໄດ້​ຂ້າ​ທ້າວ ຄາ​ຊອກ​ກີ ຕາຍ. ​ແຕ່
ບັນດາເຈົ້າໜ້າທີ່ ຊາອຸດີ ອາຣາເບຍ ເວົ້າວ່າ ລາວໄດ້ຍ່າງອອກໄປຈາກສະຖານກົງສຸນ
ດ້ວຍຕົວລາວເອງ.

ໜັງ​ສື​ພິມ ວອ​ລ ສ​ຕ​ຣີດ ເຈີ​ໂນ (Wall Street Journal) ໄດ້​ລາຍ​ງານ​ໃນ​ຕອນ​ແລງວັນ​
ອັງຄານວານນີ້ວ່າ ສາຍລັບ ຊາອຸ ໄດ້ຕີ ແລະວາງຢາທ້າວ ຄາຊອກກີ, ຫຼັງຈາກນັ້ນກໍໄດ້
ຂ້າ ແລະ ຫັ່ນສົບຂອງລາວ. ໜັງສືພິມໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ ເທີກີ ໄດ້ເປີດເຜີຍ
ຫຼັກຖານ, ລວມທັງລາຍລະອຽດຕ່າງໆຂອງສຽງອັດ, ກັບບັນດາເຈົ້າໜ້າທີ່ຊາອຸ ແລະ ສະຫະລັດ.

ທ່ານ ພອມ​ພຽວ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ມື້ນີ້ ກ່ອນ​ທີ່​ທ່ານ​ຈະ​ເດີນ​ທາງ​ໄປ
ປະເທດ ເທີກີ, ໃນການພົບປະ ກັບກະສັດ ຊາລມານ, ອົງມົງກຸດ ໂມຮຳເມັດ ບິນ ຊາລ
ມານ ແລະ ລັດຖະມົນຕີການຕ່າງປະເທດ ຊາອຸດີ ອາຣາເບຍ ທ່ານ ອາແດລ ອາລ-ຈູ
ເບ ວ່າທ່ານໄດ້ເນັ້ນຢ້ຳເຖິງຄວາມຈຳເປັນສຳລັບການສືບສວນສອບສວນຢ່າງສົມບູນ
ແລະໄດ້ຮັບການຄ້ຳປະກັນວ່າ ການສອບສວນດັ່ງກ່າວຈະຈັດໃຫ້ມີຂຶ້ນ.

ທ່ານ ພອມ​ພຽວ ໄດ້​ເວົ້າ​ວ່າ “ເຂົາ​ເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ, ທີ່​ຈະ​ຈັບ​ຜູ້​ໃດ​ກໍ​ຕາມ​ທີ່​
ເຊື່ອມໂຍງກັບການກະທຳຜິດຕ່າງໆ ທີ່ອາດຖືກພົບເຫັນນັ້ນໃຫ້ຮັບຜິດຊອບ ສຳລັບສິ່ງ
ດັ່ງກ່າວນັ້ນ ບໍ່ວ່າເຂົາເຈົ້າຈະເປັນເຈົ້າໜ້າທີ່ອາວຸໂສ ຫຼື ເຈົ້າໜ້າທີ່ທຳມະດາກໍຕາມ.”

ເມື່ອ​ຖືກ​ຖາມ​ວ່າ ຖ້າຫາກ​ມີ​ການພົບ​ວ່າ ​ເປັນ​ສະ​ມາ​ຊິກ​ຂອງຣາດ​ຊະ​ວົງ​ເອງ​ເດ, ທ່ານ
ພອມພຽວ ໄດ້ກ່າວວ່າ ບັນດາຜູ້ນຳ ຊາອຸ “ຈະບໍ່ມີການຍົກເວັ້ນຕໍ່ຜູ້ໃດກໍຕາມ ທີ່ເຂົາ
ເຈົ້າພົບວ່າເປັນຜູ້ຮັບຜິດຊອບ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ເທີ​ກີ ໄດ້​ລະ​ບຸ​ຜູ້​ຕ້ອງ​ສົງ​ໄສ 15 ຄົນ ທີ່​ເຂົາ​ເຈົ້າ​ເວົ້າ​ວ່າ ໄດ້​ເດີນ​ທາງ​
ຮອດນະຄອນ ອິສຕັນບູລ ແລະ ໄດ້ໄປສະຖານກົງສຸນມື້ທີ່ທ້າວ ຄາຊອກກີ ຫາຍສາບ
ສູນ. ໜັງສືພິມ ນິວຢອກ ໄທມສ໌ ແລະ ວໍຊິງຕັນ ໂພສທ໌ ໄດ້ລາຍງານໃນຕອນແລງວັນ
ອັງຄານວານນີ້ວ່າ 7 ຄົນຈາກລາຍຊື່ດັ່ງກ່າວນັ້ນແມ່ນເຊື່ອມໂຍງກັບໜ່ວຍຮັກສາ
ຄວາມປອດໄພ ຊາອຸ ແລະ ອົງມົງກຸດ.

ອົງ​ການ​ຂ່າວ AP ກໍ​ໄດ້​ເນັ້ນ​ຄຳ​ເວົ້າ ​ຂອງ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອ​ງ​ ເທີ​ກີ ທີ່ບໍ່​ປະ​ສົງ​
ອອກຊື່ວ່າ ໃນລະຫວ່າງການກວດຄົ້ນສະຖານກົງສຸນນັ້ນ ບັນດານັກສືບສວນສອບ
ສວນຈຸດເກີດເຫດອາຊະຍາກຳໄດ້ພົບເຫັນຫຼັກຖານ ກ່ຽວກັບ ການສັງຫານທ້າວ
ຄາຊອກກີ, ແຕ່ບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມ. ອົງການຂ່າວ ຣອຍເຕີ ໄດ້ກ່າວວ່າ ບັນ
ດານັກສືບສວນສອບສວນ ໄດ້ພົບເຫັນ “ຫຼັກຖານທີ່ໜັກແໜ້ນ” ແຕ່ບໍ່ແມ່ນຫຼັກຖານຂັ້ນ
ສຸດທ້າ ຍໃນການຕາຍຂອງທ້າວ ຄາຊອກກີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG