ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ​ຮຽກ​ຮ້ອງ​ໃຫ້​​ສືບ​ສວນ​ຢ່າງ​​​ຄົບ​ຖ້ວນ ແລະ ໂປ່ງໄສ ​ເຂົ້າໃນ​ການ​ຫາຍ​ຕົວ​​ຂອງນັກຂ່າວ ຊາອຸດີ ອາຣາເບຍ


ເຈົ້າ​ໜ້າ​ທີ່​ຍ່າງອອກ​ຈາກ ​ສະ​ຖານ​ກົງສຸນ​ຂອງ​ປະ​ເທດ​ຊາ​ອຸດີ ອາຣາເບຍ ໃນ​ນະ​ຄອນອິ​ສ​ຕັນ​ບູ​ລ, 7 ຕຸ​ລາ 2018.
ເຈົ້າ​ໜ້າ​ທີ່​ຍ່າງອອກ​ຈາກ ​ສະ​ຖານ​ກົງສຸນ​ຂອງ​ປະ​ເທດ​ຊາ​ອຸດີ ອາຣາເບຍ ໃນ​ນະ​ຄອນອິ​ສ​ຕັນ​ບູ​ລ, 7 ຕຸ​ລາ 2018.

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມພຽວ ໄດ້​ຮຽກ​ຮ້ອງ​ໃຫ້
ຊາວດີອາຣາເບຍ ສະ​ໜັບ​ສະ​ໜຸນ​ການ​ສືບ​ສວນ​ຢ່າງໂປ່ງໄສ ​ໃນ​ການ​ຫາຍ​ຕົວ
ຂອງນັກຂ່າວຊາວດີອາຣາເບຍ ຄົນນຶ່ງ ຄືທ່ານຈາມາລ ຄັສຊອກກີ ຊຶ່ງຫາຍ​ສາບ​ສູນ
ນັບ​ຕັ້ງ​ແຕ່ໄດ້​ເຂົ້າ​ໄປ​ຍັງ​ສະ​ຖານ​ກົງສຸນ​ຂອງ​ປະ​ເທດ​ຊາວດີອາຣາເບຍ ໃນ​ນະ​ຄອນ
ອິ​ສ​ຕັນ​ບູ​ລ ໃນສັບປະດາແລ້ວນີ້.

ເຈົ້າ​ໜ້າ​ທີ່ເທີ​ກີ ​ກ່າວ​ວ່າ ທ່ານຄັສຊອກກີ ໄດ້​ຖືກ​ສັງ​ຫານ ໃນ​ສະ​ຖານ​ທີ່​ການ​ທູດ
ດັ່ງກ່າວ ໃນ​ຂະ​ນະ​ທີ່ ຊາວດີອາຣາເບຍ ກ່າວ​ວ່າ ຜູ້ກ່ຽວໄດ້​ອອກ​ຈາກ​ຕຶກ​ດັ່ງກ່າວ
ຢ່າງປອດໄພ.

ທ່ານ ພອມພຽວ ກ່າວໃນຖະແຫຼງການສະບັບນຶ່ງໃນວັນຈັນວານນີ້ ວ່າ “ພວກ​ເຮົາ
ໄດ້​ເຫັນ​ລາຍ​ງານ​ທີ່​ບໍ່ກົງ​ກັນ ກ່ຽວ​ກັບ​ຄວາມ​ປອດ​ໄພ ແລະທີ່ຢູ່ ວ່າທ່ານຈາມາລ
ຄັສຊອກກີ ນັກ​ຂ່າວ​ທີ່​ມີ​ຊື່​ສຽງແລະ​ເປັນ​ຜູ້​ຂຽນ​ລາຍ​ງານ​ສົ່ງ​ໃຫ້​ໜັງ​ສື​ພິມ​ the
Washington Post ວ່າ ຢູ່ໃສ. ພວກເຈົ້າ​ໜ້າ​ທີ່ອະ​ວຸ​ໂສກະ​ຊວງ​ການ​ຕ່າງ​ປະ​ເທດ​
ໄດ້​ໂອ້​ລົມ​ກັບ​ພະ​ລາດ​ຊະ​ອາ​ນາ​ຈັກຊາວດີອາຣາເບຍ​ໂດຍ​ທາງ​ການ​ທູດ ກ່ຽວ​ກັບ​
ເລື້ອງ​ດັ່ງ​ກ່າວ.”

ເຊີນ​ຊົມ: ​ເທີ​ກີ ຕ້ອງ​ການ​ຫຼັກ​ຖານ

Turkey Demands Evidence Over Fate of Saudi Journalist Feared Murdered In Consulate
please wait

No media source currently available

0:00 0:03:23 0:00

ຄວາມ​ເຫັນ​ຂອງ​ທ່ານ ໄດ້ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ
ທ່ານ ດໍໂນລ ທຣຳ ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ກ່ຽວ​ກັບ​ສະ​ຖານະ​
ການ​ນີ້.

ທ່ານ ທຣຳ ໄດ້ບອກພວກນັກຂ່າວທີ່ທຳນຽບຂາວວ່າ “ດຽວນີ້ບໍ່ມີຜູ້ໃດຮູ້ຫຽັງກ່ຽວກັບ
ເລື້ອງນີ້. ຂ້າພະເຈົ້າບໍ່ມັກ.”

ໃນ​ວັນ​ຈັນ​ວານ​ນີ້ ເທີ​ກີ ໄດ້ຮ້ອງ​ຂໍໃຫ້​ໄດ້​ຮັບ​ອະ​ນຸ​ຍາດ​ກວດ​ຄົ້ນ​ສະ​ຖານ​ກົງ​ສຸນ ຊາອຸດີ
ເພື່ອ​ຊອກ​ຫາ​ຮ່ອງຮອຍ. ອົງ​ມົງ​ກຸດ​ລາດ​ກຸມ​ມານ​ຂອງຊາວດີອາຣາເບຍ ໂມ​ຮາເມດ ບິນ
ຊາ​ລ​ມານ ໄດ້​ກ່າວ​ໃນ​ສັບ​ປະ​ດາ​ແລ້ວ​ນີ້​ວ່າ ຣີ​ຢາດ “ພ້ອມ​ແລ້ວ​ທີ່​ຈະ​ຕ້ອນ​ຮັບ​ລັດ​ຖະ​ບານ
​ຂອງ​ເທີ​ກີ ໃຫ້ຊອກຄົ້ນ​ສະ​ຖານ​ທີ່​ດັ່ງ​ກ່າວ,”
ເພາະ​ວ່າ “ມັນ​ບໍ່​ມີ​ຫຍັງ​ຕ້ອງ​ປິດ​ບັງ
ກ່ຽວ​ກັບ​ການ​ຫາຍ​ຕົວຂອງ​ນັກ​ຂ່າວ​ທ່ານ​ນີ້.

ແຕ່​ວ່າ ມັນ​ບໍ່​ເປັນ​ທີ່​ແຈ້ງ​ຂາວ ໃນ​ທັນ​ໃດ ທີ່​ວ່າ ເຈົ້າ​ໜ້າ​ທີ່​ເທີ​ກີ ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ
ໃຫ້​ເຂົ້າ​ໄປ​ຍັງ​ສະ​ຖານ​ທີ່​ກົງ​ສຸນ ຫຼັງ​ຈາກ​ການ​ຮ້ອງ​ຮຽນ​ໃນວັນ​ຈັນ​ວານ​ນີ້. ເຈົ້າ​ໜ້າ​ທີ່ຊາວດີອາຣາເບຍ ກ່າວ​ວ່າ ການກ່າວອ້າງ​ຂອງພວກສືບ​ສວນເທີ​ກີ ວ່າ ທ່ານຄັສຊອກກີ
ໄດ້​ຖືກ​ສັງ​ຫານ​ນັ້ນ ແມ່ນ “ບໍ່​ມີ​ພື້ນ​ຖານ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ອົງ​ມົງ​ກຸດ​ລາດ​ກຸມ​ມານ​ຂອງຊາວດີອາຣາເບຍ ໂມ​ຮາເມດ ບິນ ຊາ​ລ​ມານ ພົບ​ກັບລັດຖະມົນຕີ​ກະ​ຊ​ວງປ້ອງ​ກັນປະ​ເທດສະຫະລັດ ທ່ານຈິມ​ແມັ​ຕ​ຕິ​ສ ທີ່​ທຳ​ນຽບ​ຫ້າ​ແຈ ທີ່​ວໍຊີງ​ຕັນ, 22 ມີ​ນາ 2018.
ອົງ​ມົງ​ກຸດ​ລາດ​ກຸມ​ມານ​ຂອງຊາວດີອາຣາເບຍ ໂມ​ຮາເມດ ບິນ ຊາ​ລ​ມານ ພົບ​ກັບລັດຖະມົນຕີ​ກະ​ຊ​ວງປ້ອງ​ກັນປະ​ເທດສະຫະລັດ ທ່ານຈິມ​ແມັ​ຕ​ຕິ​ສ ທີ່​ທຳ​ນຽບ​ຫ້າ​ແຈ ທີ່​ວໍຊີງ​ຕັນ, 22 ມີ​ນາ 2018.

XS
SM
MD
LG