ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ປົກ​ຄອງ​ຂອງ ເທີ​ກີ ປະ​ສົບ​ຄວາມ​ຜ່າຍ​ແພ້​ຢ່າງ​ໜັກ ໃນ​ການ​ເລືອກ​ຕັ້ງ​ ທ້ອງ​ຖິ່ນ


ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ແລະ ຜູ້​ນຳພັກ​ຍຸ​ຕິ​ທຳ ແລະ ການ​ພັດ​ທະ​ນາ ຫຼື AKP, ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ, ຊ້າຍ, ແລະ ພັນ​ລະ​ຍາ ທ່ານ​ນາງ ເອ​ມິ​ເນ, ທັກ​ທາຍ​ຜູ້​ສະ​ໜັບ​ສະ​ໜູນ ຫລັງ​ຈາກ​ການ​ປະ​ກາດ​ຜົນ​ຄະ​ແນນ​ການ​ເລືອກ​ຕັ້ງ​ທ້ອງຖິ່ນ. ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ. 1 ເມ​ສາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ແລະ ຜູ້​ນຳພັກ​ຍຸ​ຕິ​ທຳ ແລະ ການ​ພັດ​ທະ​ນາ ຫຼື AKP, ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ, ຊ້າຍ, ແລະ ພັນ​ລະ​ຍາ ທ່ານ​ນາງ ເອ​ມິ​ເນ, ທັກ​ທາຍ​ຜູ້​ສະ​ໜັບ​ສະ​ໜູນ ຫລັງ​ຈາກ​ການ​ປະ​ກາດ​ຜົນ​ຄະ​ແນນ​ການ​ເລືອກ​ຕັ້ງ​ທ້ອງຖິ່ນ. ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ. 1 ເມ​ສາ, 2019.

ພັກ​ການ​ເມືອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັ​ບ ໄຕ​ຢິບ ເອີ​ດູ​ອານ ໄດ້​ປະ​ສົບ
ຄວາມຜ່າຍແພ້ຢ່າງໜັກໜ່ວງ ໃນການເລືອກຕັ້ງທ້ອງຖິ່ນ ເມື່ອວັນອາທິດວານນີ້, ສູນ
ເສຍເມືອງທີ່ສຳຄັນຫຼາຍເມືອງໃນທົ່ວປະເທດ, ໃນຂະນະທີ່ພັກຝ່າຍຄ້ານທີ່ສຳຄັນ
ເບິ່ງຄືວ່າ ຈະໄດ້ຊະນະ ໃນນະຄອນຫຼວງ ອັງກາຣາ.

ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, ຜົນ​ການ​ເລືອກ​ຕັ້ງ​ ແມ່​ນ​ຍັງ​ຄົງ​ສູ​ສີ​ກັນ​ຢູ່​ ໃນ​ການ​ຕັດ​ສິນໃຈ,
ດ້ວຍພັກຝ່າຍຄ້ານໄດ້ອ້າງວ່າ ໄດ້ຄວບຄຸມການລົງຄະແນນສຽງ.

ທ່ານ ເອີ​ດູ​ອານ, ໃນ​ການ​ລົມ​ກັບ​ບັນ​ດາ​ນັກ​ຂ່າວ​ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ ນັ້ນ, ໄດ້​ຮັບ​
ຮູ້ວ່າ ພັກຍຸຕິທຳ ແລະ ການພັດທະນາຂອງທ່ານ ໄດ້ປະສົບກັບຄວາມລົ້ມແຫຼວ ແລະ
ໄດ້ປະຕິຍານວ່າຈະຮຽນຮູ້ “ບົດຮຽນ” ຈາກການລົງຄະແນນສຽງ.

ທ່ານ​ເວົ້າ​ວ່າ “ພວກ​ເຮົາ​ໄດ້ຊະ​ນະ​ບາງ​ຄັ້ງ ແລະ ບາງ​ຄັ້ງພວກ​ເຮົາ​ກໍຜ່າຍ​ແພ້.” ທ່ານ
ເອີດູອານ ໄດ້ສັນຍາວ່າ ຈະສະເໜີມາດຕະການ ເພື່ອຂະຫຍາຍເສດຖະກິດ, ເຊິ່ງໄດ້
ຝືດເຄືອງຍ້ອນພາວະຕົກຕ່ຳ.

ນັກ​ວິ​ເຄາະ​ບາງ​ຄົນ​ໄດ້​ເຫັນ​ວ່າ ການຫຼີກ​ລ່ຽງ​ຂອງ​ທ່ານ ເອີ​ດູ​ອານ ກ່ຽວ​ກັບ ຄຳ​ ເວົ້າ​ທີ່​
ດຸຮ້າຍຂອງທ່ານຕໍ່ພັກ ຣີພັບບລີກັນຂອງປະຊາຊົນ ຫຼື CHP ເຊິ່ງແມ່ນຝ່າຍຄ້ານນັ້ນ
ແມ່ນສັນຍານຂອງການຍອມຮັບການຜ່າຍແພ້ ໃນນະຄອນຫຼວງ ອັງກາຣາ.

ຜູ້​ລົງ​ແຂ່ງ​ຂັນ​ຂອງ​ພັກ CHP ໃນ​ນະ​ຄອນຫຼວງ ອັງ​ກາ​ຣາ, ທ່ານ ແມນ​ຊໍ ຢາ​ວາ​ສ, ປະ
ກົດວ່າຈະສ້າງປະຫວັດສາດ ແຕ່ເປັນໄຊຊະນະທີ່ຫວຸດຫວິດ ສຳລັບຝ່າຍຄ້ານ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນຫຼາຍ​ພັນ​ຄົນ​ ທີ່​ເຕົ້າ​ໂຮມ​ກັນ​ໃນ​ໃຈ​ກາງ​ຂອງ
ນະຄອນຫຼວງນັ້ນ, ທ່ານ ຢາວາສ ໄດ້ກ່າວຄຳປາໄສແບບປະນີປະນອມກັນ, ສັນຍາທີ່
ຈະເພັ່ງເລັງ ໃນການບໍລິການຕ່າງໆ, ແລະ ເວົ້າເພີ່ມເຕີມວ່າ ມັນຈະບໍ່ມີການກວາດ
ລ້າງ ພະນັກງານ ທີ່ມີສາຍພົວພັນກັບພັກ AKP.

ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, ການ​ແຂ່ງ​ຂັນ​ຍັງ​ຄົງ​ຄ້າງ​ຄາ​ຢູ່ໃນ​ບັນ​ຫາ. ຜູ້​ລົງ​ແຂ່ງ​ຂັນ​ພັກ
AKP ທ່ານ ບິນາລີ ຢິລດິຣິມ ໄດ້ອ້າງໄຊຊະນະໃນການກ່າວຄຳປາໄສສັ້ນ. ແຕ່ແນວ
ໃດກໍຕາມ, ຜູ້ລົງແຂ່ງຂັນຂອງພັກ CHP ທ່ານ ເອັກເຣັມ ອິມາໂມກລູ ກໍໄດ້ຕອບໂຕ້ຄືນ
ໃນທັນທີ, ໂດຍກ່າວວ່າ ມັນເປັນຕາອັບອາຍຂາຍໜ້າຫຼາຍທີ່ຈະອ້າງເອົາຄວາມສຳເລັດ,
ໂດຍມີພຽງບໍ່ເທົ່າໃດພັນຄະແນນສຽງທີ່ໄດ້ສ້າງຄວາມແຕກຕ່າງໃຫ້ຜູ້ລົງແຂ່ງຂັນ ແລະ
ການລົງຄະແນນສຽງບາງແຫ່ງກໍແມ່ນຍັງບໍ່ໄດ້ຖືກນັບດ້ວຍຊ້ຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG