ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ຈະພົບປະກັບປະທານາທິບດໍຂອງ ອາເຊີໄບຈານ ທ່ານ ອີລາມ ອາລີເຢັຟ ທີ່ເປັນພັນທະມິດຂອງທ່ານໃນວັນຈັນມື້ນີ້, ໃນຂະນະທີ່ປະຊາຊົນຈາກຊົນເຜົ່າ ອາເມເນຍ ຫຼາຍພັນຄົນໄດ້ເລີ່ມການອົບພະຍົບອອກຈາກພາກພື້ນ ນາກໍໂນ-ກາຣາບັກ ຫຼັງຈາກ ອາເຊີໄບຈານ ໄດ້ເອົາຊະນະພວກນັກລົບຂອງພາກພື້ນທີ່ແບ່ງແຍກອອກໄປເມື່ອອາທິດທີ່ຜ່ານມາ.
ທ່ານ ເອີດູອານ ຈະທຳການຢ້ຽມຢາມເຂດປົກຄອງຕົນເອງ ນັກຈິວານ (Nakhchivan) ຂອງ ອາເຊີໄບຈານ ນຶ່ງວັນ, ເຊິ່ງແມ່ນເຂດແດນຂອງຄົນພື້ນເມືອງ ອາເຊີໄບຈານ ທີ່ຕັ້ງຢູ່ລະຫວ່າງ ອາເມເນຍ, ອີຣ່ານ ແລະ ເທີກີ ເພື່ອປຶກສາຫາລືກັບທ່ານ ອາລີເຢັຟ ກ່ຽວກັບ ສະຖານະການໃນພາກພື້ນ ກາຣາບັກ, ອີງຕາມການກ່າວຂອງຫ້ອງການປະທານາທິບໍດີ ເທີກີ.
ຊາວອາເມເນຍ ທີ່ອາໄສຢູ່ໃນພາກພື້ນ ກາຣາບັກ, ເຊິ່ງແມ່ນເຂດແດນທີ່ຖືກຮັບຮູ້ໂດຍສາກົນວ່າ ເປັນພາກສ່ວນຂອງ ອາເຊີໄບຈານ ແຕ່ກ່ອນໜ້ານີ້ແມ່ນບໍ່ສາມາດຄວບຄຸມໄດ້ນັ້ນ, ແມ່ນຖືກບັງຄັບໃຫ້ຢຸດຍິງ ໃນອາທິດທີ່ຜ່ານມາ ຫຼັງຈາກການປະຕິບັດການທາງທະຫານ 24 ຊົ່ວໂມງໂດຍກອງທັບ ອາເຊີໄບຈານ ທີ່ມີຂະໜາດໃຫຍ່ກວ່າຫຼາຍ.
ໃນວັນອາທິດວານນີ້, ການນຳຂອງພາກພື້ນ ນາກໍໂນ-ກາຣາບັກ ໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີ ວ່າຊາວອາເມເນຍ 120,000 ຄົນຂອງພາກພື້ນດັ່ງກ່າວບໍ່ຢາກອາໄສຢູ່ ໃນຖານະທີ່ເປັນສ່ວນນຶ່ງຂອງ ອາເຊີໄບຈານ ຍ້ອນຢ້ານວ່າຈະຖືກປະຫັດປະຫານ ແລະ ການກວາດລ້າງຊົນເຜົ່າ ແລະ ໄດ້ເລີ່ມຫຼົບໜີອອກຈາກບໍລິເວນທີ່ວ່ານັ້ນ.