ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ເທີ​ກີ ແລະ​ ຣັດ​ເຊຍ ຢ້ານ​ວ່າ ຈະ​ເກີດ ໄພ​ຫາ​ຍະ​ນະ ດ້ານ​ມະ​ນຸດ​ສະ​ທຳ ໃນ​ແຂວງ​ອິດ​ລິບ ຂອງ​ຊີ​ເຣຍ


ພວກ​ຊາວ​ຊີ​ເຣຍ ກຳ​ລັງ​ຖືກ​ພັດ​ພາກ​ຈາກ​ຖິ່ນ​ຖານ ໃນເຂດ​ຊານ​ເມືອງ​ທາງ​ພາກ​ຕາ​ເວັນ​ຕົກ ຂອງ​​ອາ​ເລັບ​ໂປ, ​ຂີ​ລົດ​ທີ່​ເຕັມ​ໄປ​ດ້ວຍ​ເຄື່ອງ​ຂອງ​ຕິດ​ໂຕ ໃນ​ເມືອງ​ຮາ​ຊາ​ໂນ ໃກ້​ກັບ​ແຂວງ​ອິດ​ລິບ​ຂອງ​ຊີ​ເຣຍ, ວັນ​ທີ 11 ກຸມ​ພາ 2020. REUTERS/Khalil Ashawi/File Photo
ພວກ​ຊາວ​ຊີ​ເຣຍ ກຳ​ລັງ​ຖືກ​ພັດ​ພາກ​ຈາກ​ຖິ່ນ​ຖານ ໃນເຂດ​ຊານ​ເມືອງ​ທາງ​ພາກ​ຕາ​ເວັນ​ຕົກ ຂອງ​​ອາ​ເລັບ​ໂປ, ​ຂີ​ລົດ​ທີ່​ເຕັມ​ໄປ​ດ້ວຍ​ເຄື່ອງ​ຂອງ​ຕິດ​ໂຕ ໃນ​ເມືອງ​ຮາ​ຊາ​ໂນ ໃກ້​ກັບ​ແຂວງ​ອິດ​ລິບ​ຂອງ​ຊີ​ເຣຍ, ວັນ​ທີ 11 ກຸມ​ພາ 2020. REUTERS/Khalil Ashawi/File Photo

ຄະ​ນະ​ຜູ້​ແທນ​ຈາກ​ເທີ​ກີ ຈະ​ເດີນ​ທາງ​ໄປ​ຍັງ​ຣັດ​ເຊຍ ໃນ​ວັນ​ຈັນ​ມື້​ອື່ນນີ້ ເພື່ອ​ປຶກ​ສາ​ຫາ​ລືເລື້ອງ​ສະ​ຖາ​ນະ​ການ ຢູ່​ໃນ​ແຂວງ​ອິດ​ລິບ​ຂອງ​ຊີ​ເຣຍ ທ່າມ​ກາງ​ຄວາມ​ຢ້ານ​ກົວ​ທີ່​ເພີ້ມ​ຂຶ້ນ​ນັບ​ມື້ ຂອງ​ໄພ​ຫາ​ຍະ​ນະ​ດ້ານ​ມະ​ນຸດ​ສະ​ທຳ​ຢູ່​ທີ່ນັ້ນ ອີງ​ຕາມ​ການ​ກ່າວ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເທີ​ກີ.

ພວກ​ພົນ​ລະ​ເມືອງຫຼາຍ​ຮ້ອຍ​ພັນ​ຄົນ​ໃນ​ແຂວງ​ອິດ​ລິບ ແມ່ນ​ພາ​ກັນ​ຫາ​ທາງຫຼົບ​ໜີ​ການ​ບຸກ​ໂຈມ​ຕີ​ໃນຫຼາຍ​ດ້ານ ​ໂດຍກອງ​ກຳ​ລັງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ຊີ​ເຣຍ ທ່ານ ບາ​ຊາ​ຣ ອາ​ຊາດ​.

“ສິ່ງ​ທີ່​ສຳ​ຄັນ​ໃນ​ມື້​ນີ້ ແມ່ນ ປະ​ຊາ​ຊົນນຶ່ງລ້ານ​ຄົນ ຈາກ​ແຂວງ​ອິດ​ລິບ ໄດ້​ເຄື່ອນ​ຍ້າຍ​ໄປ​ໃນ​ທິດ​ທາງ​ຊາຍ​ແດນ​ຂອງ​ພວກ​ເຮົາ” ປະ​ທາ​ນາ​ທິ​ບໍ​ດີຂອງ​ເທີ​ກີ ທ່ານ​ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ກ່າວ​ໃນ​ຖະ​ແຫລງ​ການ​ເມື່ອ​ວັນ​ເສົາ​ວານນີ້ ຫຼັງ​ຈາກ​ທີ່​ໄດ້​ໂທ​ລະ​ສັບ​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຊຶ່ງ​ພວກ​ເພິ່ນໄດ້​ປຶກ​ສາ​ຫາ​ລື​ກັນ ໃນ​ເລື້ອງ​ຂອງ​ຊີ​ເຣຍ ແລະ​ອື່ນໆ. ທ່ານ​ເອີ​ດູ​ອານ ໄດ້​ກ່າວ​ອີກວ່າ “ພວກ​ເຮົາ​ໄດ້​ຮັບ​ເອົາ 3.5 ຫາ 4 ລ້ານ​ຄົນ​ແລ້ວ. ບໍ່​ເປັນ​ຈັ່​ງ​ໂຊກ ພວກ​ເຮົາ​ຢູ່​ໃນ​ຖາ​ນະ​ທີ່ບໍ່​ສາ​ມາດ​ຮັບເອົາ​ໄດ້​ຕື່ມ​ອີກ 1 ລ້ານ​ຄົນ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເທີ​ກີ ທ່ານ​ແມບ​ລຸ​ຕ ຄາ​ວູ​ໂຊກ​ລູ (Mevlut Cavusoglu) ໄດ້​ກ່າວຫຼັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບ ຄູ່​ຕຳ​ແໜ່ງ​ຈາກ​ເຢຍ​ຣະ​ມັນ ຢູ່ນອກກອງ​ປະ​ຊຸມ​ດ້ານ​ຄວາມ​ໝັ້ນ​ຄົງ​ໃນ​ມິວ​ນິກ ວ່າ 2 ລ້ານ​ຄົນ ອາດ​ຈະ​ມຸ້ງ​ໜ້າ​ໄປ​ຍັງ​ເຂດ​ຊາຍ​ແດນ​ຂອງ​ເທີ​ກີ ທີ່​ຕິດ​ກັບ​ຊີ​ເຣຍ ຖ້າ​ຫາກ​ການ​ຢຸດ​ຍິງ ບໍ່​ສາ​ມາດບັນ​ລຸ​ກັນ​ໄດ້.

ທ່ານ ຄາ​ວູ​ໂຊກ​ລູ ໄດ້​ກ່າວ​ວ່າ ຄະ​ນະ​ຜູ້​ແທນ​ຂອງ​ເທີ​ກີ ມີ​ກຳ​ນົດ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ມົ​ສ​ກູ ໃນ​ວັນ​ຈັນ​ມື້​ອື່ນນີ້ ເພື່ອ​ເຈ​ລະ​ຈາ​ຫາ​ລື​ສະ​ຖາ​ນະ​ການ​ຢູ່​ໃນ​ອິດ​ລິບ ຊຶ່ງເນື້ອ​ທີ່ໂດຍ​ສ່ວນ​ໃຫຍ່ ແມ່ນ​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ​ຊີ​ເຣຍ. ການ​ພົບ​ປະ​ດັ່ງ​ກ່າວ ເກີດ​ຂຶ້ນ​ພາຍຫຼັງ​ ຄະ​ນະ​ຜູ້​ແທນ​ຈາກ​ຣັດ​ເຊຍ ໄດ້​ເດີນ​ທາງ​ໄປ​ຍັງ​ນະ​ຄອນຫຼວງ​ອັງ​ກາ​ຣາ. ຣັດ​ເຊຍ ໃຫ້​ການ​ສະ​ໜັບ​ສະ​ໜູນທ່ານ​ ອາ​ຊາດ ໃນ​ຂະ​ນະ​ດຽວ​ກັນ ເທີ​ກີ ກໍ​ໜຸນຫຼັງ​ກຸ່ມ​ຝ່າຍ​ຕໍ່​ຕ້ານ ທ່ານ ​ອາ​ຊາດ.

ທ່ານ ຄາ​ວູ​ໂຊກ​ລູ ເວົ້າ​ວ່າ “ມີຫຼາຍໆ​ຄົນ​ເດີນ​ທາງ​ມາ​ຍັງ​ຊາຍ​ແດນ​ຂອງ​ພວກ​ເຮົາ​ຢູ່​ແລ້ວ ແລະ​ດ້ວຍ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ເຢຍ​ຣະ​ມັນ ພວກ​ເຮົາ​ກຳ​ລັງ​ສ້າງ​ທີ່​ພັກ​ອາ​ໄສ​ຊົ່ວ​ຄາວ ແຕ່​ອັນ​ນີ້ ເປັນ​ການ​ແກ້​ໄຂ​ຊົ່ວ​ຄາວ​ເທົ່າ​ນັ້ນ ພວກ​ເຮົາ​ຕ້ອງ​ການ​ການ​ຢຸດ​ຍິງ.”


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG