ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ແລະຄູ່ຕຳແໜ່ງ ຝ່າຍເທີກີ ທ່ານ
Recep Tayyib Erdogan ໃນວັນພະຫັດວານນີ້ ໄດ້ຕົກລົງເຫັນພ້ອມທີ່ຈະຊຸກຍູ້ ໃຫ້
ສ້າງເຂດ “ຫລຸດຜ່ອນຄວາມເຄັ່ງຕຶງ” ຢູ່ໃນແຂວງ Idlib ທາງພາກເໜືອ ທີ່ສຳຄັນ ຂອງ
ຊີເຣຍ ເພື່ອຊ່ວຍຍຸຕິສົງຄາມກາງເມືອງ.
ທ່ານ Erdogan ກ່າວຫລັງຈາກການສົນທະນາໃນນະຄອນ Ankara ວ່າທັງສອງໄດ້
ເຫັນພ້ອມທີ່ຈະ “ດຳເນີນການຢ່າງຂຸ້ນຂ້ຽວເພີ້ມຕື່ມ” ໃນການຈັດຕັ້ງປະ ປະຕິບັດ ເຂດ
ຫລຸດຜ່ອນຄວາມເຄັ່ງຕຶງ ໃນແຂວງ Idlib ຊຶ່ງປັດຈຸບັນນີ້ ຍັງຢູ່ພາຍໃຕ້ການຄວບຄຸມຂອງພວກນັກລົບອິສລາມຫຼື jihadist.
ຂໍ້ຕົກລົງນີ້ ເບິ່ງກັນວ່າ ເປັນບາດກ້າວທີ່ສຳຄັນ ໄປສູ່ການສິ້ນສຸດລົງຂອງສົງ ຄາມກາງ
ເມືອງ ແລະການແຜ້ວທາງໄປສູ່ການເລີ້ມຕົ້ນຂັ້ນຕອນສັນຕິພາບ.
ທ່ານ Putin ໄດ້ປະກາດທີ່ກອງປະຊຸມຖະແຫຼງຂ່າວວ່າ “ເງື່ອນໄຂທັງໝົດໃນເວລານີ້
ແມ່ນໄດ້ສ້າງຕັ້ງຂຶ້ນເພື່ອຍຸຕິສົງຄາມຢູ່ໃນຊີເຣຍ.”
ອິງຕາມລາຍງານແລ້ວ ທ່ານ Erdogan ໄດ້ສະແດງຄວາມເປັນຫ່ວງກັບທ່ານ Putin
ກ່ຽວກັບຈຳນວນພົນລະເຮືອນທີ່ເສຍຊີວິດໂດຍການຖີ້ມລະເບີດຂອງຣັດ ເຊຍຢູ່ໃນ
ຊີເຣຍ. Ankara ແລະ Moscow ຕ່າງກໍໃຫ້ການສະໜັບສະໜູນແກ່ຄູ່ປໍລະປັກ ຢູ່ໃນສົງຄາມກາງເມືອງ ໃນຊີເຣຍ. ຄວາມສຳພັນລະຫວ່າງປະເທດທັງສອງ ໄດ້ຕົກລົງ
ສູ່ລະດັບຕ່ຳສຸດ ຫລັງຈາກເຮືອບິນຖີ້ມລະເບີດຣັດເຊຍ ຖືກຍິງຕົກໂດຍເຮືອບິນລົບ
ເທີກີໃນປີ 2015. ເຖິງຢ່າງໃດກໍດີ ຄວາມສຳພັນໄດ້ດີຂຶ້ນຄືນ ນັບແຕ່ໄດ້ມີການພະ
ຍາຍາມຟື້ນຟູຄວາມສຳພັນກັນໃໝ່ໃນປີກາຍນີ້.
ແຕ່ບັນດານັກວິເຄາະເຕືອນວ່າ ຄວາມສຳພັນເຫລົ່ານີ້ບໍ່ມີຜົນບັງຄັບ.
ທ່ານ Sinan Ulgen ນັກຊ່ຽວຊານ ທີ່ ສະຖາບັນ Carnegieໃນນະຄອນ Brussel
ກ່າວວ່າ “ຈະມີຂອບເຂດຈຳກັດຢູ່ສະເໝີ ແລະຄວາມໃກ້ຊິດໃນການ ເຂົ້າຫາກັນຢ່າງ
ໃດ ທີ່ຄວາມສຳພັນສາມາດເປັນໄປໄດ້. ມີປະຫວັດສາດຢູ່ທີ່ວ່າ ມີີຄວາມແຕກຕ່າງກັນ
ກ່ຽວກັບປະເທດທັງສອງພາກັນເບິ່ງການເຄື່ອນໄຫວໃນ ຂົງເຂດແບບໃດ. ເພາະສະ
ນັ້ນຈະມີຂອບເຂດຈຳກັດຢູ່ສະເໝີ.”
ຫລັງຈາກການເຈລະຈາຫາລືເປັນເວລາຫລາຍຊົ່ວໂມງ ໃນການຮັບປະທານອາຫານ
ແລງແລ້ວ ຜູ້ນຳທັງສອງໄດ້ກ່າວຢ້ຳເຖິງຄວາມສຳຄັນກ່ຽວກັບຄວາມສຳພັນທີ່ລົງເລິກຫຼາຍຂຶ້ນລະຫວ່າງປະເທດທັງສອງ.