ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຕຳຫຼວດ​ ປາບ​ຈະ​ລາ​ຈົນ ຂອງ ​ເທີ​ກີ ທັບ​ມ້າງ​ ການ​ເດີນ​ຂະ​ບວນປະ​ທ້ວງ ຕໍ່​ຕ້ານຄວາມ​ຮຸນ​ແຮງ ຕໍ່​ແມ່​ຍິງ


ພວກ​ປະ​ທ້ວງ, ໂດຍ​ສ່ວນ​ໃຫຍ່​ແມ່ນ​ແມ່​ຍິງ, ​ຍົກ​ປ້າຍ​ຕ່າງໆ​ຂຶ້ນ ເພື່ອ​ຮຽກ​ຮ້ອງ ໃຫ້​ຍຸ​ຕິ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ​ແລະ​ພວກ​ເຂົາ​ພາ​ກັນ​ຮ້ອງ​ໂຮ​ຄຳ​ຂວັນ ຢູ່​ໃຈ​ກາງ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ຂອງ​ເທີ​ກີ, ​ວັນ​ອາ​ທິດ ທີ 25 ພະ​ຈິກ 2018,
ພວກ​ປະ​ທ້ວງ, ໂດຍ​ສ່ວນ​ໃຫຍ່​ແມ່ນ​ແມ່​ຍິງ, ​ຍົກ​ປ້າຍ​ຕ່າງໆ​ຂຶ້ນ ເພື່ອ​ຮຽກ​ຮ້ອງ ໃຫ້​ຍຸ​ຕິ​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ​ແລະ​ພວກ​ເຂົາ​ພາ​ກັນ​ຮ້ອງ​ໂຮ​ຄຳ​ຂວັນ ຢູ່​ໃຈ​ກາງ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ຂອງ​ເທີ​ກີ, ​ວັນ​ອາ​ທິດ ທີ 25 ພະ​ຈິກ 2018,

ຕຳຫຼວດ​ປາບ​ຈະ​ລາ​ຈົນ​ຂອງ​ເທີ​ກີ ໄດ້​ໃຊ້​ກຳ​ລັງ​ເພື່ອ​ທັບ​ມ້າງ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຂອງ​ພວກ​ແມ່​ຍິງຫຼາຍ​ພັນ​ຄົນ ທີ່​ຮຽກ​ຮ້ອງ​ຕໍ່​ສິ່ງ​ທີ່​ພວກ​ເຂົ້າ​ເຈົ້າ​ເອີ້ນ​ວ່າ “​ຍຸ​ຕິ​ການ​ຍົກ​ເວັ້ນ​ໂທດ​” ສຳ​ລັບ​ພວກ​ຜູ້​ຊາຍ​ທັງຫຼາຍ​ທີ່​ມີ​ຄວາມ​ຜິດ​ໃນ​ການ​ທຳ​ຮ້າ​ຍ​ຕໍ່​ແມ່​ຍິງ.

ຕຳຫຼວດ​ໄດ້​ຢຸດຢັ້ງ​ພວກ​ແມ່​ຍິງຫຼາຍ​ກວ່າ 2,000 ຄົນ ເພື່ອບໍ່​ໃຫ້​ເດີນ​ຂະ​ບວນ​ເຂົ້າ​ໄປ​ໃນ​ຫົນ​ທາງ ອິ​ສ​ຕີ​ໂກ​ລ ໃນ​ເຂ​ດການ​ຄ້າ​ທີ່​ສຳ​ຄັນ ຂອງ​ນະ​ຄອນອິ​ສ​ຕັນ​ບູ​ລ.

ຕຳຫຼວດ​ໄດ້​ຍິງ​ລູກ​ສະ​ເປ​ໝາກ​ເພັດ ໃສ່​ພວກ​ປະ​ທ້ວງ ໂດຍ​ມີ​ພວກ​ຜູ້​ເຫັນ​ເຫດ​ການ​ຈຳ​ນວນ​ນຶ່ງ​ລາຍ​ງານ​ມາ​ວ່າ ຕຳຫຼວດ​ໃຊ້​ແກັ​ສ​ນ້ຳ​ຕາ ແລະ​ລູກ​ປືນ​ຢາງ. ແຕ່ບໍ່​ມີ​ລາຍ​ງານ​ຂອງຜູ້​ປະ​ສົບ​ໄພ​ ຫຼື ການ​ຈຳ​ກຸມ​ແຕ່​ຢ່າງ​ໃດ.

ບັນ​ດາ​ຜູ້​ຈັດ​ການ​ເດີນ​ຂະ​ບວນ ກ່າວ​ວ່າ ພວກ​ເຂົາ​ເຈົ້າເບື່ອ​ໜ່າຍ​ກັບ​ສິ່ງ​ທີ່​ພວກ​ເຂົາ​ເຊື່ອ​ວ່າ ເປັນ​ການ​ລົງ​ໂທດ​ເບົາ​ເກີນ​ໄປ​ຕໍ່​ ພວກ​ສາ​ມີແລະ​ພວກ​ຊາຍ​ຊູ້ ຜູ້​ທີ່​ຄາດ​ຕະ​ກຳ ຫຼື ທຳ​ຮ້າຍ​ພວກ​ແມ່​ຍິງນັ້ນ.

ພວກ​ແມ່​ຍິງ​ທີ່​ຢູ່​ດ້ານ​ໜ້າ​ຂອງ​ການ​ເດີນ​ຂະ​ບວນ ໃນ​ວັນ​ຈັນ​ວ​ານ​ນີ້ ພາ​ກັນກາງ​ປ້າຍ​ອອກ​ທີ່​ອ່ານ​ວ່າ “​ພວກ​ເຮົາ​ບໍ່​ສາ​ມາດ​ອົດ​ທົນ​ໄດ້ ຕໍ່​ການ​ສູນ​ເສຍ​ແມ່​ຍິງອີກ​ນຶ່ງ​ຄົນ.”

ກຸ່ມ​ປົກ​ປ້ອງ​ສິດ​ທິ​ແມ່​ຍິງຂອງ​ເທີ​ກີ ກ່າວ​ວ່າ ມາ​ເຖິງ​ຕອນນີ້ ມີແມ່​ຍິງ​ເກືອບ 380 ຄົນ ຖືກ​ຂ້າ​ຕາຍໃນ​ປີນີ້.

ສານ​ຂອງ​ເທີ​ກີ ເມື່ອບໍ່​ດົນ​ມານີ້ ໄດ້​ຕັດ​ສິນ​ລົງ​ໂທດ ຊາຍ​ຄົນ​ນຶ່ງ ໃຫ້​ຈຳ​ຄຸກ​ຕະຫຼອດ​ຊີ​ວິ​ດ ສຳ​ລັບ​ການ​ປາດ​ຄໍ​ເມຍ​ເກົ່າ​ຂອງ​ລາວ ຕໍ່​ໜ້າ​ລູກ​ສາວ​ ອາ​ຍຸ 10 ປີຂອງ​ພວກ​ເຂົາ​ເຈົ້າ ໃນ​ເດືອນ​ສິງ​ຫາ​ຜ່ານ​ມານີ້.

ການ​ຄາດ​ຕະ​ກຳ​ດັ່ງ​ກ່າວ ໄດ້​ຖືກກ​ບັນ​ທຶກ​ໃນ​ວີ​ດີ​ໂອ ແລະ​ເຮັດ​ໃຫ້​ເກືອບ​ໝົດ​ທຸກ​ຄົນ ຜູ້​ທີ່​ໄດ້​ເຫັນ​ພາບ​ບັນ​ທຶກນັ້ນ ຮູ້​ສຶກ​ເປັນ​ຕາ​ໜ່າຍ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG