ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ຍິງຕອບໂຕ້ ຕໍ່ການໂຈມຕີ ຂອງຊີເຣຍ


ປ້ອມຍາມ ທະຫານ ເທກີ ໃກ້ກັບເມືອງ Akcakale
ປ້ອມຍາມ ທະຫານ ເທກີ ໃກ້ກັບເມືອງ Akcakale
ສື່​ມວນ​ຊົນຂອງ​ທາງ​ການ​ເທິ​ກີກ່າວວ່າ ປືນ​ຄົກ​ອີກລູກ​ນຶ່ງ​ຈາກ
ຊີ​ເຣຍ ​ໄດ້​ຕົກລົງ​ໃສ່​ພາກ​ໃຕ້​ຂອງເທີ​ກີ.


ອົງການຂ່າວ Anatolian ກ່າວ​ວ່າ ທະຫານ​ເທີ​ກີ ​ໄດ້​ຍິງຕອບ​ໂຕ້
​ຄືນ​ໃນ​ວັນ​ເສົາ ມື້ນີ້ ຫລັງ​ຈາກ​ລູກ​ປືນ​ຄົກ​ໄດ້​ຕົກລົງ​ໃສ່​ເຂດຊົນນະ
ບົດ ທ່າມກາງ​ທີ່​ມີການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ ຢູ່​ໃນ​ເຂດ​ຊາຍ​ແດນ​
ຂອງ​ຝ່າຍ​ຊີ​ເຣຍ ທີ່ແຂວງ Idlib.

ການ​ຍິງ​ປືນ​ຄົກ​ໃສ່​ເທີ​ກີ​ເທື່ອ​ຫຼ້າສຸດ​ໄດ້​ເກີດຂື້ນ​ຫລັງ​ຈາກນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້​ເຕືອນຊີ​ເຣຍ ກ່ຽວ​ກັບ​ການສືບ​ຕໍ່​ໂຈມ​ຕີ​ຂ້າມ​ຊາຍ​ແດນ.
ຢູ່​ໃນ​ຄໍາ​ຖະ​ແຫລ​ງທີ່​ຮ້ອນ​ແຮງ​ຢູ່ທີ່​ນະຄອນອິສ​ຕັນ​ບູນ ທ່ານ Edogan ກ່າວ​ວ່າ ລັດຖະ
ບານປະທານ​າທິບໍດີຊີ​ເຣຍ ທ່ານ Bashar al-Assad ບໍ່​ຄວນ​ທົດ​ລອງ​ຄວາມ​ສາມາດ​ຂອງເທີ​ກີ ທີ່​ຈະ​ໂຈມ​ຕີ​ຕອບ​ໂຕ້​ຄືນ.

ການ​ໃຫ້​ຄວາມ​ເຫັນຂອງທ່ານ ​ໄດ້​ເກີດຂື້ນ​ສອງ​ມື້ ຫລັງ​ຈາກຊີ​ເຣຍ​ໂຈມ​ຕີ​ເມືອງ Akcakale ​ຂອງ​ເທີ​ກີ ທີ່ໄດ້​ສັງຫານ​ພົນ​ລະ​ເຮືອນ 5 ຄົນ ຊຶ່ງ​ເປັນນຶ່ງ​ໃນການ ໂຈມ​ຕີ​ຂ້າ​ມຊາຍແດນ ທີ່​ຮ້າຍ​ແຮງ​ທີ່​ສຸດຂອງຊີ​ເຣຍ ​ໃນຮອບ 18 ​ເດືອນຂອງ​ການ​ລຸກ​ຮື​ຂື້ນຢູ່ໃນ​ປະ​ເທດ​ດັ່ງກ່າວ.

ຫຼັງຈາກ​ໄດ້​ມີ​ການ​ໂຈມ​ຕີ​ແລ້ວ ກໍາລັງ​ເທີ​ກີກໍໄດ້​ຍິງ​ປື​ນ​ໃຫຍ່ຖະຫລົ່ມ​ເປົ້າ​ໝາຍ​ຂອງຊີ​ເຣຍ ​ແລະສະພາເທີ​ກີ ​ໄດ້​ອະນຸມັດ​ໃຫ້ມີ​ການ​ປະຕິບັດ​ງານ​ທາງ​ທະຫານ ​ຢູ່​ນອກ​ຊາຍ​ແດນຂອງຕົນ​ໄດ້ ຖ້າຫາກ​ມີ​ຄວາມ​ຈໍາ​ເ​ປັນ.

ກ່ຽວຂ້ອງກັນ

XS
SM
MD
LG