ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເທີກີ ປ່ອຍນັກຂ່າວ ເຢຍຣະມັນ ເຊື້ອສາຍເທີກີ ທ່ານ ເດນິສ ຢູແຊລ


ໂປສເຕີ້ ທີ່ຂຽນວ່າ ທ່ານເດນິສ ຖືກປ່ອຍ ຈົ່ງປ່ອຍ ເຂົາເຈົ້າ ທັງໝົດ ຕິດຢູ່ປະຕູປ່ອຍຢ້ຽມ ໃນນະຄອນເບີລິນ ວັນທີ 16​ ກຸມພາ 2018.
ໂປສເຕີ້ ທີ່ຂຽນວ່າ ທ່ານເດນິສ ຖືກປ່ອຍ ຈົ່ງປ່ອຍ ເຂົາເຈົ້າ ທັງໝົດ ຕິດຢູ່ປະຕູປ່ອຍຢ້ຽມ ໃນນະຄອນເບີລິນ ວັນທີ 16​ ກຸມພາ 2018.

ເຢຍຣະມັນ ໃຫ້ການຕ້ອນຮັບນັກຂ່າວຄົນນຶ່ງ ທີ່ຖືກຄຸມຂັງເປັນເວລານຶ່ງປີ ເພື່ອລໍຖ້າ
ການຟ້ອງຮ້ອງຢູ່ທີ່ປະເທດເທີກີ ໃນຂະນະທີ່ສານແຫ່ງດຽວກັນ ໃນວັນສຸກວານນີ້ໄດ້
ຕັດສິນໂທດ ໃຫ້ນັກຂ່າວອື່ນໆ 6 ຄົນ ຖືກຈຳຄຸກຕະຫລອດຊີວິດ.

ທ່ານເດນິສ ຢູແຊລ (Deniz Yucel) ທີ່ຖືສອງສັນຊາດ ຄືເຢຍຣະມັນ ແລະເທີກີ ໄດ້
ເດີນທາງກັບຄືນ ໄປເຢຍຣະມັນ ໃນວັນສຸກວານນີ້ ບ່ອນທີ່ທ່ານເປັນນັກຂ່າວ ໃຫ້ແກ່
ໜັງສືພິມ Die Welt ແລະໜັງສືພິມອື່ນໆອີກ.

ບໍລິສັດ Axel Springer ຊຶ່ງເປັນຜູ້ຈັດພິມ ໜັງສືພິມ Die Welt ກ່າວຢູ່ໃນຖະແຫລງ
ຂ່າວສະບັບນຶ່ງ ໃນວັນສຸກວານນີ້ວ່າ “ພວກເຮົາແມ່ນດີໃຈເປັນທີ່ສຸດແລະຮູ້ບຸນຄຸນທີ່
ທ່ານເດນິສ ໄດ້ເປັນອິດສະຫລະອີກເທື່ອນຶ່ງ ຫລັງຈາກຖືກຄຸມຂັງມາເປັນເວລານຶ່ງປີ ພວກເຮົາແມ່ນດີໃຈຫຼາຍ ສຳລັບທ່ານເດນິສ ແລະພວກເຮົາຄິດວ່າ ພວກເພື່ອນຮ່ວມ
ງານທັງໝົດທີ່ຍັງຖືກຄຸມຂັງຢູ່ ຍ້ອນເຂົາເຈົ້າໄດ້ເຮັດໃນສິ່ງທີ່ພວກເຮົາຕ້ອງການຢາກ
ໃຫ້ພວກເຂົາເຈົ້າເຮັດຄືເປັນນັກຂ່າວແມ່ນມີຄວາມສຳຄັນ ຊື່ກົງ ເດັດດ່ຽວແລະຮັກໃນ ວຽກງານ.”

ທ່ານເດນິສ ຢູແຊລ ນັກຂ່າວເຢຍຣະມັນ ເຊື້ອສາຍເທີກີ
ທ່ານເດນິສ ຢູແຊລ ນັກຂ່າວເຢຍຣະມັນ ເຊື້ອສາຍເທີກີ

​ແຕ່ແນວໃດກໍຕາມບັນຫາທາງດ້ານກົດໝາຍສຳລັບທ່ານຢູແຊລຍັງບໍ່ທັນສິ້ນສຸດເທື່ອ. ສື່ມວນຊົນຂອງເທີກີລາຍງານວ່າ ທ່ານໄດ້ຖືກປ່ອຍ ຂະນະທີ່ລໍຖ້າ ການດຳເນີນຄະດີ ໃນຂະນະທີ່ສານໄດ້ກ່າວຫາທ່ານວ່າ ສອດແນມໃຫ້ແກ່ເຢຍຣະມັນ. ໄອຍະການຢາກ
ໃຫ້ທ່ານຖືກໂທດຈຳຄຸກ ແຕ່ 4 ຫາ 18 ປີ.

ລັດຖະມົນຕີການຕ່າງປະເທດເຢຍຣະມັນ ທ່ານຊິກມາ ກາບຣີແອລ ກ່າວຕໍ່ພວກນັກ
ຂ່າວວ່າ ການປ່ອຍຕົວດັ່ງກ່າວມີຂຶ້ນຫຼັງຈາກໄດ້ມີການດຳເນີນຄວາມພະຍາຍາມໃນ
ດ້ານການທູດມາເປັນເວລາຫຼາຍໆເດືອນ ຮວມທັງການພົບປະ 2 ຄັ້ງກັບປະທານາທິ
ບໍດີເທີກີທ່ານຣີເຊັບ ຕາຍຢິບ ເອີດວນ ແລະການຮຽກຮ້ອງ ຂອງນາຍົກລັດຖະມົນຕີ
ເຢຍຣະມັນ ທ່ານນາງອັງເກີຣາ ເມີເກີລ ໃຫ້ປ່ອຍທ່ານຢູແຊລ ໃນວັນພະຫັດ ທີ່ຜ່ານ
ມານີ້. ແຕ່ທ່ານກຣາບີແອລ ໄດ້ກ່າວຕໍ່ໜັງສືພິມ ດອຍສແວລ (Deutsche Welle)
ວ່າ ການປ່ອຍໂຕນີ້ ບໍ່ແມ່ນເປັນຜົນ ຂອງການດຳເນີນຄວາມພະຍາຍາມ ທາງດ້ານ
ການທູດແຕ່ປະການໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Germany Turkey Journalist
please wait

No media source currently available

0:00 0:02:30 0:00

XS
SM
MD
LG