ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທິກີ ຈະບໍ່ສົ່ງ ທ່ານ Hashemi ຄືນໄປໃຫ້ອີຣັກ


ທ່ານ Tariq al-Hashemi ຮອງ​ປະທານາທິບໍດີ​ອີຣັກ
ທ່ານ Tariq al-Hashemi ຮອງ​ປະທານາທິບໍດີ​ອີຣັກ
ເທີກີ ​ໄດ້​ປະຕິ​ເສດ​ທີ່​ຈະ​ສົ່ງ​ໂຕ ຮອງ​ປະທານາທິບໍດີ​ອີຣັກ
ທີ່​ຫຼົບໜີ​ໄປ​ຢູ່​ເທີ​ກີ ທ່ານ Tariq al-Hashemi ທີ່​ປະ​ເຊີນ
ໜ້າກັບ​ໂທດ​ປະຫານ​ຊີວິດ​ ຢູ່ທີ່ກຸງ Bagdad ນັ້ນ.

ນາຍົກລັດຖະມົນ​ຕີ Recep Tayyip Erdogan ກ່າວ​ໃນ​ວັນ​ອັງຄານມື້ນີ້​ວ່າ ທ່ານ Hashemi ສາມາດພັກ​ຢູ່່​ປະ​ເທດ ​Turkey ​ນານ​ເທົ່າ​ທີ່​ທ່ານ​ຕ້ອງການ ​ແລະກຸງ Ankara ຈະ​ບໍ່​ສົ່ງ​ທ່ານ​ຄືນ​ໃຫ້ ອີຣັກ.
ທ່ານ Hahemi ​ທີ່​ເປັນ​ຊາວ Sunni ​ໄດ້​ປະນາມ​ການ​ຕັດສິນໂທດ​ປະຫານ​ຊີ ວິດ​ທ່ານ​ ​ໂດຍສານ​ອີຣັກນັ້ນວ່າ ​ເປັນ​ການ​ແກ້​ແຄ້ນ​ທາງ​ດ້ານ​ການ​ເມືອງ ​ໂດຍ​ນາຍົກລັດຖະມົນ​ຕີຂອງ​ປະ​ເທດ ທ່ານ Nouri al-Maliki ທີ່​ເປັນ​ຊາວ Shi’ite ນັ້ນ. ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ Hashemi ​ໄດ້​ກ່າວ​ຫາ ​ຈາກ​ບ່ອນ​ລີ້​ໄພ ​ທີ່ກຸງ Ankara ຕໍ່ນາຍົກລັດ​ທະ​ມົນ​ຕີ​ອີຣັກວ່າ ​ເປັນ​ຜູ້​ຊັກ​ໃຍ​ຢູ່​ເບື້ອງຫຼັງ​ສານ ​ເພື່ອບີ​ບບັງ​ຄັບ​ໃຫ້​ທ່ານຫຼົບໜີ.

ປະທານາທິບໍດີ​ອີຣັກ ທີ່​ເປັນ​ຊາວ Kurd ທ່ານ Jalal Talabani ກ່າວ​ວ່າ ​ເວລາ​ຂອງ​ການ​ຕັດສິນ ທ່ານ Hashemi ນັ້ນ ​ເປັນທີ່ “ໜ້າ​ເສົ້າ​ສະຫລົດ​ໃຈ” ​ເພາະວ່າ ຮອງ​ປະທານາທິບໍດີ​ຍັງ​ກຳ​ຕຳ​ແໜ່​ງຢູ່. ທ່ານ​ເຕືອນ​ວ່າ ການ​ເຄື່ອນ ​ໄຫວ​ຂອງ​ສານ ອາດ​ຈະ​ສ້າງ​ຄວາມ​ສັບສົນຕື່ມ​ຂຶ້ນ​ໃຫ້​ແກ່​ການ​ດຳ​ເນີນ​ຄວາມ​ພະ ຍາ​ຍາມ​ຂອງອີຣັກ ​ເພື່ອ​ສ້າງ​ຄວາມ​ປອງ​ດອງ​ຊາດ.

ໃນວັນ​ອາທິດຜ່ານ​ມາ ສານ​ໄດ້​ຕັດສິນລັບຫລັງ​ ທ່ານ Hashemi ໃນ​ຂໍ້​ຫາ​ຄາດ​ຕະກໍາເຈົ້າ​ໜ້າ​ທີຮັກສາ​ຄວາມ​ປອດ​ໄພຄົນ​ນຶ່ງແລະ​ທະນາຍຄວາມຄົນນຶ່ງ ທີ່​ເ​ປັນ​ ຊາວ Shi’ite ​ແລະ​ໄດ້​ຕັດສິນໂທດ​ປະຫານ​ຊີວິດຜູ້ກ່ຽວ. ທ່ານ Hashemi ​ກ່າວ​ວ່າ ການ​ຕັດສິນ​ທີ່​ວ່າ​ນີ້ ມີ​ຈຸດປະສົງ​ທາງ​ການ​ເມືອງ ​ແລະທ່ານ​ຈະ​ບໍ່​ກັບ​ໄປ​ອີຣັກ ​ເພື່ອຕໍ່ສູ້​ຄະດີ ພາ​ຍໃຕ້​ອັນ​ທີ່​ທ່ານ​ຮ້ອງວ່າ ລະບົບ​ຍຸຕິ​ທຳ​ທີ່ “ສໍ້​ໂກງ” ນັ້ນ.

ຜູ້​ຊ່ວຍ​ຂອງທ່ານ Maliki ​ໄດ້​ປະຕິ​ເສດ​ວ່າ ທ່ານ​ບໍ່​ໄດ້​ໃຊ້​ອິດ​ທິພົນ​ຕໍ່​ການ​ດຳ​ເນີນຄະດີ​ໃນ​ຄັ້ງນີ້.
XS
SM
MD
LG