ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການລົງປະຊາມະຕິ ທີ່ເທີກີ


ນາຍົກລັດຖະມຸນຕີ​ເທີ​ກີ​ກ່າວ​ວ່າ ພວກ​ທີ່​ໄປ​ລົງ​ປະຊາ​ມະຕິ​ດ​ປະມານ 58% ​ໄດ້ເຫັນ​ດີ​ນໍາການ​ປ່ຽນ​ແປງ​ຈໍານວນ​ນຶ່ງໃນ​ກົດໝາຍ​ລັດຖະທໍາ​ມະນູນທີ່​ຂຽນ​ຂຶ້ນ ​ຕັ້ງ​ແຕ່​ສະ​ໄໝການ​ປົກຄອງ​ຂອງ​ພວກ​ທະຫານ​ເມື່ອ 30 ປີ ຜ່ານມາ​ແລ້ວ​ນັ້ນ.

ນາຍົກລັດຖະມຸນຕີ Recep Tayyip Erdogan ​ໄດ້​ປະ ກາດຜົນຂອງ​ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ອາທິດ​ວານ​ນີ້ໃຫ້​ຮູ້​ ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ຫລັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ປິດ​ລົງ​ແລ້ວ. ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ປະຊາຊົນ​ອອກ​ໄປ​ລົງ​ຄະ​ແນນ​ສຽງ​ ໃນ​ຈໍານວນເກືອບ 78%.

ໄດ້ມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ລົບ​ກວນການ​ລົງ​ປະຊາ​ມະຕິ​ໃນ​ຫລາຍ​ຫົວ​ເມືອງ. ພັກ​ຂອງ​ຊາວ​ເຄີ​ດຊຶ່ງ​ເປັນພັກ​ຝ່າ​ນຄ້ານ​ສໍາຄັນ ​ໄດ້ຮຽກຮ້ອງ​ໄປ​ຍັງຊາວ​ເຄີ​ດ ບໍ່​ໃຫ້​ອອກ​ໄປ​ປ່ອນ​ບັດ​ເພາະ​ພັກ​ດັ່ງກ່າວ​ເວົ້າ​ວ່າການ​ປ່ຽນ​ແປງຕ່າງໆ​ເຫລົ່າ​ນັ້ນ ບໍ່​ແກ້​ໄຂ​ບັນຫາ​ຂອງ​ຊາວ​ເຄີ​ດ​ເລີ​ຍ. ຕໍາຫລວດໄດ້ຈັບ​ກຸມປະຊາຊົນ​ຫລາຍ​ຄົນ ທີ່​ພາກັນ​ທໍາ​ການ​ ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ແລະ​ການ​ຂົ່ມຂູ່​ຜູ້ໄປ​ລົງ​ຄະແນນ​ສຽງ​ໃນ​ເມືອງ Mersin​ ທາງ​ພາກ​ໃຕ້​ ຂອງ​ເທີກີນັ້ນ.

ປະຊາຊົນ​ເທີ​ກີ​ຈໍານວນ 49 ລ້ານ​ຄົນ​ໄດ້​ລົງທະບຽນ ເຂົ້າ​ປະກອບສ່ວນໃນ​ການ​ລົງ​ປະຊາ​ມະ ຕິ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ມີ​ຂຶ້ນ​ໃນ​ວັນ​ຄົບຮອບການ​ກໍ່​ລັດຖະປະຫານ​ໂດຍ​ພວກ​ທະຫານ​ໃນ​ປີ 1980 ພໍດີ. ພວກ​ໄປ​ປ່ອນ​ບັດ​ ມີ​ສິດ​ລົງ​ຄະ​ແນນ​ສຽງ​ໄດ້​ພຽງ​ແຕ່​ສຽງ​ດຽວ​ວ່າ ເຫັນ​ດີ​ ຫລື​ບໍ່​ເຫັນ​ດີ​ ນໍາ​ການ​ປະຕິ​ຮູບລັດຖະທໍາ​ມະນູນ 26 ຂໍ້​ ທີ່​ທາງ​ລັດຖະບານ​ເວົ້າ​ວ່າ ຈະ​ເຮັດ​ໃຫ້​ກົດໝາຍ​ລັດຖະທໍາ​ມະນູນ​ຂອງ​ຕົນ ​ສອດຄ່ອງ​ກັບ​ກົດໝາຍ​ຂອງ​ພວກ​ປະ​ເທດ​ໃນ​ສະຫະພາບ​ ຢູ​ໂຣບ ຫລາຍ​ຂຶ້ນນັ້ນ.

ມີ​ການ​ມອງ​ເຫັນ​ວ່າ ການ​ປະຕິ​ຮູບ​ເຫລົ່າ​ນີ້​ມີ​ຄວາມສໍາຄັນ​ຕໍ່​ຄວາມ​ພະຍາ​ຍາມ​ຂອງ​ເທີ​ກີ​ ​ເພື່ອ​ໃຫ້​ໄດ້​ເຂົ້າ​ຮ່ວມ​ໃນ​ສະຫະພາບ​ຢູ​ໂຣບນັ້ນ.

XS
SM
MD
LG