ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງປະຊາມະຕິທີ່ເທີກີ


ປະຊາຊົນ​ເທີ​ກີ​ທີ່​ມີ​ສິດ​ລົງ​ຄະ​ແນນ​ສຽງ​ພາກັນ​ອອກ​ໄປ​ປ່ອນ​ບັດ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ກົດໝາຍລັດຖະທໍາ​ມະນູນ​ຂອງ​ເຂົາ​ເຈົ້າ ທີ່​ຂຽນຂຶ້ນ​ມາ​ໄດ້​ເກືອບ 30 ປີແລ້ວ ພາຍ​ໃຕ້​ການ​ປົກຄອງ​ຂອງ​ທະຫານ​ນັ້ນ. ການ​ລົງ​ປະຊາ​ມະຕິ​ດັ່ງກ່າວ​ ​ແມ່ນມີ​ຂຶ້ນ​ໃນ​ວັນ​ຄົບຮອບການ​ກໍ່​ລັດຖະປະຫານ ໂດຍ​ພວກ​ທະຫານ​ໃນ​ປີ 1980 ພໍດີ.

ປະຊາຊົນ​ເທີ​ກີ​ຈະ​ໄປ​ລົງມະຕິ​ວ່າ ​ເຫັນ​ດີ​ຫລື​ບໍ່​ເຫັນ​ດີ​ນໍາ​ ຂໍ້​ສະ​ເໜີ​ປະຕິ​ຮູບ​ກົດໝາຍລັດຖະທໍາ​ມະນູນ 26 ຂໍ້. ລັດຖະ ບານກ່າວ​ວ່າ ຂໍ້​ແກ້​ໄຂໃໝ່​ເຫລົ່າ​ນີ້​ຈະ​ເຮັດ​ໃຫ້​ລະບອບ​ປະ ຊາທິປະ​ໄຕ​ແຂງແຮງ​ຂຶ້ນ ​ແລະ​ເຮັດ​ໃຫ້ລັດຖະທໍາ​ມະນູນ ​ຂອງ​ເທີ​ກີ ມີ​ຄວາມ​ຖືກຕ້ອງ​ສອດຄ່ອງ​ຫລາຍ​ຂຶ້ນ ​ກັບ​ກົດ ໝາຍ​ໃນ​ຢູ​ໂຣບ. ການ​ປະຕິ​ຮູບ​ທີ່​ວ່າ​ນີ້​ແມ່ນ​ເປັນ​ກະ​ແຈ​ສໍາ ຄັນ ໃນ​ຄວາມ​ພະຍາຍາມ​ຂອງ​ເທີ​ກີ​ ທີ່​ຢາກ​ເຂົ້າ​ຮ່ວມ​ເປັນ​ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບນັ້ນ.

ຂໍ້​ສະ​ເໜີ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ​ຫລາຍ​ທີ່​ສຸດ​ ​ແມ່ນຮວມທັງຂໍ້​ດັດ​ແປງ​ແກ້​ໄຂທີ່​ຈະ​ປ່ຽນ​ແປງ​ໂຄງ​ສ້າງ​ຂອງ​ສານ​ລັດຖະທໍາ​ມະນູນ​ ແລະ​ສະພາ​ປົກຄອງ​ສູງ​ສຸດ​ຂອງ​ພວກ​ພິພາກສາ​ ແລະ​ພວກ​ໄອ​ຍະ​ການ ຊຶ່ງ​ພວກ​ຕໍາ​ໜິຕິຕຽນ​ກ່າວ​ວ່າ ການ​ປ່ຽນ​ແປງ​ໃໝ່ຈະ​ມີ​ຜົນກະທົບ​ຕໍ່​ສິດ​ອໍາ ນາດ​ຂອງ​ ຝ່າຍ​ຕຸລາການ​ນັ້ນ.

ພາຍ​ໃຕ້​ມາດຕາ​ນຶ່ງ​ອີກ ພວກ​ຜູ້​ນໍາ​ທະຫານ​ທີ່​ຮັບຜິດຊອບ​ໃນ​ການ​ກໍ່ລັດຖະປະຫານ​ຂຶ້ນ​ ໃນ​ປີ 1980 ນັ້ນ ກໍຈະ​ບໍ່​ໄດ້​ຮັບ​ສິດ​ຍົກ​ເວັ້ນພິ​ເສດ​ອີກ​ຈາກການ​ດໍາ​ເນີນ​ຄະດີ ​ແລະ​ມາດຕະການ​ອື່ນໆ​ແມ່ນເພີ່ມ​ສິດທິໃຫ້ ພວກ​ເສຍ​ອົງຄະ​.

XS
SM
MD
LG