ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີ​ກີ ກົດ​ດັນ ຢູ​ໂຣບ ວ່າ​ຈະ​​ປ່ອຍ ອົບ​ພະ​ຍົ​ບ ເຂົ້າ​ທະ​ວີບ ຍ້ອນ​ບັນ​ຫາ​ຂັດ​ແຍ້ງ ຊີ​ເຣຍ


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ກຸ່ມ​ນຶ່ງ ຍ່າງ​ຜ່ານ​ເຂດ​ຊາຍ​ແດນ​ລະ​ຫວ່າງ ເທີ​ກີ ກັບ ກ​ຣີ​ສ ໃນ​ບ້ານ​ແຫ່ງ​ນຶ່ງ ໃກ້​ກັບ​ເມືອງ ເອ​ເດີ​ເນ, ເທີ​ກີ, 28 ກຸ​ມ​ພາ, 2020. REUTERS/Huseyin Aldemir
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ກຸ່ມ​ນຶ່ງ ຍ່າງ​ຜ່ານ​ເຂດ​ຊາຍ​ແດນ​ລະ​ຫວ່າງ ເທີ​ກີ ກັບ ກ​ຣີ​ສ ໃນ​ບ້ານ​ແຫ່ງ​ນຶ່ງ ໃກ້​ກັບ​ເມືອງ ເອ​ເດີ​ເນ, ເທີ​ກີ, 28 ກຸ​ມ​ພາ, 2020. REUTERS/Huseyin Aldemir

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ​ ໃນ​ວັນ​ເສົາ​ວານນີ້​ໄດ້​ຂົ່ມ​ຂູ່​ທີ່​ຈະ​ປ່ອຍ​ໃຫ້​ອົບ​ພະ​ຍົບຫຼາຍ​ພັນ​ຄົນ​ເຂົ້າທະ​ວີບ ຢູ​ໂຣບ ແລະ ໄດ້​ເຕືອນ​ວ່າ ລັດ​ຖະ​ບານ ດາ​ມາ​ສ​ກັ​ສ ຈະ “ປະ​ສົບ​ບັນ​ຫາ​ຕາມ​ມາ” ຫຼັງ​ຈາກ​ກຳ​ລັງ​ທະ​ຫານຫຼາຍ​ສິບ​ຄົນ​ຖືກ​ຂ້າ​ຕາຍ​ໃນ ຊີ​ເຣຍ.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ປະ​ມານ 13,000 ຄົນ​ໄດ້​ເຕົ້ມ​ໂຮມ​ກັນ​ຢູ່​ຕາມ​ເຂດ​ຊາຍ​ແດນ​ປະ​ເທດ ເທີ​ກີ ແລະ ກ​ຣີ​ສ, ອີງ​ຕາມ​ການ​ກ່າ​ວຂອງ​ອົງ​ການ​ເພື່ອ​ການ​ຍົກ​ຍ້າຍ​ຖິ່ນ​ຖານ ໃນ​ຂະ​ນະ​ທີ່​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານຫຼາຍ​ພັນ​ຄົນ​ ໄດ້​ປະ​ທະ​ກັນ​ເລັກ​ນ້ອຍ​ກັບ​ຕຳຫຼວດ ກ​ຣີ​ສ ທີ່​ຍິງ​ແກັ​ສ​ນ້ຳ​ຕາ​ຂ້າມ​ເຂດ​ຊາຍ​ແດນ​ນັ້ນ.

ຄວາມ​ເຄັ່ງ​ຕຶງ​ທີ່​ຮຸນ​ແຮງ​ຂຶ້ນ​ລະ​ຫວ່າງ ເທີ​ກີ ກັບ ຣັດ​ເຊຍ, ຜູ້​ທີ່​ຄັດ​ຄ້ານກອງ​ກຳ​ລັງ​ຕ່າງໆ​ໃນບັນ​ຫາ​ຂັດ​ແຍ້ງ ຊີ​ເຣຍ, ຫຼັງ​ຈາກ​ການ​ໂຈມ​ຕີ​ທາ​ງ​ອາ​ກາ​ດ​ທີ່​ໄດ້​ສັງ​ຫານ​ກຳ​ລັງ​ທະ​ຫານ ເທີ​ກີ ນັ້ນ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ວ່າ ຈະ​ມີ​ສົງ​ຄາມ​ທີ່ກວ້າງ​ອອກ ແລະ ເກີດ​ວິ​ກິດ​ການ​ ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຄັ້ງ​ໃໝ່​ສຳ​ລັບ ຢູ​ໂຣບ.

ທ່ານ ເອີ​ດູ​ອານ ໄດ້​ກ່າວ​ວ່າ ທ່ານ​ຈະ​ປ່ອຍ​ໃຫ້​ພວກ​ອົບ​ພະ​ຍົບ​ເດີນ​ທາງ​ເຂົ້າ​ໃນ ຢູ​ໂຣບ ຈາກ​ປະ​ເທດ ເທີ​ກີ ທີ່​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ NATO ນັ້ນ.

ທ່ານ ເອີ​ດູ​ອານ ໄດ້​ກ່າວ​ໃນ​ນະ​ຄອນ ອິ​ສ​ຕານ​ບູ​ລ ວ່າ “ພວກ​ເຮົາ​ໄດ້​ເຮັດ​ຫຍັງ​ມື້​ວ່ານີ້? ພວກ​ເຮົາ​ໄດ້​ເປີດ​ປະ​ຕູ.”

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ປິດ​ປະ​ຕູ​ພວກ​ນັ້ນ… ຍ້ອນ​ຫຍັງ? ຍ້ອນ​ວ່າ ສະ​ຫະ​ພາບ ຢູ​ໂຣບ ຄວນ​ຮັກ​ສາ​ສັນ​ຍາຕ່າງໆ​ຂອງ​ເຂົາ​ເຈົ້າ.”

ທ່ານ​ໄດ້​ອ້າງ​ເຖິງ​ຂໍ້​ຕົກ​ລົງ​ປີ 2016 ກັບ​ສະ​ຫະ​ພາບ ຢູ​ໂຣບ ເພື່ອ​ຢຸດ​ຂະ​ບວນ​ອົບ​ພະ​ຍົບ ສຳ​ລັບ​ແລກ​ປ່ຽນ​ກັບ​ການ​ຊ່ວຍ​ເຫຼືອຫຼາຍ​ພັນ​ລ້ານ​ໂດ​ລາ​ຂອງ ຢູ​ໂຣບ.

ເທີ​ກີ ແມ່ນ​ໄດ້​ຮັບ​ເອົາ​ອົບ​ພະ​ຍົບ ຊີ​ເຣຍ ຫຼາຍກວ່າ ສາມ​ລ້ານ​ຫົກ​ແສນ​ຄົນ​ແລ້ວ.

ຫຼາຍ​ພັນ​ຄົນ​ຈະ​ພັກ​ຄ້າງ​ໃນ​ຄ່ຳ​ຄືນ​ທີ່​ໜາວ​ຢູ່​ເຂດ​ຊາຍ​ແດນ​ດັ່ງ​ກ່າວ.

ຄຳ​ເຫັນ​ຂອງ​ທ່ານ ເອີ​ດູ​ອານ ແມ່ນ​ໄດ້​ມີ​ຂຶ້ນ​ເປັນຄັ້ງທຳ​ອິດ ນັບ​ຕັ້ງ​ແຕ່​ກຳ​ລັງ​ທະ​ຫານ ເທີ​ກີ 34 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ນັບ​ຕັ້ງ​ແຕ່​ວັນ​ພະ​ຫັດ​ທີ່​ຜ່ານ​ມາ ໃນ​ພາກ​ພື້ນ ອິດ​ລິບ ຂອງ ຊີ​ເຣຍ, ບ່ອນ​ທີ່ກອງ​ກຳ​ລັງ​ລັດ​ຖະ​ບານ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ ມົ​ສ​ກູ ກຳ​ລັງ​ຕໍ່​ສູ້​ ເພື່ອ​ຍຶດ​ຄືນ​ດິນ​ແດນ​ແຫ່ງ​ສຸດ​ທ້າຍ​ຂອງ​ພວກຕໍ່​ຕ້ານ​ລັດ​ຖະ​ບານ​.


Turkey's President Recep Tayyip Erdogan on Saturday threatened to let thousands of refugees cross into Europe and warned Damascus would "pay a price" after dozens of Turkish troops were killed inside Syria.

Around 13,000 migrants have gathered along the Turkish-Greek border, the International Organization for Migration (IOM) said as several thousand migrants were in skirmishes with Greek police firing tear gas across the frontier.

The escalating tensions between Turkey and Russia, who back opposing forces in the Syria conflict, after an air strike killed the Turkish troops sparked fears of a broader war and a new migration crisis for Europe.

Erdogan said he would let refugees travel to Europe from NATO-member Turkey.

"What did we do yesterday? We opened the doors," Erdogan said in Istanbul.

"We will not close those doors.... Why? Because the European Union should keep its promises."

He was referring to a 2016 deal with the European Union to stop refugee flows in exchange for billions of euros in aid.

Turkey already hosts 3.6 million Syrian refugees.


- Thousands to spend 'cold night' at border -


Erdogan's comments were his first since 34 Turkish troops were killed since Thursday in northern Syria's Idlib region, where Moscow-backed Syrian regime forces are battling to retake the last rebel enclave.

XS
SM
MD
LG