ປະຊາຊົນຈໍານວນຫລາຍພັນຄົນໃນພາກຕາເວັນອອກຂອງເທີກີໄດ້ພັກແຮມເປັນຄືນ
ທີສອງກາງແຈ້ງ ຖ່າມກາງທີ່ອຸນຫະພູມຂອງອາກາດຢູ່ໃນລະດັບເກືອບເປັນນໍ້າກ້ອນ
ຂະນະທີ່ພວກຊ່ອຍກູ້ໄພສືບຕໍ່ຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້ຈາກໄພແຜ່ນ
ດິນໄຫວຄັ້ງຮ້າຍແຮງທີ່ເກີດຂຶ້ນໃນວັນອາທິດຜ່ານມານີ້.
ພວກຊ່ອຍກູ້ໄພໄດ້ດຶງເອົາພວກທີ່ລອດຊີວິດມາໄດ້ຕື່ມອີກອອກມາຈາກຊາກຫັກພັງ
ໃນຕອນເຊົ້າວັນອັງຄານມື້ນີ້. ບັນດາເຈົ້າໜ້າທີ່ກ່າວວ່າ ຈໍານວນຜູ້ເສຍຊີວິດຍ້ອນໄພ
ແຜ່ນດິນໄຫວ ມາຮອດປັດຈຸບັນນີ້ມີຢູ່ 366 ຄົນ ແລະຢ່າງໜ້ອຍ 1300 ຄົນໄດ້ຮັບ
ບາດເຈັບຕື່ມອີກ. ຄາດວ່າຈໍານວນຜູ້ເສຍຊີວິດນີ້ຈະເພີ່ມຂຶ້ນອີກ.
ບັນດາເຈົ້າໜ້າທີ່ກ່າວວ່າ ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 7.2 ຣິກເຕີທີ່ເກີດຂຶ້ນ
ໃນບໍລິເວນຊາຍແດນເທີກີຕິດກັບອີຣ່ານນັ້ນ ໄດ້ສ້າງຄວາມເສຍຫາຍຫລາຍກວ່າໝູ່
ໃຫ້ແກ່ເມືອງ Ercis ຊຶ່ງຢູ່ຫ່າງຈາກເມືອງ Van ໄປທາງທິດເໜືອປະມານ 90 ຫລັກ
ກິໂລແມັດ.
ພວກພະນັກງານຊ່ອຍກູ້ໄພຈໍານວນຫລາຍຮ້ອຍຄົນໄດ້ເຮັດວຽກໝົດຄືນໂດຍໃຊ້ເຄື່ອງ
ອຸບປະກອນຂະໜາດໜັກຍົກພວກແຜ່ນ concrete ທີ່ຫັກເພພັງລົງແລະໜັກໆນັ້ນ
ອອກໃນຄວາມຫວັງວ່າຈະພົບເຫັນພວກ ທີ່ອາດລອດຊີວິດມາໄດ້ຕື່ມອີກ. ລັດຖະ
ບານເທີກີກ່າວວ່າ ພວກຕຶກອາຄານໃຫຍ່ໆຫລາຍສິບຫລັງໄດ້ພັງທະລາຍລົງຍ້ອນ
ແຜ່ນດິນໄຫວຄັ້ງນີ້.
ແຜ່ນດິນໄຫວໄດ້ເຮັດໃຫ້ໄຟຟ້າມອດແລະນໍ້າປະປາອັດລົງໃນຫລາຍຂົງເຂດ. ມີແຜ່ນ
ດິນໄຫວຂະໜາດນ້ອຍຮ້ອຍກວ່າຄັ້ງເກີດຂຶ້ນຫລັງຈາກໄດ້ ເກີດແຜ່ນດິນໄຫວຄັ້ງທໍາ
ອິດແລ້ວຢູ່ໃນເຂດດັ່ງກ່າວ ຮວມທັງຄັ້ງນຶ່ງທີ່ມີຄວາມແຮງ 6.1 ຣິກເຕີນັ້ນ.
ທ່ານ Recep Tayyip Erdogan ນາຍົກລັດຖະມົນຕີເທີກີໄດ້ໄປສໍາ ຫລວດຢ້ຽມຢາມ
ຂົງເຂດດັ່ງກ່າວໃນວັນອາທິດຜ່ານມານີ້ ຊຶ່ງທ່ານກ່າວວ່າພວກເຮືອນຊານທີ່ສ້າງດ້ວຍດິນ
ຈີ່ຂີ້ຕົມໃນພວກໝູ່ບ້ານໃກ້ຄຽງທັງໝົດແມ່ນໄດ້ພັງລົງຈໍາດິນ.
ບັນດາຜູ້ນໍາຂອງໂລກ ໄດ້ສົ່ງຄວາມເສົ້າຄວາມໂສກເສົ້າເສຍໃຈແລະສະເໜີໃຫ້ຄວາມ
ຊ່ອຍເຫລືອແກ່ເທີກີ. ປະທານາທິບໍດີ Dmitry Medvedev ແຫ່ງຣັດເຊຍ ແລະປະທາ
ນາທິບໍດີ Serzh Sarkisianແຫ່ງ Armenia ໄດ້ທໍາການໂທລະສັບຮ່ວມກັນໄປຍັງ
ປະທານາທິບໍດີ Abdullah Gul ແຫ່ງເທີກີ ເພື່ອສະແດງຄວາມເຫັນອັກເຫັນໃຈຂອງ
ພວກທ່ານ.
ບັນດາປະເທດຕ່າງໆ ຮວມທັງສະຫະລັດແລະອິສຣາແອລ ໄດ້ສະເໜີໃຫ້ການຊ່ອຍ
ເຫລືອຂອງພວກຕົນໄປແລ້ວ. ປະທານາທິບໍດີບາຣັກໂອບາມາແຫ່ງສະຫະລັດກ່າວ
ໃນວັນອາທິດຜ່ານມານີ້ວ່າ ສະຫະລັດຈະຢືນຢູ່ຄຽງບ່າຄຽງໄຫລ່ກັບເທີກີໃນລະຫວ່າງທີ່ປະເທດດັ່ງກ່າວປະສົບກັບຄວາມຫຍຸ້ງຍາກນີ້.