ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

200 ກ່ວາຄົນເສຍຊີວິດ ໃນໄພແຜ່ນດິນໄຫວ ທີ່ເທີກີ (ເບິ່ງສະໄລດ໌-ວີດີໂອ)


ພວກພະນັກງານຊ່ອຍກູ້ໄພພວມຊອກຄົ້ນຫາຜູ້ທີ່ອາດລອດຊີວິດມາໄດ້ຈາກໄພ
ແຜ່ນດິນໄຫວໃນວັນອາທິດວານນີ້ ທີ່ເມືອງ Ercis ແລະເມືອງ Van, ເທີກີ.
ວັນທີ 24 ຕຸລາ 2011.
ພວກພະນັກງານຊ່ອຍກູ້ໄພພວມຊອກຄົ້ນຫາຜູ້ທີ່ອາດລອດຊີວິດມາໄດ້ຈາກໄພ ແຜ່ນດິນໄຫວໃນວັນອາທິດວານນີ້ ທີ່ເມືອງ Ercis ແລະເມືອງ Van, ເທີກີ. ວັນທີ 24 ຕຸລາ 2011.

ພວກ​ພະນັກງານ​ຊ່ອຍ​ກູ້​ໄພ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ ​ກໍາລັງ​ຂຸດ​ຄົ້ນ​ຕາມ​
ຊາກຫັກ​ພັງ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ພະຍາຍາມ​ຊອກ​ຫາ​ພວກ​ທີ່​ອາດ​ລອດ​ຊີວິດ​ມາ​ໄດ້ ຫລັງ​
ຈາກ​ເກີດ​ແຜ່ນດິນ​ໄຫວ​ທີ່ໄດ້​ເອົາ​ຊີວິດ​ຜູ້​ຄົນໄປ​ຢ່າງ​ໜ້ອຍ 239 ຄົນ ​ແລະ​ບາດເຈັບຕື່ມ
ອີກ​ຫລາຍກວ່າ 1 ພັນ​ຄົນ​ນັ້ນ.

ການ​ຊອກ​ຄົ້ນ​ນີ້​ແມ່ນ​ພົວພັນ​ກັບ​ພວກ​ທີ​ມຊ່ອຍ​ກູ້​ໄພ​ຫລາຍ​ຮ້ອຍ​ທີ​ມຈາກທົ່ວ​ປະ​ເທດ
ທີ່​ພາ​ກັນ​ຂຸດ​ຄົ້ນຕາມ​ຊາກຫັກ​ພັງ​ຂອງ​ພວກຕຶກ​ອາຄານທີ່ຍຸບ​ລົງ​ຈໍາ​ດິນ​ ຍ້ອນ​ແຜ່ນດິນ
ໄຫວ​ທີ​່ມີ​ຄວາມ​ແຮງ 7.2 ຣິກ​ເຕີ​ ໃນ​ວັນ​ອາທິດ​ວານ​ນີ້.

ແຜ່ນດິນ​ໄຫວ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຫລາຍ​ກວ່າ​ໝູ່​ໃນ​ເມືອງ Ercis ບ່ອນ​ທີ່​ລັດຖະ
ມົນຕີພາຍ​ໃນ​ຂອງ​ເທີ​ກີ ທ່ານ Idris Naim Sahin ກ່າວ​ວ່າ ມີ​ຢ່າງ​ໜ້ອຍ 117 ຄົນ
ເສຍ​ຊີວິດ​ຢູ່​ທີ່​ນັ້ນ ຂະນະ​ທີ່ມີ​ອີກ 100 ຄົນ​ເສຍ​ຊີວິດ​ໃນ​ເມືອງ Van. ໄດ້​ມີ​ແຜ່ນດິນ​
ໄຫວ​ທີ່​ມີ​ຄວາມ​ແຮງ ຕິດຕາມ​ມາອີກ​ຫລາຍ​ຄັ້ງ ຮວມທັງ​ຄັ້ງ​ນຶ່ງ​ ທີ່​ມີ​ຄວາມ​ແຮງ 6.1
ຣິກ​ເຕີ​ນັ້ນ.

ພວກ​ຊາວບ້ານ​ຊາວ​ເມືອງ​ຫລາຍ​ຄົນ​ໄດ້​ພາກັນ​ພັກ​ແຮມ​ຄືນ​ຢູ່​ຕາມ​ຖະໜົນຫົນທາງ ​ແອອັດ​
ກັນ​ຢູ່ອ້ອມ​ກອງ​ໄຟ ຂະນະ​ທີ່​ພວກພະນັກງານ​ຊ່ອຍ​ບັນ​ເທົາທຸກ​ແຈກ​ຢາຍ​ເຂົ້າປາອາຫານ
ແລະ​ຜ້າ​ຕັ້ງ​ໃຫ້​ເຂົາ​ເຈົ້າ​ນັ້ນ.

ມີ​ຫລາຍ​ປະ​ເທດ ຮວມທັງ​ສະຫະລັດ​ອາ​ເມຣິກາແລະ​ອິສຣາ​ແອ​ລ ​ໄດ້ສະ​ເໜີໃຫ້ການ​ຊ່ອຍ
ເຫລືອ​ແກ່​ເທີ​ກີ. ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ໂອ​ບາ​ມາ ກ່າວ​ໃນ​ວັນ​ອາທິດ​
ວານ​ນີ້​ວ່າ ສະຫະລັດ​ກໍາລັງ​ຕິດຕາມ​ລາຍງານ​ຂ່າວ​ກ່ຽວ​ກັບ​ໄພ​ແຜ່ນດິນ​ໄຫວ​ດ້ວຍ​ຄວາ​ມ​
ເປັນ​ຫ່ວງ​ຢ່າງໃຫຍ່ຫລວງ ​ແລະ​ຈະ​ຢືນ​ຢູ້ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ເທີ​ກີ​ໃນ​ລະຫວ່າງ​ເວລາທີ່
ຫຍຸ້ງຍາກ​ນີ້.

ແຕ່​ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Recep Tayyip Erdogan ກ່າວວ່າ ​ປະ​ເທດ​ຂອງ​
ທ່ານ​ຍັງ​ສາມາດ​ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ມະນຸດສະ​ທໍາ​ຂອງ​ຕົນ​ເອງ​
ໄດ້​ຢູ່. ທ່ານ Erdogan ​ໄດ້​ໄປ​ສໍາຫລວດເບິ່ງ​ເຂດ​ແຜ່ນດິນ​ໄຫວ​ໃນ​ແລງ​ວັນ​ອາທິດ​ວານ​ນີ້
ແລະ​ໂທລະພາບ​ແຫ່ງ​ຊາດ​ເທີ​ກີກ່າວ​ວ່າ ລັດຖະບານ​ໄດ້​ຮຽກ​ກອງ​ປະຊຸມສຸກ​ເສິນຂອງ
ຄະນະ​ລັດຖະບານ​ ໃນ​ວັນ​ຈັນ​ມື້​ນີ້.

XS
SM
MD
LG