ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ຊາຍອາ​ເມຣິກັນ 2 ຄົນ ​ຍອມ​ຮັບ​​ຜິດ ​ຕໍ່ຂໍ້​ກ່າວ​ຫາ​ທີ່ ກ່ຽວຂ້ອງກັບການ ຕໍ່ສູ້ກັນຢູ່ ​ສະຖານທູດ​ເທີ​ກີ ​​


ນັກຂ່າວຖ່າຍຮູບພວກທີ່ທາງການຕ້ອງການ ເນື່ອງຈາກຖືກຂໍ້ກ່າວຫາທາງອາຍາ ກ່ອນກອງປະຊຸມຖະແຫລງຂ່າວ ໃນນະຄອນວໍຊິງຕັນ ໃນວັນທີ 15 ມິຖຸນາ, 2017 ກ່ຽວກັບເຫດການໃນວັນທີ 16 ພຶດສະພາ, 2017 ທີ່ມີການປາບພວກປະທ້ວງ ຢູ່ນອກ ສະຖານທູດເທີກີ ໃນນະຄອນຫລວງວໍຊິງຕັນດີຊີ ໃນຂະນະທີ່ ປະທານາທິດບໍດີ ເທີກີຢ້ຽມຢາມສະຫະລັດນັ້ນ.

ອີງ​ຕາມ​ເອກ​ກະສາ​ນຂອງ​ສານ ຊາຍອາ​ເມຣິກັນ​ເຊື້ອສາຍ​ເທີ​ກີ 2 ຄົນ ​ຍອມ​ຮັບ
​ສາລະພາບ​ຜິດ​ຕໍ່ຂໍ້​ກ່າວ​ຫາ​ທີ່​ເກີດ​ມາ​ຈາກ ການ​ຕີກັນຢູ່​ໃນ​ສະຖານ​ເອກ​ອັກຄະ
​ລັດຖະທູດ​ເທີ​ກີ ທີ່​ນະຄອນ​ວໍ​ຊິງ​ຕັນ​ດີ​ຊີ ​ໃນ​ຕົ້ນປີນີ້.

​ທ້າວ ຊີນານ ນາຣິນ (Sinan Narin) ອາຍຸ 45 ປີ ຈາກ​ລັດ​ເວີ​ຈີ​ເນຍ ​ແລະ​ທ້າວອີຢັບ
ຣີມ (Eyup Yildirim) ອາຍຸ 50 ປີ ຈາກ​ລັດ​ນີວ​ເຈີ​ຊີຊຶ່ງ "​ແຕ່ລະຄົນ​ໄດ້​ຮັບ​ສາລະພາບ
ຢູ່​ໃນ​ສານ​ສູງ​ຂອງ​ນະຄອນຫລວງ​ວໍ​ຊິງ​ຕັນວ່າ​ຕົນ​ຜິດ​ໃນ 1 ກະ​ໂທ​ງວ່າ​ໄດ້​ຕໍ່ສູ້ກັນທີ່
​ເຮັດ​ໃຫ້​ມີ​ການ​ບາດ​ເຈັບ​ທາງ​ຮ່າງກາຍ. ການ​ຮັບ​ສາລະພາບຜິດ ຊຶ່ງຂຶ້ນກັບການ​ອະ
ນຸມັດຂອງ​ສານ​ນັ້ນ ​ໄດ້​ຮຽກຮ້ອງ​ໃຫ້​ຈໍາ​ເລີຍ​ແຕ່ລະຄົນຖືກ​ຈໍາ​ຄຸກເປັນ​ເວລາ 1 ປີ ກັບ
1 ມື້ ຕາມທີ່ຕົກ​ລົງກັນ​ໄວ້."

ມີ 18 ຄົນ ຊຶ່ງ​ໃນ​ນັ້ນຫລາຍ​ຄົນ​ແມ່ນ​ສະມາຊິກພວກ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ທ່ານ
​ເອກ​ອັກຄະ​ລັດຖະທູດ​ເທີ​ກີ ຖືກຕັ້ງຂໍ້​ກ່າວ​ຫາ​ວ່າ​ໄດ້​ໂຈມ​ຕີ​ພວກ​ປະ​ທ້ວງ ຢູ່​ນອກ​ຕໍ​ານັກ
ພັກ​ຂອງ​ທ່ານເອກ​ອັກຄະ​ລັດຖະທູດ​ໃນ​ວັນ​ທີ 16 ພຶດສະພາ​ຜ່ານ​ມາ. ທັງ 18 ຄົນ​ຖືກ​
ກ່າວ​ຫາ​ວ່າ​ສົມຮູ້​ຮ່ວມ​ຄິດ​ກັນ​ກະທໍາ​ອາດຊະຍາ​ກໍາ​ໂດຍ​ການ​ໃຊ້ຄວາມ​ຮຸນ​ແຮງ​ ຊຶ່ງ​
ເປັນຄວາມ​ຜິດ​ທາງ​ອາຍາ ທີ່​ສາມາດ​ເຮັດ​ໃຫ້​ຖືກ​ຈໍາ​ຄຸກ​ເປັນ ​ເວລາດົນ​ສຸດ​ເຖິງ 15 ປີ​ໄດ້.
ມີ​ຫລາຍ​ຄົນໃນ​ຈໍານວນ​ນັ້ນ ​ໄດ້​ຖືກ​ຂໍ້​ກ່າວ​ຫາ​ເພີ້ມ​ເຕີມ ​ໃນ​ການ​ກະທໍາ​ຮຸນ​ແຮງ​ໂດຍ​
ການ​ໃຊ້​ອາວຸດ​ທີ່​ເປັນ​ອັນຕະລາຍ​ແກ່​ຊີວິດ.

ການ​ຕໍ່ສູ້​ກັນ​ໄດ້​ເກີດຂຶ້ນຢູ່​ນອກຕໍ​ານັກພັກ​ຂອງ​ທ່ານເອກ​ອັກຄະ​ລັດຖະທູດເທີ​ກີ ປະ​ຈໍາ​
ນະຄອນຫລວງ​ວໍ​ຊິງ​ຕັນ ບໍ່ພໍ​ເທົ່າ​ໃດ​ຊົ່ວ​ໂມງ ພາຍຫລັງ​ທີ່ປະທານາທິບໍດີ​ສະຫະລັດ
ທ່ານ ດໍ​ໂນ​ລ ທຣໍາ ​ໄດ້​ພົບ​ກັບປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan
ຢູ່​ທໍານຽບຂາວ.

ຢູ່​ໃນວີ​ດິ​ໂອ​ກ່ຽວກັບ​ການ​ປະ​ທ້ວງທີ່​ຖ່າຍ​ໂດຍພະ​ແນ​ກພາສາ​ເທີ​ກີ​ຂອງ VOA ​ເບິ່ງ​ຄື​ວ່າ ຄົນ​ຍາມ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ພວກ​ສະໜັບສະໜຸນທ່ານ Erdogan ຈໍານວນ​ນຶ່ງ ​ໂຈມ​ຕີ​ກຸ່ມ​ພວກ​ເດີນ​ຂະ​ບວນປະ​ທ້ວງ​ກຸ່ມ​ນ້ອຍ​ນຶ່ງ.

ພວກ​ຜູ້​ຊາຍ​ຢູ່​ໃນ​ຊຸດ​ສີ​ຄໍ້າໆ ​ແລະ​ອີກ​ຫລາຍ​ຄົນ​ໄດ້​ຖືກ​ຖ່າຍ​ຢູ່​ໃນ​ວີ​ດິ​ໂອວ່າ​ໄດ້​ພາກັນ​ເຕະ​ຜູ້ຍິງ​ຄົນ​ນຶ່ງ ຊໍ້າ​ແລ້ວ ຊໍາ​ອີກ​ໃນ​ຂະນະ​ທີ່​ນາງໄດ້​ຄົດ​ຕົວໄວ້ຢູ່​ບ່ອນ​ຄົນ​ຍ່າງ. ອີກ​ຄົນ​ນຶ່ງ​ໄດ້ກະຊາກ ​ແລະ​ບິດ​ຄໍ​ຜູ້ຍິງ​ຄົນ​ນຶ່ງ​ຢ່າງ​ແຮງ ​ແລະ​ຊຸກ​ລາວ​ໃຫ້​ລົ້ມລົງພື້ນ. ສ່ວນ​ຜູ້ຊາຍ​ຄົນ​ນຶ່ງ ທີ່ຖື​ໂທລະ​ໂຄ່ງ​ແມ່ນ​ຖືກ​ເຕະທີ່ໜ້າຫລາຍໆຄັ້ງຊໍ້​າ​ແລ້ວ ຊໍ້າ​ອີກ.

ພາຍຫລັງ​ທີ່​ເຈົ້າໜ້າທີ່​ຕໍາຫລວດ​ພະຍາຍາມ​ທີ່​ຈະໃຫ້ການ​ປົກ​ປ້ອງ​ແກ່​ພວກ​ປະ​ທ້ວງ ​ແລະ​ສັ່ງ​ໃຫ້​ພວກ​ທໍາ​ການ​ໂຈມ​ຕີ​ຫຖອຍ​ອອກ ມີ​ຜູ້​ຕ້ອງ​ສົງ​ໄສ​ຫລາຍ​ຄົນ ຫລີກ​ລ້ຽງພວກ​ເຈົ້າໜ້າທີ່ ​ແລະ​ສືບຕໍ່ທໍາ​ການ​ໂຈມ​ຕີຕໍ່​ໄປ.

ສ່ວນ​ທາງ​ສະຖານ​ເອກ​ອັກຄະ​ລັດຖະທູດ​ຂອງ​ເທີ​ກີ ອ້າງ​ວ່າ ພວກອາລັກຂາ​ຂອງ​ທ່ານ Erdogan ​ກະທໍາ​ເຊັ່ນ​ນັ້ນກໍ​ເພື່ອ "ປ້ອງ​ກັນ​ຕົວ" ​ໃນ​ຂະນະ​ທີ່​ເກີດ​ເຫດດັ່ງກ່າວ ​ແລະ​ວ່າ ພວກ​ປະ​ທ້ວງ​ແມ່ນ​ຄົນ​ຂອງ​ພັກກໍາມະກອນ​ຂອງ​ຊາວ​ເຄີ​ດສ໌ ຊຶ່ງ​ເປັນ​ພັກ​ຝ່າຍ​ຊ້າຍ​ຂອງ​ເທີ​ກີ.

ອ່ານຂ່າວ ແລະເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG