ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ທັບມ້າງ ການປະທ້ວງ ຢູ່ນະຄອນ Istanbul (ວີດິໂອ)


ພວກເດີນຂະບວນປະທ້ວງຕ້ານລັດຖະບານ ພາກັນແລ່ນໜີຜ່າຍ ການສີດນໍ້າໃສ່ຂອງຕໍາຫລວດປາບການຈາລະຈົນ ຢູ່ຖະໜົນໃຫຍ່ Istiklal ໃນໃຈກາງນະຄອນ Istanbul ໃນວັນທີ 3 ສິງຫາ 2013.
ພວກເດີນຂະບວນປະທ້ວງຕ້ານລັດຖະບານ ພາກັນແລ່ນໜີຜ່າຍ ການສີດນໍ້າໃສ່ຂອງຕໍາຫລວດປາບການຈາລະຈົນ ຢູ່ຖະໜົນໃຫຍ່ Istiklal ໃນໃຈກາງນະຄອນ Istanbul ໃນວັນທີ 3 ສິງຫາ 2013.
ຕໍາຫລວດເທີກີ ຍິງລະເບີດນໍ້າຕາ ແລະໃຊ້ທໍ່ນໍ້າຂະໜາດໃຫຍ່ ສີດເຂົ້າໃສ່ພວກປະທ້ວງທີ່ຕໍ່ຕ້ານລັດຖະບານຢູ່ໃນເຂດໃຈກາງ
ນະຄອນ Istanbul ໃຫ້ສະຫຼາຍຕົວໄປ ຊຶ່ງໄດ້ເຮັດໃຫ້ພວກປະ
ທ້ວງຫລາຍຄົນບາດເຈັບ ແລະອີກຈຳນວນນຶ່ງຖືກຈັບໄປຂັງ.

ພວກນັກເຄື່ອນໄຫວຝ່າຍຄ້ານໄດ້ພະຍາຍາມທີ່ຈະເດີນຂະບວນ
ໄປຍັງຈະຕຸລັດ Taksim ແລະສວນສາທາລະນະ Gezi ທີ່ຢູ່ໃກ້
ກັນນັ້ນ ໃນແລງວັນເສົາວານນີ້ ເພື່ອເປັນການຕອບສະໜອງຕໍ່
ຄໍາຮຽກຮ້ອງທີ່ສົ່ງຜ່ານທາງສື່ສັງຄົມ ແຕ່ການມີໜ້າຂອງຕໍາ
ຫລວດຢ່າງໜາແໜ້ນຢູ່ເຂດນັ້ນ ໄດ້ຕັນເສັ້ນທາງທີ່ພວກເຂົາເຈົ້າ
ຈະເດີນໄປນັ້ນ.

ອົງການຂ່າວຂອງຝຣັ່ງເວົ້າວ່າ ຊ່າງພາບຄົນນຶ່ງຂອງຕົນ ໄດ້ຮັບບາດເຈັບຍ້ອນຖືກກະສຸນ
ຢາງ ໃນຂະນະທີ່ຕໍາຫລວດໄດ້ຍິງໃສ່ພວກເດີນຂະບວນປະທ້ວງ.

ພວກນັກເຄື່ອນໄຫວໄດ້ພາກັນປະທ້ວງເປັນໄລຍະໆໄປ ຢູ່ໃນນະຄອນຫລວງດ້ານການ
ຄ້າແຫ່ງນັ້ນ ໃນຊຸມອາທິດມໍ່ໆມານີ້ ເພື່ອຊັກຊວນໃຫ້ຟື້ນຟູ ການເດີນຂະບວນຕໍ່ຕ້ານລັດ
ຖະບານຄັ້ງໃຫຍ່ ທີ່ເລີ້ມຂຶ້ນໃນເດືອນມິຖຸນາຜ່ານມານັ້ນ.

ການໂຮມຊຸມນຸມກັນເຫລົ່ານັ້ນ ໄດ້ ເລີ້ມຂຶ້ນຍ້ອນຄວາມໂກດເຄືອງຂອງປວງຊົນ ເພື່ອເປັນ
ການໂຕ້ຕອບຕໍ່ແຜນການຂອງລັດ ຖະບານ ທີ່ຈະພັດທະນາສວນສາທາລະນະ Gezi ແຕ່
ກັບໄດ້ແຜ່ລາມອອກ ຢ່າງໄວວາ ກາຍເປັນການປະທ້ວງ ຕໍ່ຕ້ານນາຍົກລັດຖະມົນຕີ Recep Tayyip Erdogan ໄປທົ່ວປະເທດ. ຫ້າຄົນຖືກສັງຫານ ແລະຫລາຍພັນຄົນ
ໄດ້ຮັບບາດເຈັບ ໃນຄວາມວຸ້ນວາຍ ໃນເດືອນມິຖຸນາດັ່ງກ່າວ.

ຊາວເທີກີທີ່ບໍ່ຝັກໄຝ່ໃນດ້ານສາສະໜາຈຳນວນຫຼວງຫຼາຍ ບໍ່ພໍໃຈຕໍ່ສິ່ງທີ່ພວກເຂົາເຈົ້າ
ເຫັນວ່າ ເປັນການປົກຄອງທີ່ນັບມື້ນັບຜະເດັດການຫລາຍຂຶ້ນ ຂອງພັກທ່ານ Erdogan ທີ່ມີ ຮາກເຫງົ້າໃນສາສະໜາອິສລາມ ຊຶ່ງໄດ້ຊະນະການເລືອກຕັ້ງຫລາຍໆຄັ້ງ ນັບແຕ່ໄດ້ຂຶ້ນ
ກໍາອໍານາດໃນປີ 2002 ເປັນຕົ້ນມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ-ການເດີນຂະບວນ ປະທ້ວງຢູ່ເທີກີ
please wait

No media source currently available

0:00 0:00:36 0:00
XS
SM
MD
LG