ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ການປະທ້ວງ ຍັງມີສືບຕໍ່ມາ ຢູ່ນະຄອນ Istanbul ຂອງເທີກີ


ນັກປະທ້ວງຜູ້ນຶ່ງ ເອົາທຸງເທີກີ ມັດຄຸມໃສ່ໜ້າ ຢືນຢູ່ໜ້າທຸງຊາດຂອງເທີກີ ຢູ່ແຄມສວນສາທາລະນະ Gezi Park, ໃນນະຄອນ Istanbul ຂອງເທີກີ ໃນວັນທີ 12 ມິຖຸນາ 2013.
ຕໍາຫລວດ​ໃນ Istanbul ໄດ້ສີດທໍ່ນໍ້າຂະໜາດໃຫຍ່ ແລະຍິງ​
ລະ​ເບີດນໍ້າຕາ ໃສ່ພວກປະທ້ວງຈໍ​ານວນ​ຫລາຍພັນຄົນ ຢູ່ຈະຕຸ
ລັດ Taksim ທີ່​ມີ​ຄວາມ​ສໍາຄັນ​ທາງປະຫວັດສາດຂອງນະຄອນ
ດັ່ງກ່າວ.

ພວກປະທ້ວງໄດ້ພາກັນໄປເຕົ້າໂຮມ ຢູ່ສະຖານທີ່ດັ່ງກ່າວ ໃນວັນ
ເສົາວານນີ້ ໂດຍບໍ່ໄດ້ເອົາຫົວຊາຕໍ່ຄໍາເຕືອນຂອງທາງການ ທີ່ສັ່ງ
ໃຫ້ພາກັນໜີຈາກທີ່ນັ້ນໄປ. ພວກຈັດການປະທ້ວງເວົ້າວ່າເຂົາເຈົ້າ
ຕັ້ງໃຈທີ່ຈະເດີນຂະບວນໄປຍັງສວນສາທາລະນະທີ່ຢູ່ຕິດກັນ ທີ່ມີ ຕໍາຫລວດຍາມຢູ່ນັ້ນ.

ເຂດດັ່ງກ່າວໄດ້ກາຍເປັນຈຸດຟົດເດືອດ ສໍາລັບການປະທ້ວງຕ້ານລັດຖະບານ ແລະການ
ປະທະກັນ ນັບແຕ່ທ້າຍເດືອນພຶດສະພາເປັນຕົ້ນມາ ​ເວລາຕໍາຫລວດໃຊ້ກໍາລັງ​ເຂົ້າທັບ
ມ້າງການເດີນຂະບວນ ຕໍ່ຕ້ານແຜນການຂອງລັດຖະບານ ທີ່ຈະພັດທະນາສວນສາທາ
ລະນະ ເພື່ອໃຊ້ເຂົ້າໃນທາງການຄ້າ. ຢ່າງໜ້ອຍ ພົນລະເຮືອນສາມຄົນ ແລະຕໍາຫລວດ
ນຶ່ງຄົນເສຍຊີວິດ ແລະມີອີກຫລາຍຄົນ ໄດ້ຮັບບາດເຈັບ ໃນຮອບ​ນຶ່ງເດືອນຜ່ານ​ມານີ້.

ພວກປະທ້ວງໄດ້ສຸມຄວາມໂກດເຄືອງເກືອບໝົດທຸກເລື້ອງໃສ່ ນາຍົກລັດຖະມົນຕີ Recep Tayyip Erdogan ທີ່​ໄດ້ເວົ້າວ່າ ທ່ານຈະໃຊ້ທະຫານ ຂັບ​ໄລ່ພວກເດີນຂະ
ບວນ ​ໃຫ້ສະຫລາຍຕົວ ຖ້າຫາກຈໍາເປັນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG