ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເດີນ ຂະບວນ ໃນເທີກີ ໃຊ້ວິທີ ປະທ້ວງ ແບບໃໝ່ (ວີດິໂອ/ສະໄລດ໌)


ນັກສະແດງສິນລະປິນ
Erdem Gunduz (ຊ້າຍ) ແລະຫລາຍຮ້ອຍຄົນ ຢືນບໍ່ເໜັງບໍ່ຕີງ ແລະມິດງຽບ​ເປັນ​
ເວລາ​ຫຼາຍໆ​ຊົ່ວ​ໂມງ ທີ່ຈະຕຸລັດ Taksim ຂອງນະຄອນ
Istanbul ໃນວັນທີ 18 ມິຖຸນາ 2013.
ນັກສະແດງສິນລະປິນ Erdem Gunduz (ຊ້າຍ) ແລະຫລາຍຮ້ອຍຄົນ ຢືນບໍ່ເໜັງບໍ່ຕີງ ແລະມິດງຽບ​ເປັນ​ ເວລາ​ຫຼາຍໆ​ຊົ່ວ​ໂມງ ທີ່ຈະຕຸລັດ Taksim ຂອງນະຄອນ Istanbul ໃນວັນທີ 18 ມິຖຸນາ 2013.
ພວກເດີນຂະບວນປະທ້ວງຕໍ່ຕ້ານລັດຖະບານເທີກີ ໄດ້ໃຊ້ການ
ປະທ້ວງແບບໃໝ່ ໃນວັນອັງຄານວານນີ້ ຄືທໍາການມິດງຽບ.

ມີຫລາຍໆຮ້ອຍຄົນໄດ້ຮ່ວມ​ສົມທົບ​ກັບນັກສະແດງສິນລະປິນ
Erdem Gunduz ທີ່ໄດ້ ຢືນບໍ່ເໜັງບໍ່ຕີງ ແລະມິດງຽບ ​ເປັນ​
ເວລາ​ຫຼາຍໆ​ຊົ່ວ​ໂມງ ທີ່ຈະຕຸລັດ Taksim ຂອງນະຄອນ
Istanbul.
ການເດີນຂະບວນປະທ້ວງຢູ່ນະຄອນ Istanbul ແລະ​ນະຄອນ
ຫລວງ Ankara ເປັນເຫດ ການ ທີ່ເຕັມໄປດ້ວຍຄວາມຮຸນແຮງ ມາເປັນເວລາຫລາຍອາທິດ​ແລ້ວ ຊຶ່ງຕໍາຫລວດ​ໄດ້ໃຊ້ລະເບີດນໍ້າ
ຕາ ແລະລົດສີດນໍ້າໃຫຍ່ສີດ​ໃສ່ພວກເດີນຂະບວນປະທ້ວງ ທີ່ແກວ່ງກ້ອນຫີນ ແລະລະເບີດນໍ້າ
ມັນໃສ່ ຕໍາຫລວດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Protests Continue in Turkey, But Methods Changing
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ

ນາຍົກລັດຖະມົນຕີ Recep Tayyip Erdogan ກ່າວຕໍ່ລັດຖະສະພາໃນວັນອັງຄານ ວານນີ້
ວ່າ ຕໍາຫລວດເທີກີ ໄດ້ “ຜ່ານການທົດສອບດ້ານປະຊາທິປະໄຕຢ່າງສໍາເລັດຜົນ.” ທ່ານ
ໄດ້ກ່າວຫາພວກປະທ້ວງວ່າ ໄດ້ຮັບອິດທິພົນຈາກພວກກໍ່ການຮ້າຍ ແລະເວົ້າວ່າ ຜູ້ໃດ
ທີ່ໄດ້ກໍ່ຄວາມຮຸນແຮງ ຈະບໍ່ໄດ້ຮັບການໂຍະຍານອີກຕໍ່ໄປແລ້ວ.

ຕໍາຫລວດເທີກີໄດ້ບຸກເຂົ້າໄປ​ໃນບ້ານເຮືອນ ແລະຫ້ອງການຈຳນວນ​ນຶ່ງ ຢູ່ທົ່ວປະເທດ ໃນວັນອັງຄານວານນີ້ ຊຶ່ງໄດ້ຈັບກຸມເກືອບຮອດ 100 ຄົນ ຢູ່ໃນການປະຕິບັດງານທີ່ມີ ການປະສານງານກັນ ຕໍ່​ພວກ​ທີ່​ພົວພັນ​ກັບການ​ປະທ້ວງ.

ທ່ານນາງ Navi Pillay ຂ້າຫລວງໃຫຍ່ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ
ຮຽກຮ້ອງໃຫ້ມີການລົງໂທດຕໍ່ຕໍາຫລວດເທີກີ ທີ່ໃຊ້ກໍາລັງຮຸນແຮງເກີນໄປ. ກຸ່ມປົກ​ປ້ອງ​ສິດ
ທິ​ມະນຸດ Human Rights Watch ທີ່ມີ​ສຳນັກງານຕັ້ງຢູ່ໃນນະຄອນນີວຢອກ ເວົ້າວ່າ ລັດ
ຖະບານເທີກີຄວນ “ປ່ຽນຍຸດທະວິທີ​ໃນປະຕິບັດງານຂອງຕໍາຫລວດ ແລະມີຄຳ​ສັ່ງຢ່າງ​ຈະ​
ແຈ້ງໃຫ້​ໃຊ້​ຄວາມຢັບຢັ້ງຊັ່ງໃຈ” ໂດຍດ່ວນ.

ການປະທ້ວງໃນທົ່ວປະເທດ ໄດ້ເຮັດໃຫ້ຢ່າງໜ້ອຍ 4 ຄົນເສຍຊີວິດ ແລະ 7,500 ຄົນ ໄດ້
ຮັບບາດເຈັບ. ນອກ​ນັ້ນ ຍັງ​ມີຫລາຍພັນຄົນໄດ້ຖືກ​ຈັບ.

ເບິ່ງສະໄລດ໌ພາບຫລ້າສຸດຈາກເທີກີ:


ວີດິໂອອີກເລື້ອງນຶ່ງ ກ່ຽວກັບເທີກີ: ປະທານາທິບໍດີເທີກີ ກ່າວໂຈມຕີຕ່າງປະເທດ ທີ່ຕ້ອງຕິການກວດລ້າງພວກປະທ້ວງ ຂອງລັດຖະບານ:

Turkey's PM Hits Back at International Critics of Crackdown
please wait

No media source currently available

0:00 0:03:40 0:00
ລິງໂດຍກົງ
XS
SM
MD
LG